ພຣະມົງຄົນເທບມຸນີ ສົດ ຈັນທະສະໂຣ

ຄູຜູ້ຄົ້ນພົບວິຊາທັມມະກາຍ

 ຄູຜູ້ເປັນຕົ້ນແບບແຫ່ງຄວາມດີ 

ພຣະມົງຄົນເທບມຸນີ (ສົດ ຈັນທະສະໂຣ) ຫຼື ບາງທ່ານຮູ້ຈັກໃນຊື່ “ຫຼວງປູ່ວັດປາກນ້ຳ” ເປັນພຣະວິປັສສະນາຈານຜູ້ມີຊື່ສຽງທ່ານໜຶ່ງຂອງປະເທດໄທ ໂດຍສິ່ງທີ່ທ່ານສອນຄື ການປະຕິບັດທັມເພື່ອໃຫ້ເຂົ້າເຖິງພຮະທັມມະກາຍໃນຕົວໂດຍມີອຳມະຕະວາຈາວ່າ “ຢຸດເປັນຕົວສຳເລັດ”

ສະໄໝດຳລົງຕຳແໜ່ງເປັນເຈົ້າອາວາດປາກນ້ຳພາສີຈະເລີນ ທ່ານເປັນຜູ້ມີຄວາມດີງາມເປັນປົກກະຕິຮຽບຮ້ອຍອັນໜ້າເລື່ອມໃສ ມີຊື່ສຽງເປັນທີ່ຮູ້ຈັກຂອງມະຫາຊົນວ່າ ທ່ານເປັນພຣະພິກຂຸທີ່ມີກິດຈະວັດປະຕິບັດອັນດີງາມ ແລະ ຄຸນນະທັມທີ່ສູງສົ່ງ ສົມບູນທັງດ້ານປະຣິຍັດ, ປະຕິບັດ, ປະຕິເວດ ເທດສະໜາ

ເນື່ອງຈາກທ່ານເປັນຜູ້ທີ່ມີຄວາມອົດທົນ ຄວາມພາກພຽນພະຍາຍາມ ແລະ ມີຄວາມສາມາດໃນການບໍລິຫານວັດ ປົກຄອງພິກຂຸ ສາມະເນນ ອີກຍັງໄດ້ສົ່ງເສີມການສຶກສາພຣະປະຣິຍັດທັມ ຕັ້ງສຳນັກຮຽນທັງນັກທັມ ແລະ ບາລີ ສ້າງໂຮງຮຽນພຣະປະຣິຍັດຕິທັມທີ່ທັນສະໄໝທີ່ສຸດ ວັດຈຶ່ງຈະເລີນຂຶ້ນມາໂດຍລຳດັບ ກາຍເປັນສູນກາງການສຶກສາບາລີ ແລະ ເປັນສູນກາງການປະຕິບັດທັມໃນສະໄໝນັ້ນ

ສິ່ງທີ່ເຮັດໃຫ້ຫຼວງປູ່ເປັນທີ່ຮັກເຄົາລົບຂອງພຣະພິກຂຸສາມະເນນ ແລະ ສາທຸຊົນທົ່ວໄປ ນັ້ນຄືການຮັກສາຄວາມເມດຕາທີ່ຫຼວງປູ່ມີໃຫ້ກັບທຸກຄົນ ປຽບເໝືອນຄວາມຮັກອັນບໍລິສຸດຂອງບິດາທີ່ມີຕໍ່ລູກ ແລະ ເນັ້ນສອນທັມມະປະຕິບັດຕາມແນວວິຊາທັມມະກາຍ ທີ່ເປັນຂັ້ນເປັນຕອນຢ່າງຊັດເຈນ ຈົນມີຊື່ສຽງເປັນລຳດັບຕົ້ນໆຂອງປະເທດ ເຮັດໃຫ້ພຣະພິກຂຸສາມະເນນ ແລະ ສາທຸຊົນເຂົ້າມາຂໍສຶກສາ ແລະ ປະຕິບັດທັມເປັນຈຳນວນຫຼາຍ

ດ້ວຍຄວາມເມດຕາອັນບໍ່ມີປະມານຂອງຫຼວງປູ່ທີ່ທ່ານຮູ້ວ່າ ວິທີການທີ່ຈະເຮັດໃຫ້ທຸກຄົນໃນໂລກນີ້ໄດ້ພົບຄວາມສຸກທີ່ແທ້ຈິງໃນຊີວິດ ນັ້ນຄືການປະຕິບັດທັມນັ່ງສະມາທິ ຈຶ່ງເປັນຈຸດເລີ່ມຕົ້ນທີ່ທ່ານໄດ້ມຸ່ງໝັ້ນສອນສະມາທິເພື່ອເຂົ້າເຖິງທັມມະກາຍພາຍໃນໃຫ້ແກ່ຜູ້ສົນໃຈສຶກສາແບບຕໍ່ເນື່ອງຕະຫຼອດອາຍຸໄຂຂອງທ່ານ ຈົນສາມາດຂະຫຍາຍວິທີການປະຕິບັດທັມນີ້ໄປໄດ້ກວ້າງໄກ ທັງພາຍໃນ ແລະ ຕ່າງປະເທດ ຈາກຫຼັກຮ້ອຍ ເປັນຫຼັກແສນ ຈາກລຸ້ນສູ່ລຸ້ນ ຈົນເປັນທີ່ຮູ້ຈັກຢ່າງຫຼວງຫຼາຍໃນປັດຈຸບັນ

