ບົດບາດຂອງຫຼວງພໍ່ທັດຕະຊີໂວ ໃນການສ້າງວັດພຣະທັມມະກາຍ
ຄວາມຕັ້ງໃຈຂອງຄະນະຜູ້ບຸກເບີກສ້າງວັດ ເຊິ່ງຫຼວງພໍ່ທັດຕະຊີໂວເປັນໜຶ່ງໃນນັ້ນຄື ການອົບຮົມສິລທັມໃຫ້ປະຊາຊົນ ເພື່ອສ້າງສັນຕິສຸກໃຫ້ແກ່ຊາວໂລກ ຈຶ່ງມີແນວທາງສຳຄັນຄື
ສ້າງວັດໃຫ້ເປັນວັດ ຄື ເປັນວັດທີ່ສະອາດ ສະຫງົບ ຮົ່ມເຢັນ ເໝາະແກ່ການປະພຶດປະຕິບັດທັມຂອງປະຊາຊົນ
ສ້າງພຣະໃຫ້ເປັນພຣະ ຄື ເຝິກອົບຮົມພຣະພິກຂຸໃຫ້ເຖິງພ້ອມດ້ວຍຈາຣະວັດ ແລະ ຄຸນນະທັມພາຍໃນ ເປັນທີ່ຕັ້ງແຫ່ງສັດທາ ສາມາດເປັນຄູສອນສິລລະທັມໃຫ້ແກ່ປະຊາຊົນໄດ້
ສ້າງຄົນໃຫ້ເປັນຄົນດີ ຄື ສ້າງຄົນດີມີສິລລະທັມມີຄວາມຮັບຜິດຊອບຕໍ່ຕົນເອງ ຄອບຄົວ ສັງຄົມ ແລະ ປະເທດຊາດ
ດ້ວຍເຫດນີ້ຄະນະຜູ້ບຸກເບີກສ້າງວັດພຣະທັມມະກາຍຈຶ່ງມຸ່ງໝັ້ນເນັ້ນການອົບຮົມທັມມະ ທັງພາກປະຣິຍັດ ແລະ ພາກປະຕິບັດໃຫ້ແກ່ພຣະພິກຂຸ ສາມະເນນ ອຸບາສົກ ອຸບາສິກາ ຕະຫຼອດຈົນປະຊາຊົນຜູ້ສົນໃຈສຶກສາທັມມະທຸກຄົນຕະຫຼອດມາ ລວມທັງເນັ້ນໃສ່ເລື່ອງຂອງຄວາມສະອາດ ຄວາມສະຫງົບ ຄວາມຮົ່ມເຢັນ ແລະ ມີນະໂຍບາຍຫຼັກໃນການກໍ່ສ້າງວັດຖຸເທົ່າທີ່ຈຳເປັນຕໍ່ການໃຊ້ວຽກ ເນັ້ນເຖິງຄວາມປະຫຍັດ ຄວາມປານີດ ຄົງທົນຖາວອນ ແລະ ປະໂຫຍດໃນການໃຊ້ວຽກງານຫຼັກ ໂດຍຫຼວງພໍ່ທັດຕະຊີໂວເປັນກຳລັງສຳຄັນໃນການດຳເນີນວຽກໃນໂຄງການຕ່າງໆ ຈົນສຳເລັດວັດທຸປະສົງ
ຫຼັກການຂອງວັດທັມມະກາຍ ມຸ່ງສິລທັມບໍ່ໄດ້ເປັນພຽງສາສະໜາສະຖານ ຫຼື ສະຖານທີ່ສຳລັບການປະກອບພິທີກຳເທົ່ານັ້ນ ເຊິ່ງຫຼວງພໍ່ທັດຕະຊີໂວທ່ານສະຫຼຸບວ່າ “ວັດຄືໂຮງຮຽນສອນສິລລະທັມໃຫ້ກັບມະຫາຊົນ” ການເຝິກຄົນຈຳນວນຫຼາຍ ໂດຍສະເພາະເຍົາວະຊົນຂອງຊາດ ຖ້າໄດ້ຮັບການສອນ ແລະ ການປະຕິບັດທັມຢ່າງຈິງຈັງແລ້ວ ກໍຈະເປັນຜູ້ຮັກສິລທັມ ສົນໃຈທັມມະ ແລະ ຈະຊ່ວຍດຶງໃຫ້ຫ່າງຈາກອະບາຍຍະມຸກ ແລະ ຢາເສບຕິດ
