ຄຸນຍາຍອາຈານມະຫາຣັດຕະນະອຸບາສິກາຈັນ ຂົນນົກຍູງ

ຊີວິດຊ່ວງໄວເດັກ

ພ.ສ.2452 ເພິ່ນເກີດເມື່ອວັນທີ 19 ມັງກອນ ພ.ສ.2452 ກົງກັບ ວັນພຸດ ຂຶ້ນ 10ຄ່ຳເດືອນຍີ່ ປີລະກາ ເມືອງນະຄອນໄຊສີ ແຂວງນະຄອນປະຖົມ ເປັນບຸດຄົນທີ 5 ໃນຈຳນວນພີ່ນ້ອງຍິງຊາຍທັງຫມົດ 9 ຄົນ ຂອງພໍ່ພອຍແລະແມ່ພັນ ຂົນນົກຍູງ ເພິ່ນບໍ່ໄດ້ຮຽນຫນັງສື ເຮັດໃຫ້ບໍ່ສາມາດອ່ານຂຽນໄດ້ ຄອບຄົວພໍ່ແມ່ເພິ່ນເປັນຊາວນາທີ່ມີຖານະປານກາງ ບໍ່ເປັນຫນີ້ສິນໃຜ

ຍາຍເພິ່ນຊ່ວຍພໍ່ແມ່ເຮັດວຽກບ້ານແລະເຮັດນາ ເພິ່ນເປັນຄົນດຸຫມັ່ນແຂັງແຮງ ຕື່ນຕັ້ງແຕ່ຕີ 3 ຕີ 4 ເຮັດວຽກແຕ່ເຊົ້າຮອດແລງ ຈົນຫມູ່ເອີ້ນວ່າ ແຂ່ງຂາເຫລັກ ດ້ວຍຄວາມທີ່ຍາຍແບກຮັບພາລະເປັນເຮື່ອເປັນແຮງຂອງຄອບຄົວໃນການເຮັດນາ ຫລໍ່ຫລອມໃຫ້ເພິ່ນເປັນຄົນທີ່ແຂັງແກ່ງແລະອົດທົນ ເຊິ່ງເປັນຄົນທີ່ມີຄຸນນະສົມບັດທີ່ມີປະໂຫຍດຢ່າງຍິ່ງຕໍ່ການສ້າງບາລະມີຂອງເພິ່ນໃນເວລາຕໍ່ມາ

ມານດາຂອງຍາຍມີຖານະດີກວ່າບິດາ ແຕ່ດ້ວຍເຫດທີ່ບິດາຕິດເຫລົ້າ ຈຶ່ງມັກຜິດຖຽງກັນກັບມານດາຢູ່ຕະຫລອດ ເມື່ອເມົາມາກໍ່ມາຈົ່ມນັ່ນນີ້ ມານດາກໍ່ເບື່ອແລະລັກໄລ່ ຈຶ່ງຮ້ອງອອກໄປວ່າ ບັກນົກກະຈອກ ອາໃສຮັງເຂົາຢູ່ ເມື່ອບິດາຂອງຍາຍໄດ້ຍິນກໍ່ຄຽດໃຫ້ ຈຶ່ງຖາມລູກໆວ່າ ໄດ້ຍິນທີ່ແມ່ວ່າໃຫ້ພໍ່ບໍ່ ຍາຍບໍ່ຢາກໃຫ້ພໍ່ກັບແມ່ຜິດຖຽງກັນຈຶ່ງກ່າວວ່າ ແມ່ເວົ້າແນວນັ້ນຄືສິບໍ່ໄດ້ຫມາຍເຖິງພໍ່ ເຮັດໃຫ້ບິດາຄຽດຫລາຍຈຶ່ງສາບແຊ່ງວ່າ ຂໍໃຫ້ຫູຫນວກ 500 ຊາດ ຄຳນີ້ເຮັດໃຫ້ຍາຍຢ້ານຫລາຍ ເພາະເຊື່ອວ່າຄຳເວົ້າຂອງພໍ່ແມ່ນັ້ນມີຄວາມສັກສິດ ຫາກແຊ່ງລູກແບບໃດຈະເປັນແນວນັ້ນ

ພໍ່ເພິ່ນເສຍຊີວິດ 

ພ.ສ.2464 ພໍ່ຂອງຍາຍໄດ້ເສຍຊີວິດ ເປັນເວລາດຽວກັນກັບທີ່ຍາຍເພິ່ນຢູ່ທົ່ງນາ ເມື່ອກັບມາຮອດເຮືອນ ຮູ້ຂ່າວແລ້ວຮູ້ສຶກເສຍໃຈ ເນື່ອງຈາກຍັງບໍ່ໄດ້ຂໍຂະມາພໍ່ກ່ອນຕາຍ ຄວາມຮູ້ສຶກຢ້ານຄຳສາບແຊ່ງຂອງບິດາຈຶ່ງຍັງຕິດຄ້າງຢູ່ໃນໃຈຂອງຍາຍຕະຫລອດມາ (ຍາຍອາຍຸ 12 ປີ)

ຮູ້ຂ່າວກ່ຽວກັບຫລວງປູ່ວັດປາກນ້ຳ ພາສີຈະເລີນ

ພ.ສ.2470 ມີຂ່າວຊ່າລືວ່າ ຫລວງປູ່ວັດປາກນ້ຳພາສີຈະເລີນ ຫລືພຣະມົງຄົນເທບມຸນີ (ສົດ ຈັນທະສະໂຣ) ເຈົ້າອາວາດວັດປາກນ້ຳ ພາສີຈະເລີນ ສາມາດສອນຄົນໃຫ້ຂົ້າເຖິງທັມມະກາຍໄດ້ ແລະເມື່ອເຂົ້າເຖິງແລ້ວສາມາດໄປນະຣົກສະຫວັນໄດ້ ໄປພົບພໍ້ພໍ່ແມ່ ປູ່ຫຍ່າ ຕາຍາຍ ຫລືຍາດມິດພີ່ນ້ອງທີ່ຕາຍໄປແລ້ວໄດ້ ຈຶ່ງເປັນແຮງບັນດານໃຈໃຫ້ຄຸນຍາຍປາດຖະຫນາ ທີ່ຈະສຶກສາວິທີການນັ່ງສະມາທິ ຈະໄດ້ໄປຂໍຂະມາພໍ່ໃນປໍລະໂລກ ເພື່ອໃຫ້ຕົນບໍ່ຕ້ອງຫູຫນວກໃນຊາດຕໍ່ໆ ໄປ ເພິ່ນຈຶ່ງໄດ້ຕັ້ງຄວາມປາດຖະຫນາວ່າ ຈະຕ້ອງໄປຫາຫລວງປູ່ວັດປາກນ້ຳໃຫ້ໄດ້ ນັບແຕ່ນັ້ນມາຈຶ່ງໄດ້ເລີ້ມຖືສີລ 5 ເປັນປົກກະຕິ ແລະລໍຄອຍຈົນກວ່າຈະຮອດເວລາອັນສົມຄວນ (ຄຸນຍາຍອາຍຸ 18 ປີ)

ໄປກຸງເທບເພື່ອຫາທາງໄປຂາບຫລວງປູ່

ພ.ສ.2478 ຄຸນຍາຍຕັດສິນໃຈລາແມ່ແລະພີ່ນ້ອງ ເພື່ອຈະຫາຫົນທາງໄປພົບຫລວງປູ່ວັດປາກນ້ຳ ພາສີຈະເລີນ ໂດຍມອບສັບສົມບັດ ໄດ້ແກ່ທີ່ດິນທີ່ເປັນສ່ວນຂອງເພິ່ນ ໃຫ້ກັບພຣະນ້ອງຊາຍ ແລະແກ້ວແຫວນເງິນທອງທັງຫມົດຍົກໃຫ້ກັບພີ່ນ້ອງ (ຄຸນຍາຍ 26 ປີ)

ຫລັງຈາກທີ່ຄຸນຍາຍມາຢູ່ກັບຍາດພີ່ນ້ອງທີ່ກຸງເທບແລ້ວ ໄດ້ສືບຮູ້ມາວ່າ ເຮືອນຄຸນນາຍລ້ຽບ ສິການຈະນານັນ ເສດຖີທີ່ສະພານຫັນ ເປັນອຸປະຖາກຄົນສຳຄັນທີ່ໄປເຮັດບຸນທີ່ວັດປາກນ້ຳເປັນປະຈຳຕະຫລອດໄລຍະເວລາຍາວນານຮອດ 20 ປີ