 ປະຫວັດຊີວິດຂອງຫຼວງປູ່ 

ຫຼວງປູ່ຖືກຳເນີດໃນຕະກູນ ມີແກ້ວນ້ອຍ” ພໍ່ຊື່ ທ້າວເງິນ ແລະ ແມ່ຊີື ນາງສຸດໃຈ ໃນວັນທີ 10 ຕຸລາ 2427 ທີ່ບ້ານສອງພີ່ນ້ອງ ເມືອງ ສອງພີ່ນ້ອງ ແຂວງ ສຸພັນບູລີ ສະໄໝເດັກນ້ອຍທ່ານໄດ້ຮຽນໜັງສືກັບພຣະພິກຂຸນ້າບ່າວຢູ່ວັດສອງພີ່ນ້ອງ ແລະ ສຶກສາອັກສອນຂອມທີ່ວັດບາງປາ ເມືອງ ບາງເລນ ແຂວງ ນະຄອນປະຖົມ ຈົນຂຽນໄດ້ອ່ານຄ່ອງ ຫຼັງຈາກຈົບການສຶກສາເບື້ອງຕົ້ນ ແລ້ວໄດ້ອອກມາຊ່ວຍພໍ່ແມ່ຄ້າຂາຍ ຊື້ເຂົ້າບັນທຸກເຮືອລ່ອງຂາຍໃຫ້ໂຮງສີໃນກຸງເທບ ແລະ ນະຄອນໄຊສີ ເປັນຄົນຮັກວຽກ ຂະຫຍັນຂັນແຂງ ເຮັດຫຍັງເຮັດແທ້ ການຄ້າຈຶ່ງຈະເລີນໂດຍລຳດັບ ຈົນມີຖານະດີຍິ່ງຂຶ້ນ

ເມື່ອທ່ານອາຍຸໄດ້ 14 ປີ ໂຍມພໍ່ໄດ້ເຖິງແກ່ກຳລົງ ທ່ານຈຶ່ງໄດ້ຮັບພາລະການດູແລການຄ້າແທນ ທ່ານເປັນຜູ້ສະຫລາດໃນການປົກຄອງ ລູກນ້ອງຕ່າງກໍ່ຮັກນັບຖືທ່ານ ແລະ ເນື່ອງຈາກທ່ານເປັນຄົນດຸໝັ່ນຂັນແຂງໃນການເຮັດວຽກ ອາຊີບການຄ້າຈຶ່ງຈະເລີນຂຶ້ນໂດຍລຳດັບ ຈົນປາກົດໃນຍຸກນັ້ນວ່າ ທ່ານເປັນຜູ້ມີຖານະດີຄົນໜຶ່ງ

ເຂົ້າໃຈຄວາມຈິງຂອງຊີວິດ

ເມື່ອທ່ານອາຍຸ 19 ປີ ມື້ໜຶ່ງທ່ານນຳເຮືອເປົ່າກັບບ້ານພ້ອມເງິນລາຍໄດ້ຈາກການຂາຍເຂົ້າ ຜ່ານຮ່ອງນ້ອຍເຊິ່ງໄທບ້ານເອີ້ນວ່າ ຮ່ອງບາງອີແທ່ນ ມີໂຈນຫຼາຍ ທ່ານຄິດເຖິງຄວາມຕາຍຂຶ້ນມາ ແລະ ໄດ້ອະທິຖານຈິດໃນຂະນະນັ້ນວ່າ

“ຂໍເຮົາຢ່າໄດ້ຕາຍເສຍກ່ອນ ຂໍໃຫ້ໄດ້ບວດກ່ອນ ເມື່ອບວດແລ້ວຈະບໍ່ລາສິກຂາຂໍບວດໄປຈົນຕະຫຼອດຊີວິດ”

“ການຫາເງິນລ້ຽງຊີບນັ້ນລຳບາກ ພໍ່ຂອງເຮົາກໍ່ຫາມາແບບນີ້ ບໍ່ມີເວລາວ່າງກັນເລີຍ ທັງນັ້ນ ຖ້າໃຜບໍ່ຟ້າວຫາໃຫ້ຮັ່ງມີ ກໍ່ເປັນຄົນຊັ້ນຕ່ຳ ບໍ່ມີໃຜນັບໜ້າຖືຕາ ເຂົ້າຫາໝູ່ເພື່ອນກໍອັບອາຍ ບໍ່ທຽມໜ້າເຂົາ ບັນພະບູລຸດກໍເຮັດມາແບບນີ້ຄືກັນ ຈົນເຖິງພໍ່ເຮົາ ແລະ ເຮົາໃນຕອນນີ້ ກໍ່ເຮັດຢູ່ແບບນີ້ ມາຕອນນີ້ບັນພະບູລຸດທັງຫຼາຍໄດ້ຕາຍໄປໝົດແລ້ວ ຕົວເຮົາກໍ່ຕ້ອງຕາຍຄືກັນ ເຮົາມົວສະແຫວງຫາຊັບຢູ່ເຮັດຫຍັງ ຕາຍແລ້ວເອົາໄປບໍ່ໄດ້ ບວດດີກວ່າ”

ເມື່ອຕົກລົງໃຈວ່າເມື່ອໄດ້ບວດແລ້ວຈະບໍ່ສິກ ຈິດຄິດເປັນຫ່ວງແມ່ເກີດຂຶ້ນ ຈຶ່ງຫ້າວຫັ້ນເຮັດວຽກສະສົມຊັບເພື່ອໃຫ້ແມ່ເອົາໄວ້ໃຊ້ລ້ຽງຊີບໄປຈົນຕະຫຼອດຊີວິດ