ຫຼວງພໍ່ທັດຕະຊີໂວກັບການຂະຫຍາຍພື້ນທີ່ຮອງຮັບປະຊາຊົນຂອງວັດພຣະທັມມະກາຍ
ໃນຂະນະທີ່ສ້າງວັດຄວບຄູ່ໄປກັບການເຜີຍແຜ່ທັມມະນັ້ນ ບັນດາປະຊາຊົນໄດ້ຫຼັ່ງໄຫຼກັນມາປະຕິບັດທັມເພີ່ມຂຶ້ນເລື້ອຍໆ ຈາກສິບເປັນຮ້ອຍ ຈາກຮ້ອຍເປັນພັນ ຈາກພັນເປັນໝື່ນ ເມື່ອຈຳນວນປະຊາຊົນເພີ່ມຂຶ້ນຫຼາຍ ພາລະໜ້າທີ່ຂອງຫຼວງພໍ່ທັດຕະຊີໂວຈຶ່ງເພີ່ມຂຶ້ນຕາມລຳດັບ
ໃນປີພຸດທະສັກກະລາດ 2527 ມື້ສຳຄັນທາງພຣະພຸດທະສາສະໜາ ຈະມີປະຊາຊົນມາວັດເທື່ອລະປະມານ 20.000 ຄົນ ເຮັດໃຫ້ພື້ນທີ່ໃນບໍລິເວນວັດພຣະທັມມະກາຍ 196 ໄລ່ ແໜ້ນໄປດ້ວຍຜູ້ຄົນທີ່ມາປະຕິບັດທັງໝົດ ມີປະຊາຊົນກຸ່ມໜຶ່ງໄດ້ສະເໜີຄວາມເຫັນວ່າ ທາງວັດຄວນຈະຂະຫຍາຍພື້ນທີ່ອອກໄປອີກ ເພື່ອຮອງຮັບສາທຸຊົນທີ່ຈະມາປະຕິບັດທັມເພີ່ມຂຶ້ນໃນມື້ໜ້າ ເມື່ອຄະນະສົງວັດພຣະທັມມະກາຍເຫັນສົມຄວນ ຈຶ່ງໄດ້ປຶກສາກັບມູນລະນິທິທັມມະກາຍເຊິ່ງໃນຂະນະນັ້ນ ຫຼວງພໍ່ທັດຕະຊີໂວເປັນປະທານມູນລະນິທິ ເປັນຜູ້ມີບົດບາດສຳຄັນໃນການ ດຳເນີນການຕິດຕໍ່ຊື້ທີ່ດິນບໍລິເວນຫຼັງວັດໃນນາມຂອງມູນລະນິທິ ຂະຫຍາຍອອກໄປອີກປະມານ 2000 ກວ່າໄລ່ ໂດຍໄດ້ຮັບບໍລິຈາກປັດໄຈຈາກສາທຸຊົນທີ່ມີຈິດສັດທາ ຊື້ດິນຕອນນີ້ໄວ້ເປັນສົມບັດຂອງພຣະສາສະໜາ ເພື່ອໃຫ້ຊາວພຸດທຸກຄົນໄດ້ມາປະພຶດປະຕິບັດທັມກັນໃນສະຖານທີ່ອັນສະຫງົບຮົ່ມເຢັນ ແລະ ຍັງໃຊ້ປະໂຫຍດໃນສາສະໜາກິດຂອງຄະນະສົງອີກດ້ວຍ
ພື້ນທີ່ໆຂະຫຍາຍອອກມາ ເລີ່ມໃຊ້ງານເຜີຍແຜ່ສາສະໜາມາຕັ້ງແຕ່ ພ.ສ 2528 ໂດຍມີສາທຸຊົນມາປະຕິບັດທັມເພີ່ມຂຶ້ນເລື້ອຍໆ ຈົນຮອດປີ ພ.