ເຖິງວ່າຄອບຄົວຂອງຍາຍຈະມີຖານະພໍຈະລ້ຽງຕົນເອງໄດ້ແບບສະບາຍ ເປັນທີ່ຍອມຮັບຂອງຄົນທັງຫມູ່ບ້ານ ແຕ່ຍາຍປ່ອຍວາງທຸກສິ່ງຍອມໄປສະຫມັກເປັນຄົນຮັບໃຊ້ເຮືອນຄຸນນາຍລ້ຽບ ກໍ່ເພື່ອອາໄສຫາທາງໄປວັດປາກນ້ຳ ຈະໄດ້ມີໂອກາດສະແຫວງຫາທັມມະ ແລະນຳຫາພໍ່ດັ່ງທີ່ຕັ້ງໃຈໄວ້

ຫລັງຈາກສະຫມັກເຂົ້າເປັນຄົນຮັບໃຊ້ໃນເຮືອນຄຸນນາຍລ້ຽບແລ້ວ ເພິ່ນໄດ້ເຮັດວຽກດ້ວຍຄວາມຊື່ສັດ ຈັດວຽກງານເປັນຢ່າງດີ ຈົນວ່າໄດ້ຮັບຄວາມໄວ້ວາງໃຈຈາກເຈົ້າຂອງເຮືອນໃຫ້ດູແລຫ້ອງເກັບສົມບັດ

ເຂົ້າເຖິງທັມມະກາຍ ຊ່ວຍພໍ່ພົ້ນນະຣົກ ໄດ້ຂໍຂະມາພໍ່

ຄຸນນາຍລ້ຽບໄດ້ເຊີນຄຸນນາຍທອງສຸກ ສຳແດງປັ້ນ ຜູ້ເປັນລູກສິດຂອງຫລວງປູ່ວັດປາກນ້ຳ ພາສີຈະເລີນ ມາສອນທັມມະຢູ່ເຮືອນ ຄຸນຍາຍຈຶ່ງຫາໂອກາດເຂົ້າໄປປະຕິບັດຮັບໃຊ້ ຄຸນຍາຍທອງສຸກເປັນຢ່າງດີ ຈົນຄຸນຍາຍທອງສຸກຮູ້ສຶກເມດຕາ ຈົນໄດ້ຂໍອະນຸຍາດເຈົ້າຂອງເຮືອນໃຫ້ຄຸນຍາຍມານັ່ງສະມາທິນຳ ດັ່ງນັ້ນໃນແຕ່ລະມື້ຄຸນຍາຍຈະຮີບຟ້າວເຮັດວຽກເຮືອນໃຫ້ແລ້ວຢ່າງໄວວາ ເພື່ອຫາໂອກາດໄປນັ່ງສະມາທິປະຕິບັດທັມ ຄຸນຍາຍປະຕິບັດທັມດ້ວຍຄວາມຕັ້ງໃຈຈິງ ຈົນເຂົ້າເຖິງທັມມະກາຍ ແລະເມື່ອອາໄສພຣະທັມມະກາຍເດີນຊານສະມາບັດຈົນຊຳນານແລ້ວ ຄຸນຍາຍທອງສຸກຈຶ່ງສອນໃຫ້ຄຸນຍາຍໄປຫາພໍ່ດ້ວຍການໃຊ້ວິຊາທັມມະກາຍ ຄຸນຍາຍໄດ້ເອົາບຸນທີ່ເຂົ້າເຖິງທັມມະກາຍ ຊ່ວຍພໍ່ໃຫ້ພົ້ນຈາກນະລົກ ແລະໄດ້ມີໂອກາດຂໍຂະມາພໍ່ໃນຄາວນັ້ນ

ພໍ້ຫລວງປູ່ວັດປາກນ້ຳພາສີຈະເລີນ ເຂົ້າຂາບເປັນເທື່ອທຳອິດ

ພ.ສ.2481 ຄຸນຍາຍຂໍອະນຸຍາດຄຸນນາຍລ້ຽບມາປະຕິບັດທັມທີ່ວັດປາກນ້ຳຫນຶ່ງເດືອນ ຄຸນຍາຍທອງສຸກ ພາຄຸນຍາຍໄປຂາບ ພຣະເດດພຣະຄຸນພຣະມົງຄົນເທບມຸນີ (ສົດ ຈັນທະສະໂຣ) ທີ່ວັດປາກນ້ຳພາສີຈະເລີນ ເປັນຄັ້ງທຳອິດທີ່ໄດ້ມີໂອກາດໄປຂາບ ເມື່ອຫລວງປູ່ເຫັນກໍ່ທ້ວງຂຶ້ນມາ “ມຶງມັນມາຊ້າໄປ” ທີ່ເພິ່ນທ້ວງແນວນີ້ກໍ່ເພາະວ່າເພິ່ນລໍຖ້າມາດົນແລ້ວ ຜູ້ທີ່ມີພື້ນຖານໃນການປະຕິບັດທັມວິຊາທັມມະກາຍຊັ້ນສູງໄດ້ນັ້ນ ຍາມໃດຈະມາຈັກເທື່ອ ແລ້ວເພິ່ນກໍ່ສົ່ງຄຸນຍາຍເຂົ້າໂຮງງານທຳວິຊາ (ຫ້ອງປະຕິບັດທັມເພື່ອສຶກສາວິຊາທັມມະກາຍຊັ້ນສູງ) ທັນທີໂດຍບໍ່ຕ້ອງຜ່ານຂັ້ນຕອນໃນການທົດສອບ ແລະຄັດສັນໃດໆທັງນັ້ນ (ຄຸນຍາຍອາຈານ 29 ປີ)

ບວດເປັນແມ່ຂາວແລະປະຕິບັດທັມ

ເມື່ອມາຢູ່ວັດປາກນ້ຳຄົບ 1ເດືອນ ຄຸນຍາຍໄດ້ບວດເປັນອຸບາສິກາແມ່ຂາວ ພ້ອມກັບຄຸນຍາຍທອງສຸກ ສຳແດງປັ້ນ ຄຸນຍາຍມີກິດຈະວັດຄ້າຍໆຄື ທຸກໆມື້ເປັນເວລາຫລາຍສິບໆປີ ໃນແຕ່ລະມື້ເສັ້ນທາງຍ່າງມີພຽງແຕ່ສະຖານທີ່ພັກ ຫໍສັນ ແລະໂຮງງານທຳວິຊາ ເພິ່ນທຸ່ມເທຊີວິດສຶກສາພຣະທັມຄຳສອນສອນຂອງພຣະສັມມາສັມພຸທທະເຈົ້າດ້ວຍວິຊາທັມມະກາຍ ໂດຍເຮັດຫນ້າທີ່ປະຕິບັດທັມສອງຊ້ວງເວລາ ໃນໂຮງງານທຳວິຊາ ເພິ່ນເປັນຜູ້ທີ່ຮັກສາໃຈໃຫ້ຢຸດນິ່ງມີໃຈເກາະກ່ຽວຢູ່ກັບທັມມະຕະຫລອດເວລາແລະໃນທຸກອິລິຍາບົດ ທັງໃນຂະນະອາບນ້ຳ ສ່ວຍຫນ້າແລະຖູແຂ້ວ ສັນອາຫານເປັນຕົ້ນ