ອຸປະສົມບົດ

ຕໍ່ມາໃນເດືອນກໍລະກົດ 2449 ທ່ານໄດ້ອຸປະສົມບົດເປັນພຣະພິກຂຸ ທີ່ ວັດສອງພີ່ນ້ອງ ເມືອງ ສອງພີ່ນ້ອງ ແຂວງສຸພັນບຸລີ ມີສາຍາວ່າ ຈັນທະສະໂຣ

ເມື່ອອຸປະສົມບົດແລ້ວ ຕອນເຊົ້າຂອງອີກມື້ ຫຼວງປູ່ກໍ່ເລີ່ມລົງມືປະຕິບັດພຣະກັມມະຖານຕໍ່ກັບພຣະອາຈານນຽມ ວັດນ້ອຍ ເມືອງບາງປາມ້າ ແຂວງ ສຸພັນບຸລີ ສ່ວນໃນການຮຽນດ້ານຄັນຖະທຸຣະ ໃນພັນສາທຳອິດ ທ່ານສົງໄສຢາກຮູ້ຄຳແປ ຂອງຄຳວ່າ ອະວິຊາປັຈຈະຍາ ເຊິ່ງບໍ່ມີໃຜຮູ້ ທ່ານຈື່ງເກີດຄວາມຄິດທີ່ຈະໄປຮຽນຄັນຖະທຸຣະຕໍ່ທີ່ກຸງເທບ

ເມື່ອອອກພັນສາທີ່ວັດສອງພີ່ນ້ອງແລ້ວ ທ່ານຈຶ່ງເດີນທາງມາຈຳພັນສາ ທີ່ ວັດພຣະເຊຕຸພົນວິມົນມັງຄະລາຣາມ ແຂວງກຸງເທບ ເມື່ອສຶກສາດ້ານຄັນຖະທຸຣະຕໍ່ ນອກຈາກນີ້ແລ້ວ ທ່ານກໍ່ມັກສະແຫວງຫາຄູສອນຝ່າຍປະຕິບັດສະມະຖະ-ວິປັສສະນາຢູ່ສະເໝີ ໂດຍການສຶກສາກັບພຣະອາຈານຜູ້ຊົງຄຸນວຸດຈົນມີຄວາມຮູ້ຄວາມເຂົ້າໃຈ ທັງຈາກພຣະອາຈານທັງຈາກພຣະໄຕປີດົກ ແລະ ຄຳພີຕ່າງໆ

ວັນບັນລຸທັມ

ປີ ພ.ສ. 2460 ໃນຊ່ວງພັນສາທີ 11 ຍ່າງເຂົ້າພັນສາທີ 12 ທ່ານໄດ້ເດີນທາງຈາກວັດເຊຕຸພົນວິມົນມັງຄະລາຣາມໄປຈຳພັນສາທີ່ວັດໂບດ (ບົນ) ກຸ່ມບ້ານບາງຄູວຽງ ນົນທະບູລີ ເປັນສະຖານທີ່ສະຫງົບວິເວກ

ໃນວັນພຣະ ຂຶ້ນ 15 ຄ່ຳເດືອນ 10 ປີ ພ.ສ. 2460 ຫຼັງຈາກໄດ້ລົງໂບດຮ່ວມຟັງສູດພຣະປາຕິໂມກກັບໝູ່ສົງແລ້ວ ຫຼວງປູ່ທ່ານໄດ້ນັ່ງສະມາທິໃນໂບດ ຕໍ່ໜ້າພຣະປະທານແລ້ວໄດ້ຕັ້ງສັດຈະອະທິຖານວ່າ

“ຂໍພຮະອົງໄດ້ຊົງພຣະກາລຸນາໂຜດຂ້າພຣະພຸດທະເຈົ້າ ຊົງປະທານທັມທີ່ພຣະອົງໄດ້ຕັສສະຮູ້ຖ້າຂ້າພຣະພຸດທະເຈົ້າຮູ້ທັມຂອງພຣະອົງແລ້ວເປັນຄຸນ ແລະ ເກີດປະໂຫຍດແກ່ພຸດທະສາສະໜາ ຂໍພຣະອົງຊົງພຣະກາລຸນາ ໂຜດພຣະລາດຊະທານທັມອັນຍິ່ງໃຫຍ່ນັ້ນດ້ວຍເຖີດ ຂ້າພຣະອົງຂໍຮັບເປັນທະນາຍແກ້ຕ່າງໃນສາສະໜາຂອງພຣະອົງໄປຈົນຕະຫຼອດຊີວິດ ຖ້າຫາກພຣະພຸດທະເຈົ້າຮູ້ທັມຂອງພຣະອົງແລ້ວເປັນໂທດແກ່ສາສະໜາ ແລະ ບໍ່ເກີດປະໂຫຍດ ຂ້າພຣະເຈົ້າຈະຂໍສະລະຊີວິດປະຕິບັດທັມເປັນພຸດທະບູຊາພຽງເທົ່ານັ້ນ”