ສ 2542 ມີສາທຸຊົນມາປະຕິບັດມາປະຕິບັດຮ່ວມກັນໃນວັນສຳຄັນທາງສາສະໜາເທື່ອລະປະມານ 100.000 ກວ່າຄົນ ຕະຫຼອດໄລຍະເວລາທີ່ຜ່ານມາ ໄດ້ດຳເນີນການກໍ່ສ້າງສາສະໜາສະຖານຂຶ້ນຕາມຄວາມຈຳເປັນຕໍ່ການໃຊ້ງານມາໂດຍລຳດັບລວມເຖິງມະຫາທັມມະກາຍເຈດີີ ເຈດີແຫ່ງພຣະຣັດຕະນະໄຕ ເຊິ່ງເປັນສູນລວມໃຈຊາວພຸດທົ່ວໂລກ ເພື່ອປະກອບພິທີກັມຮ່ວມກັນໃນວັນສຳຄັນທາງພຸດທະສາສະໜາ ເຊິ່ງຫຼວງພໍ່ທັດຕະຊີໂວໄດ້ທຸ່ມເທແຮງກາຍ ສະຕິປັນຍາ ຄວາມຮູ້ ແລະ ຄວາມສາມາດ ໃນການຄວບຄຸມດູແລໂຄງການຕ່າງໆ ເຫຼົ່ານີ້ຢ່າງໃກ້ຊິດ ຕັ້ງແຕ່ເລີ່ມຕົ້ນຈົນສຳເລັດສົມບູນ
ຫຼວງພໍ່ທັດຕະຊີໂວນັ້ນ ນອກຈາກທ່ານຈະເປັນຜູ້ຮັກທັມມະເປັນຊີວິດຈິດໃຈ ແລະ ໄດ້ທຸ່ມເທອຸທິດຊີວິດໃຫ້ແກ່ງງານຂອງພຮະພຸດທະສາສະໜາມາຕະຫຼອດ ທ່ານຍັງເປັນຜູ້ທີ່ມີຄວາມເຄົາລົບຮັກ ແລະ ມີຄວາມກະຕັນຍູຕໍ່ຄູບາອາຈານຢ່າງຍິ່ງ ແມ່ນຫຍັງທີ່ເຫັນວ່າເປັນຄຳສັ່ງ ຫຼື ຄວາມຕ້ອງການຂອງຄູບາອາຈານແລ້ວ ທ່ານເປັນຕ້ອງຮັບອາສາເຮັດສິ່ງນັ້ນແບບຖວາຍຫົວທຸກເທື່ອໄປ ປະກອບກັບອຸປະນິໄສຂອງການຮັບຜິດຊອບຕໍ່ສ່ວນລວມຂອງທ່ານ ບໍ່ວ່າງານນ້ອຍ ຫຼື ງານຫຍັງທີ່ເຮັດເປັນໝູ່ຄະນະ ທ່ານບໍ່ເຄີຍດູດາຍ ໂດຍຈະຕ້ອງເຂົ້າມາມີສ່ວນຮ່ວມຮັບຜິດຊອບຢ່າງເຕັມກຳລັງ
ຈຶ່ງເວົ້າໄດ້ວ່າ ນອກຈາກຄຸນຍາຍອາຈານມະຫາຣັດຕະນະອຸບາສິກາຈັນ ຂົນນົກຍູງແລ້ວ ແລະ ຫຼວງພໍ່ທັມມະໄຊໂຍແລ້ວ ຖ້າບໍ່ມີຫຼວງພໍ່ທັດຕະຊີໂວອີກອົງໜຶ່ງ ວັດພຮະທັມມະກາຍກໍຈະຍັງມາບໍ່ຮອດມື້ນີ້
ງານສ້າງພຣະ
ພຣະພິກຂຸ
ຫຼວງພໍ່ທັດຕະຊີໂວທ່ານໄດ້ຮັບມອບໝາຍຈາກຫຼວງພໍ່ທັມມະໄຊໂຍໃຫ້ເປັນຜູ້ຮັບຜິດຊອບເບິ່ງແຍງການສຶກສາອົບຮົມຂອງພຣະພິກຂຸສາມະເນນໃນວັດ ເຊິ່ງທ່ານໄດ້ທຸມເທທຸກວິທີທາງທີ່ຈະສ້າງ “ພຣະແທ້” ຝາກໄວ້ໃຫ້ເຕັມແຜ່ນດິນ ໂດຍໃນສ່ວນວັດພຣະທັມມະກາຍນັ້ນ ພຣະພິກຂຸທຸກຮູບມີເສັ້ນທາງການເຂົ້າມາຢູ່ໃນວັດພຣະທັມມະກາຍ 3 ລັກສະນະຄື