 ລູກຈັນນີ້ເປັນຫນຶ່ງບໍ່ມີສອງ

ປີ ພ.ສ.2484 ປະມານກາງເດືອນທັນວາ ການນັ່ງປະຕິບັດທັມສຶກສາວິຊາທັມມະກາຍຊັ້ນສູງໃນສະໄຫມສົງຄາມໂລກນັ້ນ ຈະນັ່ງສະມາທິຕິດຕໍ່ກັນຕະຫລອດ 24 ຊົ່ວໂມງ ໂດຍປ່ຽນກັນມື້ລະ 6 ຊົ່ວໂມງ ຄຸນຍາຍເພິ່ນນັ່ງສະມາທິຕໍ່ເນື່ອງ 6 ຊົ່ວໂມງ ໃນເວລາກາງເວັນ ແລະນັ່ງສະມາທິອີກ 6 ຊົ່ວໂມງຕໍ່ເນື່ອງຂອງກະເວລາກາງຄືນ ດ້ວຍຄວາມຕັ້ງໃຈແທ້ຂອງຄຸນຍາຍ ເຮັດໃຫ້ເພິ່ນສຶກສາວິຊາທັມມະກາຍ ໄດ້ແບບຊຳນານຊ່ຽວຊານ ຈຶ່ງໄດ້ຮັບມອບຫມາຍໃຫ້ເປັນຫົວຫນ້າ ເພິ່ນເຮັດຫນ້າທີ່ດ້ວຍຄວາມຫມັ່ນພຽນກວ່າໃຜໆ ເຖິງວ່າຈະຫມົດຫນ້າທີ່ໃນຊ່ວງເວລາຂອງຕົນ ເພິ່ນກໍ່ຍັງນັ່ງຮ່ວມກັບຄົນອື່ນຕໍ່ໄປອີກເຄິ່ງຊົ່ວໂມງ ເພື່ອລໍຖ້າຮັບຄວາມຮູ້ຈາກຫລວງປູ່ວັດປາກນ້ຳທີ່ຈະຖ່າຍທອດໃຫ້ຫົວຫນ້າກະຕໍ່ໄປ ຈາກນັ້ນເພິ່ນຈຶ່ງຈະໄປພັກ ເປັນແບບນີ້ຢູ່ສະຫມ່ຳສະເຫມີ ເຮັດໃຍານນະທັດສະນະຂອງຄຸນຍາຍຊັດແຈ້ງຍິ່ງໆ ຂຶ້ນ ດັ່ງນັ້ນ ບໍ່ວ່າຫລວງປູ່ວັດປາກນ້ຳຈະບອກສັ່ງອັນໃດຫລືສອບຸາມອັນໃດກໍ່ຕາມ ຄຸນຍາຍກໍ່ສາມາດເຮັດໄດ້ຕາມນັ້ນແລະຕອບຄຳຖາມໄດ້ກົງຖືກຕ້ອງທຸກປະການ

ໃນການເຮັດວິຊາທັມມະກາຍນັ້ນ ຄຸນຍາຍເພິ່ນຢືນຢັນວ່າບໍ່ໄດ້ຢູ່ໃນພື້ນຖານຂອງການຄິດຄົ້ນຫຼືເດົາເອົາ ເພິ່ນວ່າຕ້ອງເຫັນແຈ້ງຍິ່ງກວ່າມືນຕາ ຖ້າບໍ່ເຫັນກໍ່ຕອບບໍ່ໄດ້ ເປັນການແນມ້ຫັນດ້ວຍການໃຊ້ເລນໃຈຂະຫຍາຍ ຄືເຫັນໄດ້ຮອບຕົວ ຮູ້ໄດ້ຮອບຕົວ ເປັນການເຫັນທີ່ເຫນືກວ່າການເຫັນແບບມະນຸດປຸຖຸຊົນທີ່ມີຂໍ້ຈຳກັດ ຕ້ອງເຝິກຝົນດ້ວຍຄວາມພຽນເຮັດໃຫ້ເກີດຂຶ້ນໄດ້

ການເອົາໃຈໃສ່ຕໍ່ການເຮັດວິຊາທັມມະກາຍນັ້ນ ຢຸດໃຈໄວ້ທີ່ສູນກາງກາຍຢູ່ຕະຫລອດເວລາ  ຄວາມເປັນຄົນເຮັດອັນໃດກໍ່ເຮັດແທ້ ເພິ່ນຈຶ່ງຊຳນານແລະແມ່ນ ຈົນວ່າໄດ້ຮັບຄຳຊົມຈາກພຣະເດດພຣະຄຸນ ຫລວງປູ່ປະກາດໃນທ່າມກາງກຸ່ມຜູ້ປະຕິບັດທັມດ້ວຍກັນວ່າ ” ລູກຈັນນີ້ເປັນຫນຶ່ງບໍ່ມີສອງ “

ຫລວງປູ່ເອີ້ນປະຊຸມລູກສິດທັງຫມົດ

ປີ ພ.ສ.2497 ຫລວງປູ່ວັດປາກນ້ຳ ພາສີຈະເລີນ ໄດ້ເອີ້ນປະຊຸມລູກສິດທັງຫມົດ ເພື່ອປະກາດໃຫ້ທຸກຄົນຮູ້ວ່າ ອີກ 5 ປີ ເພິ່ນຈະມໍລະນະພາບ ແລະໃຫ້ລູກສິດຊ່ວຍກັນເຜີຍແຜ່ວິຊາທັມມະກາຍໄປທົ່ວໂລກ ເນື່ອງຈາກວິຊານີ້ຊ່ວຍຄົນທັງໂລກໄດ້ ຈຶ່ງມີຄວາມສຳຄັນແລະປະໂຫຍດຫລາຍ  (ຄຸນຍາຍອາຍຸ 45ປີ )

ປີ ພ.ສ.2502 ຫລວງປູ່ວັດປາກນ້ຳມໍລະນະພາບລົງ ເມື່ອວັນທີ 3 ກຸມພາ ພ.ສ.2502 ເວລາບ່າຍ 3 ໂມງປາຍ ຫລັງຈາກມື້ນັ້ນເປັນຕົ້ນມາ ບັນດາລູກສິດນັກປະຕິບັດທັມ ວິຊາທັມມະກາຍຊັ້ນສູງທັງຫລາຍ ຕ່າງກໍ່ແຍກຍ້າຍກັນໄປຄົນລະທິດລະທາງ ສ່ວນຄຸນຍາຍຍັງອາໄສຢູ່ກັບຄຸນຍາຍທອງສຸກຢູ່ເຮືອນ 3 ຊັ້ນ ໃນວັດປາກນ້ຳ ປະຕິບັດກິດຈະເລີນພາວະນາ ແລະຊ່ວຍປົນນິບັດດູແລເບິ່ງແຍງຄຸນຍາຍທອງສຸກຄືເກົ່າ (ຄຸນຍາຍອາຍຸ 50 ປີ )

ຄຸນຍາຍທອງສຸກ ສຳແດງປັ້ນ ລົ້ມປ່ວຍແລະລະສັງຂານ

ປີ ພ.ສ.2503 ຄຸນຍາຍທອງສຸກລົ້ມປ່ວຍດ້ວຍໂຣກມະເຮັງມົດລູກໄລຍະສຸດທ້າຍ ໃນສະໄຫມນັ້ນນອກຈາກຈະບໍ່ມີຢາດີທີ່ຮັກສາໃຫ້ເຊົາແລ້ວ ຍັງມີກິ່ນເຫມັນຮຸນແຮງເປັນທີ່ນ່າລັງກຽດ ແຕ່ຄຸນຍາຍບໍ່ເຄີຍຮູ້ສຶກຫລືສະແດງທ່າທີລັງກຽດຄຸນຍາຍທອງສຸກເລີຍເທື່ອດຽວກໍ່ບໍ່ເຄີຍ ແຕ່ກັບກັນແຮ່ງດຸຫມັ່ນທຳຄວາມສະອາດ ເຊັດຖູຕົວ ຊັກເສື້ອຜ້າໃຫ້ຄຸນຍາຍທອງສຸກ ຈົນສະອາດສະອ້ານ ເອົານ້ຳອົບນ້ຳຫອມມາພຣົມເພື່ອດັບກິ່ນໃຫ້ ເພື່ອທີ່ວ່າໃນເວລາທີ່ລູກສິດຂອງຄຸນຍາຍທອງສຸກທີ່ມີຢູ່ທົ່ວປະເທດມາຢ້ຽມຢາມ ຈະໄດ້ມີກິ່ນອັນເປັນເຫດໃຫ້ສິດເຫລົ່ານັ້ນລັງກຽດ ຄຸນຍາຍດູແລປົນນິບັດຄຸນຍາຍທອງສຸກແບບໃກ້ຊິດ ຈົນວ່າຄຸນຍາຍທອງສຸກເສຍຊີວິດ (ຄຸນຍາຍອາຍຸ 51 ປີ)

ຄຸນຍາຍໄດ້ພໍ້ສິດເອກ

ຄຸນຍາຍລະນຶກເຖິງຄຳສັ່ງຂອງຫລວງປູ່ວັດປາກນ້ຳ ພາສີຈະເລີນ ທີ່ໃຫ້ເຜີຍແຜ່ວິຊາທັມມະກາຍໄປທົ່ວໂລກ ເຮັດໃຫ້ຄຸນຍາຍຕ້ອງສະແຫວງຫາ ແລະລໍຖ້າຜູ້ທີ່ຈະມາເຮັດຫນ້າທີ່ສືບທອດແລະເຜີຍແຜ່ວິຊາທັມມະກາຍຕາມທີ່ຫລວງປູ່ວັດປາກນ້ຳສັ່ງໄວ້