ໃນທີ່ສຸດທ່ານນັ່ງສະມາທິຈົນໃຈຢຸດນິ້ງ ໄດ້ພົບກາຍພາຍໃນທີ່ເປັນກາຍຕັສສະຮູ້ທັມ ເປັນອົງພຣະປະຕິມາ ນັ່ງຂັດສະມາທິ ຢູ່ເທິງຍອດພຣະສຽນເປັນລັກສະນະເກດດອກບົວຕູມ ທັງວໍລະກາຍບໍລິບູນດ້ວຍລັກສະນະມະຫາບູລຸດ 32 ປະການ ໃສ ສະຫວ່າງ ງົດງາມບໍ່ມີທີ່ຕິ ການປະຕິບັດທັມຈົນເຖິງລະດັບນີ້ ເອີ້ນວ່າ “ເຂົ້າເຖິງທັມມະກາຍ” ທ່ານຄົ້ນພົບວ່າກາຍພາຍໃນກາຍຂອງມະນຸດທຸກຄົນມີກາຍລະອຽດຊ້ອນເປັນຊັ້ນໆຢູ່ ແລະ ທຸກຄົນສາມາດເຂົ້າເຖິງທັມມະກາຍໄດ້

ຫຼັງຈາກທີ່ບັນລຸທັມເຂົ້າເຖິງທັມມະກາຍແລ້ວ ທ່ານເຫັນໃນສະມາທິວ່າ ຈະມີຜູ້ເຂົ້າເຖິງທັມມະກາຍນຳເພີ່ນ ທີ່ວັດບາງປາ ພາຍຫຼັງອອກພັນສາ ຫຼວງປູ່ໄດ້ຍ້າຍຈາກວັດບາງປາ ເຊິ່ງຢູ່ທີ່ ເມືອງ ບາງເລນ ແຂວງ ນະຄອນປະຖົມ ເຊິ່ງທ່ານໄດ້ສອນໃຫ້ພຣະສົງ ແລະ ສາທຸຊົນເຝິກສະມາທິທີ່ວັດບາງປາ 4 ເດືອນ ເຮັດໃຫ້ມີພຮະພິກຂຸ 3 ອົງ ແລະ ຄະລຶຫັດອີກ 4 ຄົນ ບັນລຸທັມຕາມເພີ່ນ

ເປັນເຈົ້າອາທິການວັດປາກນ້ຳ

ເມື່ອປີ ພ.ສ 2461 ທ່ານເຈົ້າປະຄຸນສົມເດັດພຣະວັນນະຣັດ ເຊິ່ງດຳລົງຕຳແຫນ່ງເຈົ້າຄະນະແຂວງພາສີຈະເລີນ (ສັງກັດການປົກຄອງຄະນະສົງ) ໄດ້ອາຣາດທະນາໃຫ້ຫຼວງປູ່ມາເປັນເຈົ້າອະທິການທີ່ວັດປາກນ້ຳ ເຊິ່ງທ່ານໄດ້ເດີນທາງມາຈຳພັນສາພ້ອມກັບພຣະພິກຂຸຜູ້ຕິດຕາມ 4 ອົງ

ຫຼວງປູ່ເປັນຄົນເວົ້າແທ້ເຮັດແທ້ ການປົກຄອງວັດກໍ່ຈະເຂັ້ມງວດ ແຕ່ດ້ວຍຄວາມທີ່ມັກການສຶກສາ ຈຶ່ງສົ່ງເສີມ ແລະ ສະໜັບສະໜຸນດ້ານການສຶກສາຢ່າງສຸດກຳລັງຄວາມສາມາດ ຄວບຄູ່ໄປກັບການອົບຮົມທາງຈິດໃຈ

ກິດຈະວັດທີ່ປະຕິບັດເປັນປົກກະຕິ ຄື ການຄຸມພຣະສົງ ສາມະເນນ ລົງເຮັດກິດຈະວັດທຸກເຊົ້າແລງ ວັນພຣະ ແລະ ວັນອາທິດຈະລົງສະແດງທັມໃນໂບດເອງຕະຫຼອດ ນຳພຣະໃຫ້ໄປນັ່ງພາວະນາຢູ່ກັບທ່ານທັງກາງເວັນ ແລະ ກາງຄືນ ແລະ ທຸກວັນພະຫັດ ເວລາບ່າຍສອງໂມງ ຈະລົງສອນການນັ່ງສະມາທິແກ່ພຣະພິກຂຸ-ສາມະເນນ ພໍ່ຂາວ ແມ່ຂາວ

ໃນປີ ພ.ສ 2500 ໄດ້ຮັບພຣະລາດຊະທານເລື່ອນສະມະນະສັກເປັນພຣະລາຊາຄະນະຊັ້ນສາມັນ ໃນລາດຊະທິນນາມທີ່ພຣະມົງຄົນເທບມຸນີ ແລະ ມໍລະນະພາບຢ່າງສະຫງົບເມື່ອປີ ພ.ສ 2502 ທີ່ຕຶກມຸງຄົນຈັນທະສອນ ວັດປາກນ້ຳ ພາສີຈະເລີນ ລວມອາຍຸ 75 ປີ ພັນສາ 53

 ຄຸນນະທັມຂອງຫຼວງປູ່ 

ຖ້າພິດຈາລະນາເຖິງຄຸນລັກສະນະເດັ່ນໆ ຂອງຫຼວງປູ່ເຮົາຈະຮູ້ໄດ້ວ່າ ເພາະເຫດໃດທ່ານຈຶ່ງຢຶດໝັ້ນໃນການເຮັດຄວາມດີໄດ້ຢ່າງໝັ້ນຄົງ ສາມາດເອົາຊະນະອຸປະສັກຕ່າງໆ ຈົນສາມາດເຜີຍແຜ່ວິຊາທັມມະກາຍໃຫ້ເປັນທີ່ຮູ້ຈັກຢ່າງແຜ່ຫຼາຍແກ່ບຸກຄົນທົ່ວໄປໃນຍຸກນັ້ນໄດ້