- ອຸບາສົກທີ່ຢູ່ເຝິກຕົນເອງທີ່ວັດພຣະທັມມະກາຍເປັນເວລາຢ່າງໜ້ອຍ 5 ປີ ແລະ ໄດ້ຮັບອະນຸຍາດຈາກຄະນະສົງ ແລະ ຄະນະກຳມະການອຸບາສົກໃຫ້ບັນພຣະຊາອຸປະສົມບົດໄດ້ ເຊິ່ງມີຜູ້ໄດ້ຮັບອະນຸຍາດໃຫ້ບວດຕັ້ງແຕ່ປີ ພ.ສ 2515 ເປັນຕົ້ນມາ
- ຈາກໂຄງການອົບຮົມທັມມະທາຍາດ ແລະ ອຸປະສົມບົດໝູ່ໂຄງການບວດບູຊາທັມມະຫາປູຊະນີຍາຈານ ຂອງວັດພຣະທັມມະກາຍ ເຊິ່ງມີຜູ້ບໍ່ລາສິກຂາ ແລະ ຢູ່ຈຳພັນສາຕໍ່ທີ່ວັດ ຕັ້ງແຕ່ປີ ພ.ສ 2528 ແລະ ທຸກຮູບຈະຕ້ອງຜ່ານຫຼັກສູດການອົບຮົມພຣະພິກຂຸໃຫມ່ຂອງວັດເປັນເວລາ 3 ປີເຕັມຈຶ່ງໄດ້ຮັບເຂົ້າເປັນພຣະພິກຂຸປະຈຳວັດພຣະທັມມະກາຍ
- ສາມະເນນປະຈຳວັດຂອງວັດພຣະທັມມະກາຍ ທີ່ມີອາຍຸຄົບອຸປະສົມບົດເຊິ່ງມີສາມະເນນເຂົ້າຮັບການອຸປະສົມບົດຕັ້ງແຕ່ປີ ພ.ສ 2532
ການອົບຮົມພຣະພິກຂຸໃຫມ່
ພຣະພິກຂຸໃຫມ່ທຸກຮູບຈະໄດ້ຮັບການອົບຮົມໃຫ້ມີອຸດົມການມີສີລາຈາຣະວັດ
ເໝາະສົມກັບຄວາມເປັນພຣະພິກຂຸ ໂດຍເຝິກສະມາທິພາວະນາຢ່າງຕໍ່ເນື່ອງ ພ້ອມທັງເຝິກການໃຊ້ ແລະ ການດູແລຮັກສາປັດໄຈສີ່ ຄວບຄູ່ກັບການສຶກສາ ພຣະທັມມະວິໄນ ແລະ ທັກສະໃນການເຮັດວຽກງານພຸດທະສາສະໜາ ໂດຍມີຫົວຂໍ້ອົບຮົມດັ່ງນີ້
- ທັມມະປະຕິບັດ
- ຂໍ້ປະຕິບັດ ແລະ ມາລະຍາດຂອງພຣະສົງ
- ພຣະວິໄນ ແລະ ສາສະໜາພິທີ
- ນັກທັມຕີ ໂທ ເອກ
- ມຸງຄຸນສູດ 38 ປະການ
- ສຶກສາພຸດທະປະວັດ ແລະ ຫຼັກທັມທົ່ວໄປຈາກພຣະໄຕປີດົກ
- ເຝິກການສຶກສາຄົ້ນຄວ້າພຣະໄຕປີດົກ
- ບາລີພື້ນຖານ
- ຄວາມຮູ້ເລື່ອງວັດຂອງເຮົາ
- ວິທີການເຜີຍແຜ່ພຣະພຸດທະສາສະໜາ
- ຮຽນຮູ້ ແລະ ສຶກສາການເຮັດວຽກງານໃນໜ່ວຍງານຕ່າງໆຂອງວັດ
ສອນທັມມະ) ງານດ້ານການສຶກສາ ງານວິຊາການ ດູແລງານກໍ່ສ້າງ ບໍລິຫານງານດ້ານຕ່າງໆ ຂອງວັດເປັນຕົ້ນ ໃນຂະນະດຽວກັນເພື່ອເປັນການເຝິກອົບຮົມຕົນຈຶ່ງມີການສຶກສາພຣະປະຣິຍັດທັມ ທັງພະແນກທັມ ແລະ ພະແນກບາລີ ລວມທັງການອົບຮົມທັມມະປະຕິບັດຢ່າງຕໍ່ເນື່ອງອີກ