ປີ ພ.ສ.2506 ຫລວງພໍ່ທັມມະໄຊໂຍ (ພຣະໄຊຍະບູນ ທັມມະໄຊໂຍ ) ຂະນະນັ້ນຍັງເປັນນິສິດມະຫາວິທະຍາໄລກະເສດສາດ ໄດ້ເຂົ້າຂາບຝາກຕົວເປັນສິດຂອງຄຸນຍາຍ ມີຄວາມສົນໃຈໃນພຣະພຸທທະສາສະຫນາຢ່າງຫລວງຫລາຍ ຈຶ່ງມາຂໍຮຽນປະຕິບັດ ມີຜົນການປະຕິບັດທັມທີ່ດີຍິ່ງໃນເວລາອັນໄວວາ ຈົນວ່າໄດ້ຮັບການຖ່າຍທອດວິຊາທັມມະກາຍຈາກເພິ່ນຕື່ມ (ຄຸນຍາຍອາຍຸ 54 ປີ )

ປີ ພ.ສ. 2509 ທ່ານຜະເດັດ ຜ່ອງສະຫວັດ ປະຈຸບັນແມ່ນຫລວງພໍ່ທັຕຕະຊີໂວ  ໄດ້ພໍ້ຫັບຫລວງພໍ່ທັມມະໄຊໂຍ ໂດຍສ່ວນຕົວຂອງຫລວງພໍ່ທັຕຕະຊີໂວ ມີຄວາມສົນໃຈໃນເລື່ອງນະຣົກສະຫວັນ ຢູ່ແລ້ວ ຈຶ່ງຢາກຈະໄປພໍ້ຄຸນຍາຍ ຫລວງພໍ່ທັມມະໄຊໂຍຈຶ່ງໄດ້ພາມາຂາບຄຸນຍາຍ ເພິ່ນກໍ່ຮັບຫລວງພໍ່ທັຕຕະຊີໂວເປັນລູກສິດອີກຫນຶ່ງຄົນ ທັງສອງຄົນໄດ້ຊວນຫມູ່ນິສິດທັງລຸ້ນອ້າຍແລະລຸ້ນນ້ອງ ມາປະຕິບັດທັມກັບຄຸນຍາຍເປັນຈຳນວນຫລວງຫລາຍ (ຄຸນຍາຍອາຍຸ 57 ປີ)

ເຮືອນທັມມະປະສິດ

ປີ ພ.ສ.2510 ເຮືອນຫລັງນ້ອຍທີ່ຄຸນຍາຍພັກອາໄສມາກວ່າ 20 ປີ ມີຄວມມຊຸດໂຊມລົງຕາມເວລາ ແຕ່ກໍ່ມີຄົນມານັ່ງສະມາມິເຕັມເຮືອນ ບາງມື້ລົ້ນເຮືອນອອກມາທາງນອກ ໂດຍສະເພາະວັນທິດຕົ້ນເດືອນ (ຄຸນຍາຍອາຍຸ 58 ປີ)

ບັນດາສິດຍາຍຸສິດຈຶ່ງຫາລືກັນເພື່ອສ້າງເຮືອນຫລັງໃຫມ່ໃຫ້ຄຸນຍາຍ ຫລວງພໍ່ທັມມະໄຊໂຍໃນສະໄຫມເປັນສິດຢູ່ນັ້ນໄດ້ເປັນຕົ້ນບຸນຮວບຮວມປັດໄຈສ້າງເຮືອນຫລັງໃຫມ່ ພຣະພາວະນາໂກສົນເຖລະ (ຫລວງພໍ່ເລັກ ) ຮອງເຈົ້າອາວາດວັດປາກນ້ຳໃນຂະນະນັ້ນ ເມດຕາຕັ້ງຊື່ໃຫ້ວ່າ “ເຮືອນທັມມະປະສິດ “ເປັນເຮືອນໄມ້ສອງຊັ້ນ ຢູ່ພາຍໃນບໍລິເວນວັດປາກນ້ຳທາງດ້ານເຫນືອ ເມື່ອສ້າງແລ້ວໆ ກໍ່ໄດ້ຖວາຍໃຫ້ວັດປາກນ້ຳ ເຮືອນຫລັງນີ້ຢູ່ບໍ່ໄກຈາກເຮືອນຫລັງເກົ່າ

ປີ ພ.ສ.2511 ທີ່ເຮືອນທັມມະປະສິດມີເຫດການຄ້າຍໆ ເຮືອນນ້ອຍຫລັງເກົ່າ ຄືມີຄົນມາປະຕິບັດທັມຫລາຍຂຶ້ນຈົນເຕັມເຮືອນໂດຍສະເພາະຢ່າງຍິ່ງ ວັນທິດຕົ້ນເດືອນຕັ້ງແຕ່ຊັ້ນເທິງເຮືອນຈົນຮອດກະໄດ ທັງລ່າງຈົນໄປຮອດສະຫນາມຫຍ້າຫນ້າເຮືອນຕະຫລອດຈົນທາງຍ່າງໄປຮອດປະຕູຮົ້ວ ທົ່ວບໍລິເວນເນືອງແຫນ້ນໄປດ້ວຍຜູ້ຄົນທີ່ມາປະຕິບັດທັມ (ຄຸນຍາຍອາຍຸ 59 ປີ)

ຫລວງພໍ່ທັມມະໄຊໂຍອຸປະສົມບົດ

ປີ ພ.ສ.2512 ຫລັງຈາກຫລວງພໍ່ທັມມະໄຊໂຍຈົບການສຶກສາປະລິນຍາຕີຈາກຂະນະເສດຖະສາດແລະບໍລິຫານທຸລະກິດສາຂາວິຊາເສດຖະສາດກະເສດ ມະຫາວິທະຍາໄລກະເສດສາດ ຄຸນຍາຍ້ຫັນວ່າພິ່ນມີຄວາມຮູ້ທາງໂລກແບບທີ່ກຳນົດໄວ້ແລ້ວແລະຄວນທີ່ຈະມີຄວາມຮູ້ທາງທັມ ທາງດ້ານປະລິຍັດແລະປະຕິບັດຈຶ່ງປຶກສາຫາລືກັນວ່າ ຄວນຈະບວດໃນພັນສານີ້ ເມື່ອຫລວງພໍ່ໄດ້ຕັດສິນໃຈແລ້ວ ໃນວັນທີ 27 ສິງຫາ ພ.ສ.2512 ເຊິ່ງກົງກັບວັນຂຶ້ນ 15 ຄ່ຳເດືອນ 9 ຫລວງພໍ່ທັມມະໄຊໂຍຈຶ່ງໄດ້ບວດ ຢູ່ພັດທະສີມາວັດປາກນ້ຳ ພາສີຈະເລີນ ໂດຍມີພຣະເທບວໍລະເມທີ (ທ່ານເຈົ້າປະຄຸນສົມເດັດພຣະມະຫາຣັດຊະມັງຄະລາຈານ ທີ່ປຶກສາມະຫາເຖລະສະມາຄົມ ເຈົ້າອາວາດວັດປາກນ້ຳ ພາສີຈະເລີນ ກຸງເທບມະຫານະຄອນໃນປັດຈະບັນ ) ເປັນພຣະອຸປັດຊາ ແລະມີສາຍາວ່າ “ທັມມະໄຊໂຍ ” ແປວ່າ “ຜູ້ມີໄຊຊະນະດ້ວຍທັມ” (ຄູນຍາຍອາຍຸ 60ປີ )

 

ດຳຣິທີ່ຈະສ້າງວັດ

ປີ ພ.ສ.2512 ຫລວງພໍ່ທັມມະໄຊໂຍ ເຊິ່ງຢູ່ໃນຊ່ວງພັນສາທຳອິດຂອງການເປັນພຣະພິກຂຸ ໄດ້ເວົ້າກັບຄຸນຍາຍໄວ້ວ່າການສ້າງສະຖານທີ່ແຫ່ງໃຫມ່ທີ່ຫມາະສົມຕໍ່ການປະພຶດປະຕິບັດທັມແລະເຜີຍແຜ່ວິຊາທັມມະກາຍສືບຕໍ່ໄປ ປດກອບກັບຄວາມຕັ້ງໃຈຂອງຄຸນຍາຍທີ່ຈະເຜີຍແຜ່ພຣະພຸທທະສາສະຫນາໃຫ້ກວ້າງຂວາງຕາມທີ່ຫລວງປູ່ວັດປາກນ້ຳໄດ້ມອບຫມາຍໄວ້ ຄຸນຍາຍຈຶ່ງມີດຳຣິທີ່ຈະສ້າງວັດ (ຄຸນຍາຍອາຍຸ 60 ປີ)