ດັ່ງນັ້ນ ການສຶກສາປະຫວັດຂອງຫຼວງປູ່ຈຶ່ງເປັນການຮຽນຮູ້ວິທີການແກ້ບັນຫາຂອງບຸກຄົນຜູ້ເປັນແບບຢ່າງໃນການເຮັດຄວາມດີຈາກເຫດການຕ່າງໆ ທີ່ເກີດຂຶ້ນແທ້ ເພື່ອນຳເອົາມາເປັນກໍລະນີສຶກສາ ປັບເຂັມທິດຊີວິດ ໃຫ້ສາມາດດຳເນີນການໄປໃນທາງທີ່ຖືກຕ້ອງ ອີກຍັງສາມາດນຳຄຸນນະທັມຂອງທ່ານມາເປັນເຄື່ອງຍຶດລັ້ງຈິດໃຈໃນການເຮັດຄວາມດີ ແລະ ປະຕິບັດຕາມທ່ານໄດ້

ການຕັ້ງເປົ້າໝາຍຊີວິດໃຫ້ໝັ້ນຄົງ

ຄວາມມີຈິດໃຈທີ່ໝັ້ນຄົງຂອງຫຼວງປູ່ໃນການຕັ້ງໃຈເຮັດສິ່ງໃດສິ່ງໜຶ່ງນັ້ນ ເຫັນໄດ້ຈາກເຫດການຕອນທ່ານລ່ອງເຮືອຄ້າເຂົ້າຜ່ານຮ່ອງບາງອີແທ່ນ ເຊິ່ງເປັນແຫຼ່ງໂຈນຜູ້ຮ້າຍຫຼາຍ ເຮັດໃຫ້ທ່ານຕ້ອງຖືປືນລະວັງໄພຢູ່ທ້າຍເຮືອ ເມື່ອຜ່ານຮ່ອງບາງອີແທ່ນມາໄດ້ແລ້ວ ທ່ານໄດ້ຄິດພິດຈາລະນາເຫັນວ່າ ບັນພະບູລຸດເລື້ອຍມາຈົນຮອດພໍ່ຂອງທ່ານໄດ້ມີຄວາມລຳບາກ ແລະ ສ່ຽງໄພອັນຕະລາຍ ອີກຍັງເສຍເວລາທັງຊີວິດໄປກັບເລື່ອງການສະແຫວງຫາຊັບສົມບັດ ແຕ່ເມື່ອຕາຍໄປແລ້ວກັບບໍ່ສາມາດນຳເອົາຊັບສົມບັດເຫຼົ່ານັ້ນຕິດຕົວໄປໄດ້ຈັກອັນ ຕົວທ່ານເອງມື້ໜຶ່ງກໍຕ້ອງຕາຍຄືກັນ ຄິດໄດ້ແນວນັ້ນທ່ານຈຶ່ງໄດ້ຕັ້ງເປົ້າໝາຍທີ່ຈະອອກບວດຕະຫຼອດຊີວິດ ນັບແຕ່ນັ້ນເປັນຕົ້ນມາ ເຖິງການເວລາຈະຜ່ານໄປເປັນປີທ່ານຍັງຄົງຮັກສາເຈດຕະນາໄວ້ແບບນີ້ບໍ່ເຄີຍປ່ຽນແປງ

ສະຫຼະທາງໂລກເພື່ອສະແຫວງຫາທັມ

ເມື່ອທ່ານໄດ້ອຸປະສົມບົດເປັນພຣະພິກຂຸຕາມຄວາມຕັ້ງໃຈທີ່ມີມາແຕ່ດົນແລ້ວ ທ່ານກໍ່ບໍ່ໄດ້ບວດໄປວັນໆ ແຕ່ກັບພຽນພະຍາຍາມ ແລະ ທຸ່ມເທເວລາເພື່ອສຶກສາທັມມະທັງດ້ານປະຣິຍັດ ແລະ ປະຕິບັດຄວບຄູ່ກັນໄປເປັນເວລາຫຼາຍປີ ຈົນມີຄວາມແຕກຊານສາມາດຖ່າຍທອດຄວາມຮູ້ໃຫ້ແກ່ຜູ້ອື່ນໄດ້

ການສະແຫວງຫາຄວາມຮູ້ກັບພຣະອາຈານເຊິ່ງເປັນພຣະນັກປະຕິບັດກັມມະຖານຈາກສຳນັກຕ່າງໆຢູ່ສະເໝີບໍ່ໄດ້ຂາດ ຕະຫຼອດໄລຍະເວລາຫຼາຍປີຂອງທ່ານນັ້ນເປັນສິ່ງທີ່ສະແດງໃຫ້ເຫັນວ່າທ່ານໄດ້ຮັກສາສັດຈະທີ່ໃຫ້ໄວ້ກັບຕົວເອງໃນການອອກບວດເພື່ອສະແຫວງຫາທັມທີ່ເປັນແກ່ນແທ້ຂອງຊີວິດຢ່າງແທ້ຈິງ ຊີວິດໃນເພດສະມະນະຂອງຫຼວງປູ່ເປັນສິ່ງທີ່ມີຄຸນຄ່າຢ່າງທີ່ສຸດສົມຄວາມຕັ້ງໃຈທີ່ທ່ານຍອມເສຍສະຫຼະຊີວິດທາງໂລກຢ່າງບໍ່ຕ້ອງຄິດເສຍດາຍຊັບສົມບັດທີ່ມີຢູ່