ສາມະເນນ
ສາມະເນນທຸກອົງມີເສັ້ນທາງການເຂົ້າມາຢູ່ວັດພຣະທັມມະກາຍ 2 ລັກສະນະໃຫຍ່ຄື
ປະມານຮ້ອຍລະ 70 ຂອງສາມະເນນທັງໝົດ ຄືຜູ້ທີ່ຜ່ານການອົບຮົມສາມະເນນຍຸວະທັມມະທາຍາດພາກລະດູຮ້ອນຂອງວັດພຣະທັມມະກາຍ ແລະ ມີຄວາມປະສົງຈະບວດຮຽນຕໍ່ ປະມານຮ້ອຍລະ 30 ມາຈາກວັດສາຂາຂອງວັດພຣະທັມມະກາຍ ແລະ ວັດຕ່າງໆ
ສາມະເນນທຸກຮູບຕ້ອງຜ່ານການອົບຮົມຕາມຫຼັກສູດສາມະເນນໃຫມ່ຂອງວັດເປັນເວລາ 1 ປີເຕັມຈຶ່ງຈະຮັບເຂົ້າເປັນສມະເນນປະຈຳຂອງວັດພຣະທັມມະກາຍ
ການອົບຮົມສາມະເນນ
ສາມະເນນທຸກຮູບຈະໄດ້ຮັບການອົບຮົມຕາມຫຼັກສູດຂອງວັດດັ່ງນີ້
- ເຝິກໃຫ້ມີຄວາມເຄົາລົບໃນພຣະພຸດ ພຣະທັມ ພຣະສົງ
- ເຝິກໃຫ້ຢູ່ໃນສິລຢ່າງເຄັ່ງຄັດ
- ເຝິກໃຫ້ຢູ່ໃນວັດຕະປະຕິບັດຂອງເພດບັນພຣະຊິດ ແລະ ລະບຽບວິໄນຂອງວັດ
- ເຝິກການເຮັດວຽກຮ່ວມກັບໝູ່ຄະນະ
- ເຝິກໃຫ້ຮູ້ຈັກໃຊ້ ແລະ ຮັກສາສິ່ງຂອງເຄື່ອງໃຊ້ທີ່ສາທຸຊົນນຳມາຖວາຍຢ່າງປະຢັດ ແລະ ເກີດປະໂຫຍດສູງສຸດ
ສາມະເນນນ້ອຍໆ ຜູ້ເປັນເຫຼົ່າກໍຂອງສະມະນະເຫຼົ່ານີ້ ຕ້ອງຈາກບ້ານ ຈາກຄອບຄົວອັນອົບອຸ່ນມາຢູ່ວັດພາຍໃຕ້ລະບຽບກົດເກນທັງໃນພຣະວິໄນ ແລະ ຂອງວັດ ເຊິ່ງຖ້າຈະປຽບກັບລູກຫຼານຊາວບ້ານທົ່ວໄປ ເດັກໃນໄວນີ້ຍັງຕ້ອງການຄວາມຮັກ ຄວາມເອົາໃຈໃສ່ ຕ້ອງການການເບີ່ງແຍງຢ່າງໃກ້ຊິດທັງຮ່າງກາຍ ແລະ ຈິດໃຈ ຈຶ່ງຈະສາມາດປະຄັບປະຄອງຕົນຢູ່ໃນເພດບັນພະຊິດໄດ້ຕະຫຼອດຮອດຝັ່ງ
ຫຼວງພໍ່ທັດຕະຊີໂວເຂົ້າໃຈຄວາມຮູ້ສຶກ ແລະ ຄວາມຕ້ອງການຂອງສາມະເນນນ້ອຍເຫຼົ່ານີ້ດີ ຈຶ່ງໄດ້ພະຍາຍາມຫາເວລາໄປໃຫ້ການສຶກສາອົບຮົມ ເອົາໃຈໃສ່ເບີ່ງແຍງເລື່ອງສຸຂະພາບ ແລະ ຄວາມເປັນຢູ່ຂອງສາມະເນນຕະຫຼອດມາ ພ້ອມຍັງໃຫ້ກຳລັງໃຈແກ່ສາມະເນນທັງຫຼາຍ ໃຫ້ມີຄວາມອົດທົນພາກພຽນ ເພື່ອຈະໄດ້ບັນລຸເປົ້າໝາຍແຫ່ງການບວດໃນທີ່ສຸດ