ປີ ພ.ສ.2512 ຄຸນຫຍິງປະຢັດ ແພດພົງສາວິສຸດທາທິບະດີ ໄດ້ຍົກທີ່ດິນ 196ໄຮ່ ຕາລາງວາ ທີ່ຕຳບົນຄອງສາມ ອຳເພີຄອງຫລວງ ຈັງຫວັດປະທຸມທານີ ໃຫ້ເປັນທີ່ສ້າງວັດ (ຄຸນຍາຍອາຍຸ 60 ປີ)

ຫລວງພໍ່ທັຕຕະຊີໂວຕັ້ງສັດຈະປະພຶດພຣົມມະຈັນ

ປີ ພ.ສ. 2513 ໃນຊ່ວງຕົ້ນປີ ຫລວງພໍ່ທັຕຕະຊີໂວ ໄດ້ຕັ້ງສັດຈະປະພຶດພຣົມມະຈັນ ແລະຄຸນຍາຍມອບຫມາຍໃຫ້ຫລວງພໍ່ທັຕຕະຊີໂວ (ຕອນນັ້ນຍັງບໍ່ທັນບວດ) ໄປເບິ່ງແຍງຮັກສາທີ່ດິນ 196ໄຮ່ ແລະດູແລງານກໍ່ສ້າງວັດ ສ່ວນຫລວງພໍ່ທັມມະໄຊໂຍ ກັບຄຸນຍາຍເຮັດຫນ້າທີ່ແຜ່ບຸນສ້າງວັດ ແລະສອນທັມປະຕິບັດຢູ່ທີ່ບ້ານທັມມະປະສິດ ກອງທຸນເລີ້ມຕົ້ນສ້າງວັດຕອນນັ້ນມີເງິນ 3200ບາດ (ຄຸນຍາຍອາຍຸ 61 ປີ)

ເລີ້ມສ້າງສູນພຸທທະຈັກປະຕິບັດທັມ

ປີ ພ.ສ.2513 ໃນວັນມາຄະບູຊາ ທີ 20 ກຸມພາ ຫລວງພໍ່ທັມມະໄຊໂຍ ຄຸນຍາຍແລະສິດຍານຸສິດ ໄດ້ຮ່ວມແຮງຮ່ວມໃຈກັນຂຸດດິນກ້ອນທຳອິດ ກໍ່ສ້າງພຸທທະຈັກປະຕິບັດທັມຂຶ້ນ ຕອນນັ້ນຍັງບໍ່ເປັນວັດ ເອີ້ນຊື່ເປັນ “ສູນພຸທທະຈັກປະຕິບັດທັມ” ໂດຍຄຸນຍາຍເພິ່ນສ້າງຂຶ້ນພ້ອມກັບໃຫ້ການສົ່ງເສີມຫລວງພໍ່ແລະຫມູ່ຄະນະ ໃນທຸກໆ ດ້ານເພື່ອໃຫ້ງານສ້າງວັດ ປະສົບຄວາມສຳເຣັດ ນັບຕັ້ງແຕ່ນັ້ນມາ (ຄຸນຍາຍອາຍຸ 61 ປີ)

ຫລວງພໍ່ທັຕຕະຊີໂວອຸປະສົມບົດ

ປີ ພ.ສ.2514 ຫລວງພໍ່ທັຕຕະຊີໂວ ໄດ້ບວດຢູ່ວັດປາກນ້ຳ ພາສີຈະເລີນໃນວັນທີ 19 ທັນວາ ພ.ສ.2514 ແລະເມື່ອບວດໄດ້ອາທິດດຽວ ຄຸນຍາຍກໍ່ເລີ້ມເຝິກໃຫ້ເທດສະຫນາ (ຄຸນຍາຍອາຍຸ 62ປີ)

ໂຄງການອົບຮົມທັມມະທາຍາດລຸ້ນທີ 1

ປີ ພ.ສ.2515 ຫລວງພໍ່ທັມມະໄຊໂຍມີດຳຣິ ທີ່ຈະອົບຮົມສັ່ງສອນທັມມະທັງພາກທິດສະດີແລະພາກປະຕິບັດໃຫ້ກັບເຍົາວະຊົນທົ່ວໄປ ທັງນີ້ພື່ອມຸ່ງພັດທະນາຈິດໃຈທີ່ປັນພື້ນຖານສຳຄັນຍິ່ງໃນການພັດທະນາຄຸນນະພາບຊີວິດ ໃຫ້ຈະເລີນກ້າວຫນ້າຕໍ່ໄປ ນອຫຈາກນີ້ຄຸນຍາຍກໍ່ຍັງມຸ່ງຫວັງວ່າ ບຸກຄົນກຸ່ມນີ້ຈະເປັນກຳລັງໃນການເຜີຍແຜ່ວິຊາທັມມະກາຍ ຕາມທີ່ຄຸນຍາຍໄດ້ຮັບປາກຫລວງປູ່ວັດປາກນ້ຳໄວ້ ດັ່ງນັ້ນ ໂຄງການອົບຮົມທັມມະທາຍາດ ແລະອຸປະສົມບົດຫມູ່ ຈຶ່ງເກີດຂຶ້ນຄັ້ງທຳອິດ ເມືາອປີ ພ.ສ. 2515 ມີນິສິດນັກສຶກສາເຂົ້າມາອົບຮົມທັງຫມົດ 60 ຄົນ ທ່າມກາງຄູນ້ຳແລະຄັນດິນທີ່ຫາກໍ່ພິກຟື້ນຂຶ້ນມາໂດຍຍັງບໍ່ມີສິ່ງປູກສ້າງໃດໆ ໂຮງທານແລະສາລາປະຕິບັດທັມກໍ່ຍັງບໍ່ທັນມີ (ຄຸນຍາຍອາຍຸ 63ປີ)

ຄຸນຍາຍສອນປະຕິບັດທັມວັນທຳມະດາ ວັນເສົາແລະວັນທິດ ຊ່ວຍເບິ່ງການສ້າງວັດ

ປີ ພ.ສ.2513-2517 ຄຸນຍາຍພັກຢູ່ເຮືອນທັມມະປະສິດ ຫລວງພໍ່ທັມມະໄຊໂຍຢູ່ທີ່ວັດປາກນ້ຳ ວັນທຳມະດາທັງສອງທ່ານຈະສອນປະຕິບັດທັມທີ່ເຮືອນທັມມະປະສິດ ວັນເສົາແລະວັນທິດຈະໄປຊ່ວຍເບິ່ງການກໍ່ສ້າງວັດໃນທີ່ດິນ 196 ໄຮ່

ປີ ພ.ສ.2516 ຫລັງຈາກອອກພັນສາ ພຣະພິກຂຸລູກສິດ ຂອງຄຸນຍາຍສະເພາະທີ່ເຮັດການຄວບຄຸມການກໍ່ສ້າງວັດ ໄດ້ຍ້າຍຈາກວັດປາກນ້ຳ ພາສີຈະເລີນ ມາຢູ່ທີ່ສູນພຸທທະຈັກປະຕິບັດທັມ ເປັນການຖາວອນ ຄຸນຍາຍຍັງຢູ່ທີ່ເຮືອນທັມມະປະສິດ ຖ້າເກັບຮວບຮວມສະບຽງມາສົ່ງໃຫ້ (ຄຸນຍາຍອາຍຸ 64ປີ)