ຄວາມເດັດຂາດເອົາຈິງເອົາຈັງ

ດ້ວຍອຸປະນິໄສເອົາຈິງເອົາຈັງ ເມື່ອຕັ້ງໃຈຈະເຮັດສິ່ງໃດກໍ່ມຸ່ງໝັ້ນເຮັດສິ່ງນັ້ນຈົນສຳເລັດລຸລ່ວງ ຕອນນັ້ນເມື່ອຫຼວງປູ່ປາດຖະໜາຕ້ອງການຮູ້ເຫັນທັມມະຕາມແບບຢ່າງທີ່ພຣະພຸດທະອົງໄດ້ຕັສສະຮູ້ ທ່ານຈຶ່ງພຽນປະຕິບັດສະມາທິຢ່າງສະໝ່ຳສະເໝີບໍ່ໄດ້ຂາດເປັນເວລາຫຼາຍປີ ບໍ່ໄດ້ຍໍ້ທໍ້ ຈົນຄວາມພະຍາຍາມໄດ້ສຳເລັດ ເຮັດໃຫ້ທ່ານໄດ້ຄົ້ນພົບວິທີການເຂົ້າເຖິງທັມມະກາຍຕາມແບບຢ່າງພຣະສັມມາສັມພຸດທະເຈົ້າ ດ້ວຍການເຮັດໃຈໃຫ້ຢຸດນິ້ງໃຫ້ສະນິດຈົນເປັນໜຶ່ງດຽວກັນ ນີ້ເປັນທີ່ມາຂອງຄຳທີ່ວ່າ “ຢຸດ ເປັນຕົວສຳເລັດ”

ດັ່ງເຫັນໄດ້ວ່າການຄົ້ນພົບວິທີເຂົ້າເຖິງທັມມະກາຍຂອງຫຼວງປູ່ນັ້ນບໍ່ແມ່ນເລື່ອງບັງເອີນທີ່ໄດ້ມາແບບງ່າຍໆ ແຕ່ນັ້ນເປັນເພາະຄວາມເດັດດ່ຽວ ມຸ່ງໝັ້ນ ແລະ ທຸ່ມເທຊີວິດເພື່ອການປະຕິບັດໃຫ້ເຂົ້າເຖິງທັມຂອງພຣະສາດສະດາໂດຍບໍ່ຍໍ້ທໍ້ຂອງຫຼວງປູ່ ເມື່ອຍັງປະຕິບັດບໍ່ໄດ້ກໍ່ບໍ່ຍອມເລີກລາ ຫຼື ລະຖິ້ມຄວາມຕັ້ງໃຈທີ່ມີຢູ່ ແຕ່ພຽນພະຍາຍາມສະແຫວງຫາຄູບາອາຈານ ແລະ ປະຕິບັດດ້ວຍຕົນເອງຢ່າງສະໝ່ຳສະເໝີບໍ່ໄດ້ຂາດ

ດັ່ງນັ້ນຄຸນນະທັມຂອງຫຼວງປູ່ດັ່ງທີ່ກ່າວມາເບື້ອງຕົ້ນ ເຮົາສາມາດນຳມາເປັນຫຼັກປະຕິບັດເພື່ອເປັນຕົ້ນແບບໃນການເຮັດຄວາມດີ ແລະ ພັດທະນາຜົນການປະຕິບັດທັມຂອງເຮົາໃຫ້ດີຍິ່ງຂຶ້ນໄດ້

 ກະຕັນຍູບູຊາ ດ້ວຍການຫຼໍ່ຮູບເໝືອນຫຼວງປູ່ທອງຄຳ 

ພຮະເດດພຣະຄຸນຫຼວງປູ່ວັດປາກນ້ຳ ທ່ານໄດ້ເຫັນເຖິງຄວາມຍາກລຳບາກຂອງການເຂົ້າເຖິງທັມມະກາຍພາຍໃນອັນເປັນວິທີປະຕິບັດເພື່ອການເຂົ້າເຖິງທັມມະກາຍຂອງພຣະສັມມາສັມພຸດທະເຈົ້າທີ່ເຄີຍຫາຍສາບສູນໄປຍາວນານ ວ່າເປັນສິ່ງທີ່ມີຄວາມເລິກເຊິ່ງ ແລະ ມີຄຸນຄ່າຫຼາຍ ຕະຫຼອດຊີວິດຂອງທ່ານຈຶ່ງອຸທິດເວລາທັງໝົດເພື່ອສອນທັມມະປະຕິບັດຢ່າງຈິງຈັງ ຈົນກິດຕິສັບຄຸນຄວາມດີ ແລະ ຄຸນວິເສດເປັນທີ່ເລື່ອງລືໄປທົ່ວທຸກທິດ