ງານສ້າງຄົນ
ຫຼວງພໍ່ທັດຕະຊີໂວເປັນຜູ້ທີ່ໃຫ້ຄວາມສຳຄັນຕໍ່ການສ້າງຄົນ ຫຼາຍກວ່າການສ້າງສິ່ງໃດໆທັງສິ້ນ ດັ່ງຈະເຫັນວ່າພຽງແຕ່ທ່ານຫາກໍ່ມາບວດພັນສາທຳອິດ ທ່ານກໍ່ເລີ່ມໂຄງການອົບຮົມເຍົາວະຊົນທີ່ໃຊ້ຊື່ວ່າ “ການອົບຮົມທັມມະທາຍາດພາກລະດູຮ້ອນ” ມາຕັ້ງແຕ່ເລີ່ມຕົ້ນສ້າງວັດ ເລີ່ມຈາກນັກສຶກສາຊາຍຈຳນວນ 50 ຄົນໃນປີ ພ.ສ 2515 ແລະ ຂະຫຍາຍຈຳນວນຈົນເຖິງປັດຈຸບັນລວມຍອດສະສົມເປັນຈຳນວນຫຼາຍໜື່ນຄົນ ນັກສຶກສາລະດັບມະຫາວິທະຍາໄລເຊິ່ງຜູ້ທີ່ຜ່ານການອົບຮົມຕ່າງກໍ່ສຳເລັດການສຶກສາເປັນບັນດິດທຸກສາຂາວິຊາຊີບ ເຮັດວຽກໃຫ້ກັບປະເທດຊາດ ແລະ ສັງຄົມ ຢ່າງມີຄຸນນະທັມຕາມຫຼັກຂອງພຣະພຸດທະອົງທີ່ວ່າ
“ບັນດິດບໍ່ແມ່ນເປັນພຽງຜູ້ມີປັນຍາ ແຕ່ຕ້ອງເປັນຜູ້ທີ່ອຸດົມດ້ວຍສິລ ສະມາທິ ປັນຍາ”
ນັບໄດ້ວ່າທ່ານເປັນຜູ້ທີ່ໄດ້ຫວ່ານເມັດພັນຂອງບັນດິດຜູ້ປ່ຽມດ້ວຍຄຸນນະທັມໃຫ້ແກ່ປະເທດຊາດຂອງເຮົາເປັນເວລາຍາວນານດ້ວຍວິຣິຍະ ເສຍສະຫຼະ ພາກພຽນ ແລະ ອົດທົນແບບຜູ້ທີ່ມີວິໄສທັດອັນກວ້າງໄກ ທີ່ຈະມີສ່ວນຊ່ວຍພັດທະນາປະເທດດ້ວຍການພັດທະນາຢ່າງແທ້ຈິງ
ນອກຈາກນັ້ນຍັງໄດ້ເປີດໂຄງການອົບຮົມພັດທະນາຈິດໃຈຂຶ້ນອີກຫຼາຍໂຄງການເປັນປະຈຳທຸກປີ ເພື່ອຄວາມເໝາະສົມກັບແຕ່ລະກຸ່ມ ຕົວຢ່າງ
ໂຄງການຍຸວະທັມມະທາຍາດ
ໂຄງການມັດຊິທັມມະທາຍາດ
ໂຄງການເຍົາວະຊົນສ້າງສັນ
ໂຄງການຍຸວະກັນລະຍານິມິດ
ໂຄງການອົບຮົມສິລລະທັມແກ່ນັກຮຽນ ນັກສຶກສາ
ໂຄງການອົບຮົມພະນັກງານ ທະຫານ ຕຳຫຼວດ ພະນັກງານລັດວິສາຫະກິດ ແລະ ບໍລິສັດເອກະຊົນ
ຕະຫຼອດຮອດການສອນທັມມະທຸກວັນອາທິດ ແລະ ວັນສຳຄັນທາງສາສະໜາ ເຊິ່ງໂຄງການຕ່າງໆເຫຼົ່ານີ້ທຸກໂຄງການລ້ວນຢູ່ໃນຄວາມດູແລຂອງທ່ານຢ່າງໃກ້ຊິດ