ຄຸນຍາຍມາຢູ່ສູນພຸທທະຈັກປະຕິບັດທັມ

ປີ ພ.ສ. 2518 ຕໍ່ມາຄຸນຍາຍກໍ່ຍ້າຍຈາກເຮືອນທັມມະປະສິດ ວັດປາກນ້ຳ ມາຢູ່ຖາວອນທີ່ສູນພຸທທະຈັກ ເມື່ອວັນທີ 18 ເມສາ ພ.ສ. 2518 ເພິ່ນກໍ່ເລີ້ມວາງລະບຽບວິໄນ ໂດຍຄຸນຍາຍເລີ້ມໃຫ້ກໍ່ສ້າງກຳແພງໃຫ້ແຂງແຮງຮອບ 196 ໄຮ່ ເປັນລຳດັບທຳອິດ ໂດຍບອກວ່າສ້າງກຳແພງກັ້ນກິເລສ ກັນຄົນພານ ຈາກນັ້ນເພິ່ນກໍ່ເລີ້ມວາງລະບຽບວິໄນພາຍໃນວັດ ດ້ວຍຕົນເອງທັງຫມົດ ໂດຍນຳເອົາປະສົບການໃນຕອນທີ່ເພິ່ນຢູ່ກັບຫລວງປູ່ວັດປາກນ້ຳມາໃຊ້ ໃຫ້ຂຽນປ້າຍກົດລະບຽບເທິງກະດານຕິດໄວ້ທີ່ຂ້າງອາຄານ  (ປະຈຸບັນແມ່ນປ້າຍກົດລະບຽບທີ່ຕິດຢູ່ຂ້າງອາຄານດາວວະດຶງ) ໃຫ້ທຸກຄົນອ່ານເພິ່ນເລີ້ມວາງແນວທາງປະຕິບັດຫລາຍ ໆ ຢ່າງ ໃຫ້ມີຫລັກເກນຂຶ້ນ ເຮັດໃຫ້ທຸກຄົນມີການເຮັດວຽກທີ່ເປັນລະບຽບແບບແຜນຂຶ້ນເປັນລຳດັບ ການດຳເນີນການສ້າງວັດໄດ້ເສັດສິ້ນໄປແລ້ວເປັນສ່ວນໃຫຍ່ ມີສາລາໃຫຍ່ສຳຫລັບການປະຕິບັດທັມແລະມີກຸດຕິ ເນື່ອງຈາກວັດຫາກະສ້າງແລ້ວໃຫມ່ ໆ ຄຸນຍາຍຈຶ່ງໃຫ້ຂໍ້ຄິດວ່າ  “ພຣະຫາກໍ່ບວດໃຫມ່ການທີ່ຈະເທດຫຍັງໃຫ້ເລິກເຊິ່ງຄືສິຍັງເຮັດບໍ່ໄດ້ ທີ່ຈະພໍເຮັດໄດ້ກໍ່ຄື ການເປັນຕົ້ນແບບດີໆ ໃຫ້ຍາດໂຍມເບິ່ງ ເຖິງວ່າຈະເປັນເລື່ອງເລັກໆ ນ້ອຍໆ ກໍ່ຕາມ ໃຫ້ຈັດທຸກຢ່າງໃຫ້ເປັນລະບຽບບໍ່ວ່າຈະເປັນການປົດເກີບ ໄມ້ຟອຍ ຜ້າເຊັດໂຕ໊ະ ຖັງຂີ້ເຫຍື່ອ ທຸກຢ່າງໃນຊີວິດປະຈຳວັນໃຫ້ຈັດໃຫ້ຮຽບຮ້ອຍ ເຊິ່ງນອກຈະເຮັດໃຫ້ໃຈເຮົາເອງມີຄວາມສະຫງົບແລ້ວ ເຖິງວ່າຍາດໂຍມມາວັດບໍ່ໄດ້ຟັງເທດແຕ່ໄດ້ເຫັນສິ່ງເຫລົ່ານີ້ ເຂົາກໍ່ຈະໄດ້ເຫັນແບບຢ່າງທີ່ດີ ແລະໄດ້ຄວາມສະບາຍໃຈກັບໄປ “

ປ່ຽນຊື່ເປັນວັດພຣະທັມມະກາຍ

ປີ ພ.ສ.2524 ໄດ້ມີການປ່ຽນຊື່ຈາກ “ສູນພຸທທະຈັກປະຕິບັດທັມ” ມາເປັນ ວັດພຣະທັມມະກາຍ (ຄຸນຍາຍອາຍຸ 72 ປີ)

ພື້ນທີ່ 2000ໄຮ່ແລະສະພາທັມມະກາຍສາກົນ

ປະມານປີ ພ.ສ.2528 ເມື່ອມີຄົນມາປະຕິບັດທັມຫລາຍຂຶ້ນ ເຮັດໃຫ້ສາລາຟັງທັມທີ່ຢູ່ໃນພື້ນທີ່ເດີມ 196 ໄຮ່ ບໍ່ພຽງພໍທີ່ຈະຮອງຮັບສາທຸຊົນ ຫລວງພໍ່ທັມມະໄຊໂຍ ຄຸນຍາຍອາຈານແລະມູນລະນິທິທັມມະກາຍໄດ້ນ່ວມກັບສາທຸຊົນຊື້ທີ່ດິນເນື້ອທີ່ 2,000 ໄຮ່ກວ່າ ໆ ຈາກກອງ ມໍລະດົກຂອງຫມ່ອມລາດຊະວົງສຸວະພັນ ສະຫນິດວົງ ເພື່ອຈັດສ້າງເປັນສູນກາງແຫ່ງການປະຕິບັດທັມ ເລີ້ມສ້າງສາລາປະຕິບັດທັມຫລັງໃຫມ່ຂ້າງໆ ກຳແພງວັດໃນພື້ນທີ່ສອງພັນໄຮ່ ເປັນຫລັງຄາມຸງຈາກ ພື້ນທີ່ນັ່ງປູກະໂລ ຄອນກີດແຜ່ນລຽບຊື່ວ່າ ສະພາທັມມະກາຍສາກົນສາມາດຮອງຮັບສາທຸຊົນໄດ້ 12,000 ຄົນ (ຄຸນຍາຍອາຍຸ 76 ປີ)

 

ຕໍ່ມາສາທຸຊົນເດີນທາງມາຫລາຍຂຶ້ນເລື້ອຍໆ ເຮັດໃຫ້ສະພາທັມມະກາຍສາກົນຫລັງຄາໃບຈາກ ມີພື້ນທີ່ນັ່ງແລະພື້ນທີ່ໃຊ້ສອຍບໍ່ພຽງພໍ ຕ້ອງເຊົ່າເຕັ້ນຫລາຍແຫ່ງຮອບໆ ສູນກາງພິທີກຳໃຫຍ່ ຫລືການຈັດກິດຈະກຳເພື່ອປະຕິບັດທັມ ແລະອົບຮົມໃນການສອນສີລທັມ ດັ່ງນັ້ນ ໃນປີ ພ.ສ.2539 ມູນລະນິທິທັມມະກາຍ ແລະສາທຸຊົນໄດ້ຮ່ວມມືຮ່ວມແຮງຮ່ວມໃຈສ້າງສະພາທັມມກາຍສາກົນຂະຫນາດໃຫຍ່ ເປັນສາລາອະເນກປະສົງ ຖາວອນສອງຊັ້ນ ໃນເນື້ອທີ່ 250 ໄຮ່ກວ່າໆ ເຊິ່ງຢູ່ໃນພື້ນທີ່ 2ພັນໄຮ່ ສາມາດຮອງຮັບສາທຸຊົນໄດ້ 300,000 ຄົນ ຊັ້ນທີ 1 ໃຊ້ເປັນທີ່ຈອດລົດໄດ້ 10,000 ຄັນ ມີຫ້ງປະຊຸມຫລາຍຫ້ອງ ແລະມີຫ້ອງນ້ຳອຳນວຍຄວາມສະດວກຮອບທິດ

ຄຸນຍາຍເປັນປະທານກະຖິນສາມັກຄີຄັ້ງທຳອິດ

ປີ ພ.ສ.2531 ຄຸນຍາຍເປັນປະທານກະຖິນສາມັກຄີຂອງວັດພຣະທັມມະກາຍເປັນຄັ້ງທຳອິດໃນວັນທີ 6 ພະຈິກ ພ.ສ.2531 (ຄຸນຍາຍອາຍຸ 80ປີ)