ການສືບທອດມະໂນປະນິທານຕັ້ງແຕ່ຍຸກຫຼວງປູ່ ມາສູ່ລູກສິດຈຳນວນຫຼາຍ ໜຶ່ງໃນນັ້ນຄືຄຸນຍາຍມະຫາລັດຕະນະອຸບາສິກາຈັນ ຂົນນົກຍູງ ສືບຕໍ່ມາຈົນມາສູ່ຍຸກປະຈຸບັນ ຄື ພຣະເດດພຣະຄຸນຫຼວງພໍ່ທັມມະຊະໂຍ ເຊິ່ງມີຜູ້ນຳໃນການສອນທັມມະປະຕິບັດ ໂດຍມີວັດພຣະທັມມະກາຍເປັນສູນກາງແຫ່ງການສ້າງຄວາມດີ ສ້າງຄົນດີເພື່ອເປັນຕົ້ນແບບໃຫ້ສັງຄົມ ປະເທດ ຂະຫຍາຍໄປຈົນທົ່ວໂລກ

ດ້ວຍຄວາມສຳນຶກໃນພຣະຄຸນອັນບໍ່ມີປະມານຂອງຫຼວງປູ່ ທີ່ເຮັດໃຫ້ພວກເຮົາທຸກຄົນຮູ້ຈັກຄຳວ່າ ວິຊາທັມມະກາຍ ແລະ ຮູ້ເຖິງຄຸນຄ່າຂອງການເກີດມາເປັນມະນຸດເພື່ອສັ່ງສົມບຸນສ້າງປາຣມີ ລູກຫຼານຫຼວງປູ່ ແລະ ສິດຍານຸສິດທົ່ວໂລກຈຶ່ງພ້ອມໃຈກັນສະແດງຄວາມກະຕັນຍູບູຊາດ້ວຍການ

ຫຼໍ່ຮູບເໝືອນຫຼວງປູ່ທອງຄຳ ປະດິດສະຖານ ທີ່ ສະຖານທີ່ສຳຄັນຕ່າງໆທັງ 7 ແຫ່ງຕາມຊີວະປະຫວັດການສ້າງປາຣມີຂອງທ່ານ ເພື່ອເປັນອະນຸສອນສະຖານໃຫ້ຄົນລຸ້ນຫຼັງໄດ້ສຶກສາເປັນແບບຢ່າງໃນການສ້າງຄວາມດີຕາມຮອຍມະຫາປູຊະນີຍາຈານຕໍ່ໄປແບບບໍ່ຍໍ້ທໍ້

 ເສັ້ນທາງມຫາປູຊະນີຍາຈານ ທັງ 7 ແຫ່ງ 

1. ສະຖານທີ່ເກີດ: ອະນຸສອນສະຖານ ມະຫາວິຫານພຣະມົງຄົນເທບມຸນີ (ແຜ່ນດິນຮູບດອກບົວ ແຂວງ ສຸພັນບຸລີ)

2. ສະຖານທີ່ຕັ້ງມະໂນປະນິທານບວດຕະຫຼອດຊີວິດ: ຄອງບາງນາງແທ່ນ ແຂວງ ນະຄອນປະຖົມ

3. ສະຖານທີ່ອຸປະສົມບົດ: ວັດສອງພີ່ນ້ອງ ແຂວງ ສຸພັນບຸລີ

4. ສະຖານທີ່ບັນລຸທັມ: ວັດໂບດບົນ ບາງຄູວຽງ

5. ສະຖານທີ່ເຜີຍແຜ່ວິຊາທັມມະກາຍຄັ້ງທຳອິດ: ວັດບາງປາ

6. ສະຖານທີ່ຄົ້ນຄວ້າ ແລະ ເຜີຍແຜ່ວິຊາທັມມະກາຍ (ຈົນຮອດມໍລະນະພາບ): ວັດປາກນ້ຳພາສີຈະເລີນ

7. ສະຖານທີ່ເຜີຍແຜ່ພຣະພຸດທະສາສະໜາວິຊາທັມມະກາຍໄປທົ່ວໂລກ: ວັດພຣະທັມມະກາຍ

 ຄູຕົ້ນແບບໃນການດຳເນີນຊີວິດ 

ຊີວິດຄົນເຮົານັ້ນສະເລ່ຍແລ້ວ ປະມານ 70-80ປີເຊິ່ງບໍ່ດົນພໍທີ່ຈະລອງຜິດລອງຖືກໄດ້ຫຼາຍເທື່ອ ຍິ່ງຖ້າຕັ້ງເປົ້າໝາຍຊີວິດໄວ້ຜິດ ດຳເນີນຊີວິດໄປໃນທາງທີ່ຜິດ ກໍ່ຈະເສຍເວລາໄປຕະຫຼອດຊີວິດໄດ້ ດັ່ງນັ້ນ ການຫາຄູຜູ້ເປັນຕົ້ນແບບໃນການດຳເນີນຊີວິດໄປໃນເສັ້ນທາງທີ່ຖືກຕ້ອງນັ້ນເປັນເລື່ອງທີ່ສຳຄັນຫຼາຍ ທ່ານຈະບອກເຖິງເປົ້າໝາຍຊີວິດທີ່ຖືກຕ້ອງ ຄີືການເຂົ້າເຖິງທັມມະກາຍພາຍໃນໄດ້ ອັນຈະນຳເຊິ່ງຄວາມສຸກທີ່ແທ້ຈິງ ອັນເປັນທີ່ເພິ່ງທີ່ສຸດຂອງຊີວິດ ແລະ ຍັງບົ່ງບອກເຖິງຫຼັກການ ການດຳເນີນຊີວິດທີ່ຈະເປັນປະໂຫຍດທັງຕົນເອງ ແລະ ຜູ້ອື່ນຄື ສະຫຼະຊົ່ວ ເຮັດດີ ເຮັດໃຈໃຫ້ຜ່ອງໃສດ້ວຍການເຮັດສະມາທິ ນອກຈາກນີ້ຍັງສອນໃຫ້ຮູ້ເຖິງວິທີການເພື່ອຈະໄປໃຫ້ເຖິງເປົ້າໝາຍຊີວິດນັ້ນ

