ວັນເຂົ້າພັນສາເປັນວັນສຳຄັນໃນພຸທທະສາສະຫນາວັນຫນຶ່ງ ທີ່ພຣະສົງເຖລະວາດຈະອະທິຖານວ່າ ຈະພັກປະຈຳຢູ່ບ່ອນໃດບ່ອນຫນຶ່ງ ຕະຫລອດໄລຍະລະດູຝົນທີ່ມີກຳນົດເປັນໄລຍະເວລາ 3 ເດືອນ ຕາມທີ່ພຣະທັມມວິໄນບັນຍັດໄວ້ ໂດຍບໍ່ໄປຄ້າງແຮມບ່ອນອື່ນ ການເຂົ້າພັນສານີ້ຄື ເປັນຂໍ້ປະຕິບັດສຳຫລັບພຣະສົງໂດຍກົງ ລະເວັ້ນບໍ່ໄດ້ບໍ່ວ່າກໍລະນີໃດໆ ກໍ່ຕາມ ຕາມປົກກະຕິເລີ້ມນັບຕັ້ງແຕ່ວັນແຮມ 1 ຄ່ຳ ເດືອນ 8 ຂອງທຸກປີ (ຫລືເດືອນ 8 ຫລັງ ຖ້າມີເດືອນ 8 ສອງຫົນ ) ແລະສິ້ນສຸດລົງໃນວັນຂຶ້ນ 15 ຄ່ຳເດືອນ 11 ຫລືວັນອອກພັນສາ
ໃນສະໄຫມພຸທທະການພຣະພິກຂຸໃນພຣະພຸທທະສາສະຫນາຍັງມີຈຳນວນບໍ່ຫລາຍ ແລະພິກຂຸເຫລົ່ານັ້ນລ້ວນເປັນພຣະອະຣິຍະສົງທັງນັ້ນ ຈຶ່ງຮູ້ດີວ່າແມ່ນຫຍັງເປັນສິ່ງທີ່ພຣະພິກຂຸຄວນກະທຳແລະບໍ່ຄວນກະທຳ ເມື່ອເວລາຜ່ານໄປພຣະພິກຂຸສົງມີຈຳນວນຫລາຍຂຶ້ນ ພຣະພິກຂຸເຫລົ່ານັ້ນມັກອອກໄປຕາມສະຖານທີ່ຕ່າງໆເພື່ອສະແດງທັມມະແກ່ຍາດໂຍມ ເຮັດໃຫ້ຫລາຍຄັ້ງຕ້ອງຍ່າງຜ່ານພື້ນທີ່ກະເສດຕະກຳຂອງຊາວບ້ານ ຈຶ່ງເຮັດໃຫ້ເພິ່ນຍ່າງຢຽບຍ່ຳຕົ້ນກ້າທີ່ກຳລັງເຕີບໃຫຍ່ ເພາະຄິດວ່າເປັນຕົ້ນຫຍ້າ ຊາວບ້ານເຫລົ່ານັ້ນຈຶ່ງໄດ້ພາກັນຕິຕຽນແລະນຳຄວາມຂາບທູນພຣະສັມມາສັມພຸທທເຈົ້າ
ພຣະພຸທທະເຈົ້າຈຶ່ງອະນຸຍາດການຈຳພັນສາໃຫ້ຢູ່ໃນສະຖານທີ່ໃດສະຖານທີ່ຫນຶ່ງຕະຫລອດສາມເດືອນແກ່ພຣະສົງນັ້ນ ມີເຫດຜົນ ມີເຫດຜົນເພື່ອໃຫ້ພຣະສົງໄດ້ຢຸດພັກການຈາລິກເພື່ອເຜີຍແຜ່ສາສະຫນາໄປຕາມສະຖານທີ່ຕ່າງໆ ເຊິ່ງຈະເປັນດ້ວຍຄວາມຍາກລຳບາກໃນຊ່ວງລະດູຝົນ ແລະເພື່ອປ້ອງກັນຄວາມເສຍຫາຍຈາກການຍ່າງຢຽບຍ່ຳທັນຍະພືດຂອງຊາວບ້ານທີ່ປູກລົງໃນຫນານໃນລະດູຝົນ
ໂດຍສະເພາະຢ່າງຍິ່ງ ຊ່ວງເວລາຈຳພັນສາຕະຫລອດສາມເດືອນນັ້ນ ເປັນຊ່ວງເວລາແລະໂອກາດສຳຄັນໃນຮອບປີທີ່ພຣະສົງຈະໄດ້ມາຢູ່ຈຳພັນສາຮ່ວມກັນພາຍໃນອາວາດຫລືສະຖານທີ່ໃດສະຖານທີ່ຫນຶ່ງ ເພື່ອສຶກສາພຣະທັມວິໄນຈາກພຣະສົງທີ່ມີຄວາມຮູ້ ໄດ້ແລກປ່ຽນປະສົບການແລະສ້າງຄວາມສາມັກຄີໃນຫມູ່ຄະນະສົງນຳ
ຍົກເວົ້ນຫາກມີຄວາມຈຳເປັນພິເສດ ທີ່ເອີ້ນວ່າ “ສັຕຕາຫະກະລະນີຍະ” ທີ່ພຣະພິກຂຸຜູ້ຢູ່ຈຳພັນສາສາມາດເດີນທາງໄປຄ້າງແຮມບ່ອນອື່ນໄດ້ ໂດຍບໍ່ຖືວ່າເປັນການຂາດພັນສາ ແຕ່ຕ້ອງກັບມາພາຍໃນໄລຍະເວລາບໍ່ເກີນ 7 ມື້