ຮູບຫລໍ່ອົງຫລວງປູ່ວັດປາກນ້ຳດ້ວຍທອງຄຳບໍລິສຸດ

ປີ ພ.ສ.2537 ຫລວງພໍ່ທັມມະໄຊໂຍ ຄຸນຍາຍແລະຄະນະສິດຍານຸສິດ ພ້ອມໃຈກັນສະແດງຄວາມກະຕັນຍູກະຕະເວທີດ້ວຍການຫລໍ່ອົງຫລວງປູ່ວັດປາກນ້ຳດ້ວຍທອງຄຳບໍລິສຸດຫນັກ 1 ຕັນ ໃນວັນທີ 25 ກຸມພາ ພ.ສ.2537 ໂດຍມີພຣະທັມປັນຍາບະດີ ( ທ່ານເຈົ້າປະຄຸນສົມເດັດພາະມະຫາຣັດຊະມັງຄະລາຈານ ) ເຈົ້າອາວາດວັດປາກນ້ຳພາສີຈະເລີນ ເປັນປະທານສົງປະກອບພິທີເທທອງ (ຄຸນຍາຍອາຍຸ 85 ປີ)

 

ເລີ້ມສ້າງມະຫາທັມມະກາຍເຈດີ

ປີ ພ.ສ.2538 ຫລວງພໍ່ທັມມະໄຊໂຍ ຄຸນຍາຍອາຈານ ແລະຄະນະສິດຍານຸສິດ ເລີ້ມສ້າງມະຫາທັມມະກາຍເຈດີ (ຄຸນຍາຍອາຍຸ 86 ປີ) ເຊິ່ງໃຊ້ເວລາໃນການກໍ່ສ້າງເປັນໄລຍະເວລາຫລາຍປີ ຈົນວ່າການປະດິດສະຖານອົງພຣະທັມມະກາຍພາຍນອກຂອງມະຫາທັມມະກາຍເຈດີໄດ້ແລ້ວສົມບູນ ເມື່ອວັນທີ 21 ທັນວາ ພ.ສ.2542

ຫລໍ່ອົງຄຸນຍາຍດ້ວຍທອງຄຳບໍລິສຸດ

ວັນທີ 1 ມັງກອນ ພ.ສ.2541 ຫລວງພໍ່ທັມມະໄຊໂຍ ແລະຄະນະສິດຍານຸສິດ ພ້ອມໃຈກັນຈັດ ໃຫ້ມີພິທີຫລໍ່ອົງທອງຄຳຄຸນຍາຍມະຫາຣັດຕະນະອຸບາສິກາຈັນ ຂົນນົກຍູງ ດ້ວຍທອງຄຳຂະຫນາດເທົ່າກັບອົງຈິງທີ່ລານຫນ້າສິມ (ຄຸນຍາຍອາຍຸ 89 ປີ)

ການຫລໍ່ອົງຄູບາອາຈານເປັນທອງຄຳແທ້ຫມົດທັງອົງແບບນີ້ເປັນການສະແດງຄວາມກະຕັນຍູຢ່າງສູງສຸດທີ່ເຫລົ່າສິດຍານຸສິດມີຕໍ່ທ່ານ ໂດຍຫວັງຈະໃຫ້ຮູບຫລໍ່ນີ້ເປັນຕົວແທນຂອງເພິ່ນຄືກັບວ່າເພິ່ນຍັງມີຊີວິດຢູ່ ເພື່ອເປັນເຄື່ອງລະນຶກເຖິງຂໍ້ວັດປະຕິບັດແລະມະໂນປະນິທານອັນຍິ່ງຂອງເພິ່ນ ອີກທັງຍັງເປັນການໃຫ້ລູກຫລານທີ່ຈະນຳມາໃນການພາຍຫລັງ ໄດ້ຮັບຮູ້ເຖິງຄຸນນະທັມຄຸນວິເສດແລະນຳທ່ານເປັນຕົ້ນບຸນຕົ້ນແບບໃນການສ້າງບຸນສ້າງບາລະມີໃຫ້ຍິ່ງ ໆ ຂຶ້ນໄປ

ຄຸນຍາຍຮ່າງກາຍອ່ອນແອ

ຊ່ວງລະຫວ່າງປີ ພ.ສ.2541-2543 ສຸຂະພາບຂອງຄຸນຍາຍອ່ອນແອລົງ ແລະຕ້ອງການພັກຜ່ອນຫລາຍຂຶ້ນ ຄຸນຍາຍຈຶ່ງບໍ່ສາມາດອອກມາຕ້ອນຮັບແລະສອນສິດຍານຸສິດໄດ້ ແຕ່ປານນັ້ນເພິ່ນກໍ່ຍັງອອກມາເບິ່ງຄວາມກ້າວຫນ້າ ໃນການກໍ່ສ້າງມະຫາທັມມະກາຍເຈດີຢູ່ປະຈຳ

ວຄຸນຍາຍລະສັງຂານ

ທີ 10 ກັນຍາ ພ.ສ.2543 ຕອນເຊົ້າມືດ ຄຸນຍາຍໄດ້ລະສັງຂານຢ່າງສະຫງົບດ້ວຍໂຣກຊະລາຢູ່ໂຮງຫມໍກະເສມລາດ ກຸງເທບ ລວມອາຍຸໄດ້ 91 ປີກວ່າ ໆ

ວັນສະຫລາຍຮ່າງຂອງຄຸນຍາຍ

ປີ ພ.ສ.2545 ຫລວງພໍ່ທັມມະໄຊໂຍ ແລະຄະນະສິດຍານຸສິດ ໄດ້ຮ່ວມກັນຈັດງານສະຫລາຍຮ່າງຄຸນຍາຍມະຫາຣັດຕະນະອຸບາສິກາຈັນ ຂົນນົກຍູງ ໃນວັນອາທິດທີ 3 ກຸມພາ ພ.ສ.2543 ງານບຸນຄັ້ງນີ້ມີເຈົ້າອາວາດພຣະສັງຄາທິການກວ່າ 30,000ວັດ ທົ່ວປະເທດ ກວ່າ 100,000 ອົງ ຮັບນິມົນເດີນທາງມາຮ່ວມງານພິທີຈຸດໄຟແກ້ວ ສະຫລາຍຮ່າງຄຸນຍາຍອາຈານ ທີ່ວັດພຣະທັມມະກາຍ

ມະຫາວິຫານຄຸນຍາຍອາຈານມະຫາອຸບາສິກາຈັນ ຂົນນົກຍູງ

ໃນຖານະທີ່ເພິ່ນເປັນມະຫາປູຊະນີຍາຈານ ຜູ້ອຸທິດຊີວິດສ້າງວັດພຣະທັມມກາຍໃຫ້ສິດຍານຸສິດ ແລະເພື່ອເປັນໂອກາດໃນການເຝິກຝົນພຣະທັມຄຳສອນຂອງພຣະສັມມາສັມພຸທທະເຈົ້າ ເພື່ອພັດທະນາອົບຮົມກາຍ ວາຈາໃຈ ນັບເປັນການສັ່ງສົມບຸນບາລະມີອັນຍິ່ງໃຫຍ່ແກ່ທຸກໆ ຊີວິດ ຫລວງພໍ່ແລະຄະນະສິດຍານຸສິດ ຂອງທ່ານໄດ້ພ້ອມໃຈກັນສ້າງມະຫາວິຫານຄຸນຍາຍອາຈານມະຫາຣັດຕະນະອຸບາສິກາຈັນຂົນນົກຍູງ ໂດຍໃຊ້ພື້ນທີ່ເກາະກາງນ້ຳພາຍໃນອານາເຂດດັ້ງເດີມຂອງສັດພຣະທັມມະກາຍ ສຳຫລັບເປັນສະຖານທີ່ ທີ່ປະດິດສະຖານຮູບຫລໍ່ທອງຄຳຄຸນຍາຍ ເພື່ອຖວາຍເປັນກຽດ ປະຫາດກິດຕິສັບແລະຈາລຶກປະຫວັດສາດຂອງມະຫາອຸບາສິກາຜູ້ມີຄຸນຕໍ່ພຣະພຸທທະສາສະຫນາ ແລະວິຊາທັມມະກາຍ ເພື່ອໃຫ້ຂາບໄຫວ້ສັກກາລະບູຊາເປັນສິຣິມຸງຄຸນຕໍ່ຕົນເອງ ພ້ອມກັບນ້ອມລຳນຶກເຖິງພຣະຄຸນແລະຄຸນງາມຄວາມດີຂອງທ່ານທຸກຄົນທີ່ມາຢຽມຢາມມະຫາວິຫານແຫ່ງນີ້ທີ່ເປັນປະດຸດດັ່ງພູເຂົາທອງຄຳແຫ່ງຄວາມດີທີ່ໃຫ້ເກີດແຮງບັນດານໃຈແລະກຳລັງໃຈເປັນພະລັງຊຸກຍູ້ ໃຫ້ມຸ່ງມັ່ນສ້າງຄຸນນະທັມຄວາມດີຈົນເກີດຜົນສຳເຣັດຄືກັບຄຸນຍາຍອາຈານ ຜູ້ເກີດມາໃນໂລກນີ້ເພືາອປະໂຫຍດສຸກໃຫ້ເກີດແກ່ສັບພະສັດທັງຫລາຍ