ຖ້າບໍ່ມີຫຼວງປູ່ເປັນຕົ້ນແບບໃນການສັ່ງສົມບຸນ ແລະ ສ້າງຄຸນງາມຄວາມດີກໍຄົງຕ້ອງເສຍເວລາເພື່ອຄົ້ນຫາເປົ້າໝາຍຊີວິດທີ່ແທ້ຈິງຄື ການເຂົ້າເຖິງຄວາມສຸກພາຍໃນ ຈຶ່ງນັບໄດ້ວ່າຫຼວງປູ່ທ່ານມີບຸນຄຸນອັນໃຫຍ່ຫຼວງ ທີ່ສິດຍານຸສິດທຸກຄົນຄວນຫາໂອກາດຕອບແທນບຸນຄຸນໃຫ້ແກ່ທ່ານດ້ວຍສີ່ງທີ່ດີ ແລະ ມີຄຸນຄ່າທີ່ສຸດນັ້ນຄື ການປະຕິບັດເພື່ອນ້ອມບຸຊາທັມ ດ້ວຍການຢຸດໃຈໄວ້ທີ່ສູນກາງກາຍຖານທີ 7 ເຊິ່ງເປັນແຫຼ່ງແຫ່ງເນື້ອນາບຸນທີ່ດີທີ່ສຸດ ບໍລິສຸດທີ່ສຸດ

ການເຮັດໃຈຢຸດນິ້ງທີ່ສູນກາງກາຍຖານທີ່ 7 ເພື່ອນ້ອມບູຊາທັມຫຼວງປູ່ ນອກຈາກຈະເປັນການສະແດງເຖິງຄວາມຮູ້ບຸນຄຸນຂອງພວກເຮົາແລ້ວ ຍັງເປັນການສານຕໍ່ມະໂນປະນິທານຂອງວງປູ່ທີ່ຕ້ອງການເຜີຍແຜ່ວິຊາທັມມະໄປທົ່ວໂລກໃຫ້ເປັນຄວາມຈິງ ເພາະເມື່ອເຮົາປະຕິບັດທັມຈົນສາມາດເຂົ້າເຖິງຄວາມສຸກຈາກພາຍໃນທີ່ແທ້ຈິງໄດ້ ກະແສແຫ່ງຄວາມສຸກນັ້ນຍ່ອມຂະຫຍາຍໄປສູ່ພາຍນອກ ດຶງດູດຈິດໃຈໃຫ້ຄົນທົ່ວໄປຢາກເຂົ້າມາສຶກສາ ແລະ ປະຕິບັດທັມເພື່ອສະແຫວງຫາຄວາມສຸກທີ່ແທ້ຈິງ

 ກິດຈະກັມວັດພຣະທັມມະກາຍ 

 ເພື່ອນ້ອມບູຊາທັມແດ່ພຣະມົງຄົນເທບມຸນີ (ສົດ ຈັນທະສະໂຣ) 

ໃນມື້ວັນຄ້າຍວັນເກີດຂອງພຣະເດດພຣະຄຸນຫຼວງປູ່ຂອງທຸກໆປີ ເຫຼົ່າສິດຍານຸສິດທຸກຄົນທົ່ວໂລກຈຶ່ງຮ່ວມກັນຈັດງານບຸນຕ່າງໆ ເພື່ອນ້ອມບູຊາທັມແດ່ພຣະເດດພຣະຄຸນຫຼວງປູ່ໃນຖານະທີ່ທ່ານມີຄຸນຕໍ່ພຣະສາສະໜາທີ່ສາມາດນຳ “ວິຊາທັມມະກາຍ” ຂອງພຣະບໍຣົມມະສາດມະດາ ໃຫ້ຫວນຄືນກັບມາໃຫ້ຄົນລຸ້ນຫຼັງໄດ້ປະຕິບັດຕາມອີກຄັ້ງໜຶ່ງ

ສຳລັບໃນວັນທີ 10 ຕຸລາ ປີນີ້ ທາງວັດພຣະທັມມະກາຍຈຶ່ງຂໍເຊີນຊວນລູກຫຼານຫຼວງປູ່ ແລະ ພຸດທະສາສະນິກກະຊົນທົ່ວໂລກມາຮ່ວມສະແດງຄວາມຮູ້ບຸນຄຸນດ້ວຍການສູດມົນ ຈະເລີນສະມາທິ ແລະ ແຜ່ເມດຕາ ພ້ອມຄະນະສົງທັງໃນ ແລະ ຕ່າງປະເທດ ນັບໜື່ນອົງ ພ້ອມກັນທົ່ວທຸກມຸມຂອງໂລກ ຜ່ານແອັບພິກເຄຊັ່ນ ຊູມ ເພື່ອນ້ອມບູຊາທັມແດ່ພຣະເດດພຣະຄຸນຫຼວງປູ່ວັດປາກນ້ຳ ສົດ ຈັນທະສະໂຣ ແລະ ສັ່ງສົມບຸນກຸສົນໃຫ້ແກ່ຕົນເອງ ພ້ອມອະທິຖານຈິດຂໍໃຫ້ໂລກພົ້ນຈາກໄພຕ່າງໆ ກັບຄືນສູ່ຄວາມສະຫງົບສຸກໂດຍໄວ