ນອກຈາກນີ້ ທ່ານໄດ້ນຳທັມມະຈາກພຣະໄຕປີດົກທີ່ທ່ານໄດ້ສຶກສາ ແລະ ປະສົບການໃນການສອນທັມມະຫຼາຍສິບປີ ກັ່ນຕອງອອກມາເປັນບົດເຝິກໃນດ້ານຕ່າງໆເລີ່ມຕັ້ງແຕ່ເຝິກຝົນຕົນເອງ ລະດັບຄອບຄົວ ໝູ່ຄະນະ ບໍລິສັດ ສັງຄົມ ປະເທດ ຈົນເຖິງລະດັບນານາຊາດ ແລະ ຮຽບຮຽງເປັນໜັງສືທັມມະຫຼວງຫຼາຍ ເຊັ່ນ
- ພຣະແທ້
- ມຸງຄຸນຊີວິດ 38 ປະການ
- ພຣະພຸດທະຄຸນ ພຣະທັມມະຄຸນ ພຣະສັງຄະຄຸນ
- ສັດທາ
- ຄູ່ມືພຸດທະມາມະກະ
- ທີ່ສຸດແຫ່ງທັມເຖິງໄດ້ດວ້ຍຄວາມເຄົາລົບ
- ສັດຈະຕໍ່ຄວາມດີ ອະນຸພາບພິກໂລກ
- ແລະ ອື່ນໆ
ພຣະເດດພຣະຄຸນຫຼວງພໍ່ທັດຕະຊີໂວທ່ານໄດ້ທຸ່ມເທແຮງກາຍ ແຮງໃຈ ສະແດງທັມ ເທດສອນມະຫາຊົນຢ່າງເຕັມທີ່ ໂດຍມຸ່ງຫວັງເພື່ອທີ່ຈະເຜີຍແຜ່ທັມມະອັນເປັນຄວາມຮູ້ທີ່ເປັນສັດຈະທັມໄປໃຫ້ກວ້າງໄກ ແລະ ປັກຫຼັກໃຫ້ດຳລົງຄົງຢູ່ໃນໃຈຊາວໂລກ ຕໍ່ໄປດົນນານເທົ່ານານ
ງານສ້າງສັນຕິສຸກໃຫ້ແກ່ຊາວໂລກ
ຫຼວງພໍ່ທັດຕະຊີໂວ ນັບເປັນພຣະສົງໄທອີກຮູບໜຶ່ງ ເຊິ່ງມີບົດບາດສຳຄັນອັນດີງາມໃນລະຫວ່າງນິກາຍຕ່າງໆ ຂອງພຣະພຸດທະສາສະໜາ ເພື່ອນຳໄປສູ່ຄວາມຮ່ວມມືໃນການຟື້ນຟູ ແລະ ເຜີຍແຜ່ພຸດທະສາສະໜາໃຫ້ຂະຫຍາຍກວ້າງໄກອອກໄປທົ່ວໂລກ
ເຖິງວ່າພຣະພຸດທະສາສະໜາຂອງເຮົາຈະມີຫຼາຍນິກາຍ ມີທັມມະວິໄນ ບົດບັນຍັດແຕກຕ່າງກັນຕາມວັດທະນະທັມປະເພນີຂອງແຕ່ລະປະເທດ ແຕ່ກໍລ້ວນເປັນລູກພຣະພຸດທະເຈົ້ານຳກັນ ພຣະທັມຄຳສອນກໍ່ຍັງເປັນເນື້ອດຽວກັນ ຄືເປັນຄຳສອນທີ່ມຸ່ງຕໍ່ສັນຕິສຸກຢ່າງແທ້ຈິງ
ອາໄສທີ່ຫຼວງພໍ່ທັດຕະຊີໂວເປັນຜູ້ທີ່ຊົງພູມທັມຄວາມຮູ້ ມີສິລາຈາຣະວັດງົດງາມ ແລະ ມີວິໄສທັດກວ້າງໄກ ດັ່ງນັ້ນ ທ່ານຈຶ່ງສາມາດເຮັດໜ້າທີ່ອັນນີ້ໄດ້ຢ່າງດີ ຈົນເປັນທີ່ຍອມຮັບຍົກຍ່ອງຈາກປະຊາຄົມໂລກທຸກລະດັບ ຕັ້ງແຕ່ລະດັບທ້ອງຖິ່ນ ລະດັບອົງກອນລະຫວ່າງປະເທດໄປຈົນເຖິງອົງກອນລະດັບໂລກ