ວັນທີ 14 ມີນາ ພ.ສ.2545 ໄດ້ເລີ້ມກໍ່ສ້າງມະຫາວິຫານຄຸນຍາຍມະຫາຣັດຕະນະອຸບາສິກາຈັນຂົນນົກຍູງ ເພື່ອເປັນອະນຸສອນສະຖານລຳນຶກເຖິງຄຸນຍາຍແລະໄດ້ສະຖາປະນາ ໂດຍຍົກຍອດມະຫາວິຫານເມື່ອວັນທີ 10 ກັນຍາ ພ.ສ.2546

ຫໍສັນຄຸນຍາຍອາຈານມະຫາຣັດຕະນະອຸບາສິກາຈັນ ຂົນນົກຍູງ

ປີ ພ.ສ.2546 ເພື່ອເປັນການສະຫນອງມະໂນປານິທານທີ່ສຳຄັນຂອງຄຸນຍາຍອາຈານ ທີ່ເພິ່ນປາດຖະຫນາໃຫ້ມີການຖວາຍພັດຕາຫານແດ່ພຣະພິກຂຸແລະສາມະເນນໃຫ້ເປັນໄປຢ່າງພ້ອມພຽງເພືາອບໍ່ໃຫ້ເພິ່ນຕ້ອງກັງວົນໃນເລື່ອງການຂົບສັນ ຈະໄດ້ມີເວລາໃນການປະພຶດປະຕິບັດທັມ ສຶກສາພຣະທັມຄຳສອນຂອງພຣະສັມມາສັມພຸທທະເຈົ້າ ເພື່ອສອນຕົນເອງແລະຍາດໂຍມໄດ້ຢ່າງເຕັມທີ່

ຫໍສັນຄຸນຍາຍອາຈານມະຫາຣັດຕະນະອຸບາສິກາຈັນ ຂົນນົກຍູງ ຈຶ່ງໄດ້ເລີ້ມກໍ່ສ້າງເມື່ອວັນທີ່ 5 ມັງກອນ ພ.ສ.2546 ໄດ້ເລີ້ມໃຊ້ສະຖານທີ່ເມື່ອວັນເສົາ 31 ກໍລະກົດ ພ.ສ.2547 ໂດຍຫໍສັນແຫ່ງນີ້ມີພື້ນທີ່ໃຊ້ສອຍ 32,000 ຕາລາງແມດ ຮອງຮັບພຣະພິກຂຸແລະສາມະເນນສັນພັດຕາຫານພ້ອມກັນໄດ້ 6,000 ອົງ

ອາຄານ 100 ປີ ຄຸນຍາຍອາຈານມະຫາຣັດຕະນະອຸບາສິກາຈັນ ຂົນນົກຍູງ

ປີ ພ.ສ.2552 ເປັນເວລາຄົບຮອບອາຍຸ 100 ປີ ຂອງຄຸນຍາຍອາຈານ ຫລວງພໍ່ທັມມະໄຊໂຍໄດ້ເຊີນເຫລົ່າສິດຍານຸສິດໃຫ້ຮ່ວມກັນສະແດງຄວາມກະຕັນຍູກະຕະເວທິຕາທັມຕໍ່ຄຸນຍາຍອາຈານ ບູຊາທັມເພິ່ນດ້ວຍການສ້າງອາຄານ 100 ປີ ຄຸນຍາຍອາຈານມະຫາຣັດຕະນະອຸບາສິກາຈັນ ຂົນນົກຍູງ

ອາຄານ 100 ປີ ຄຸນຍາຍອາຈານ ແຫ່ງນີ້ ເປັນສະຖາປັດຕະຍະກຳຮູບຊົງມົນ ເປັນຮູບຊົງສາກົນບໍ່ມີການເວລາ ມີຄວາມທັນສະໄຫມຢູ່ສະເຫມີຄືດວງຕາເວັນ ທີ່ໃຫ້ແສງສະຫວ່າງແກ່ຊາວໂລກສະເຫມີມາ ສະທ້ອນໃຫ້ເຫັນ “ຄວາມສະອາດ ສະຫວ່າງ ສະຫງົບ” ເປັນໄປຕາມຫລັກການສ້າງວັດພຣະທັມມະກາຍ ທີ່ຄຸນຍາຍເພິ່ນໄດ້ວາງຮາກຖານ ການພັດທະນາວັດໃນຄວາມເປັນລະບຽບແລະສະອາດ

ອາຄານຫລັງນີ້ເປັນສູນກາງແຫ່ງການຟື້ນຟູສີລທັມໂລກ ເພື່ອເຜີຍແຜ່ພຸທທະສາສະຫນາ ວິຊາທັມມະກາຍທົ່ວ ລວມສາຍສັມພັນລະຫວ່າງພຸທທະບຸດ ແລະສ້າງອົງກອນພຸທທົ່ວໂລກ ແລະເປັນສູນລວມງານສ້າງບາລະມີທັງຫມົດຂອງພຣະທັມມະກາຍ ທີ່ເຊື່ອມໂຍງທຸກງານຈາກອະດີດຮອດປັດຈະບັນ ສູ່ອະນາຄົດ ເພື່ອເຊີດຊູຄຳສອນຂອງອົງສົມເດັດພຣະສັມມາສັມພຸທທະເຈົ້າ ໃຫ້ເຜີຍແຜ່ກວ້າງໄກໄປທຸກຫຍ່ອມຫຍ້າທົ່ວທຸກແຈໂລກ

ຄຸນຍາຍອາຈານມະຫາຣັດຕະນະອຸບາສິກາຈັນ ຂົນນົກຍູງ ເພິ່ນເປັນຕົ້ນບຸນຕົ້ນແບບແຫ່ງການສະສົມບຸນບາລະມີ ທີ່ເອົາຊີວິດເປັນເດີມພັນເດັດດ່ຽວ ເປັນຜູ້ໃຫ້ກຳເນີດວັດພຣະທັມມະກາຍ ເປັນຜູ້ຢູ່ເບື້ອງຫລັງຄວາມສຳເຣັດທັງຫມົດ ທັງມວນຂອງວັດພຣະທັມມະກາຍ

ທຸກສິ່ງທຸກຢ່າງທີ່ເພິ່ນຄິດ ເວົ້າ ເຮັດ ລ້ວນມີຄວາມສະອາດບໍລິສຸດ ພິສູດໄດ້ຈາກງານຫຍາບ ຄືງານທົ່ວໆ ໄປ ເພິ່ນກໍ່ເຮັດແບບລະອຽດປານີດ ເບິ່ງໄດ້ຮອບດ້ານ ແກ້ໄຂປັບໃຊ້ໄດ້ຢ່າງເຫມາະສົມ ສ່ວນງານລະອຽດແມ່ນງານປະຕິບັດສະມາທິພາວະນາ ເພິ່ນກໍ່ຊ່ຽວຊານຊຳນານ ທັງປະພຶດປິຕິບັດ ໄດ້ສົມກັບເປັນນັກສ້າງບາລະມີ ຄືດັ່ງນັກບວດໃນການກ່ອນທີ່ທຳຕາມພຣະທັມຄຳສອນຂອງພຣະສາດສະດາຢ່າງບໍ່ຂາດຕົກບົກພ່ອງ ເຖິງວ່າບໍ່ຮູ້ຫນັງສືແຕ່ກໍ່ແມ່ນຍຳຊ່ຽວຊານ ເຮັດໄດ້ແທ້ຕາມຫລັກທັມໄດ້ຢ່າງຫນ້າອັດສະຈັນ ປະຫວັດສາດຊີວິດຂອງທ່ານງົດງາມຫລາຍ ເພິ່ນຈຶ່ງເປັນມະາປູຊະນີຍາຈານຜູ້ສົມຄວນແກ່ການເຄົາລົບຍົກຍ້ອງສັນລະເສີນຂອງມະນຸດແລະເທວະດາ ມີພຣະຄຸນທີ່ຫາປະມານບໍ່ໄດ້ຕໍ່ສັບພຣະສັດທັງຫລາຍ