ວັນຄູຜູ້ຄົ້ນພົບວິຊາທັມມະກາຍ
ຫລວງປູ່ວັດປາກນ້ຳ ເປັນພະຍານແຫ່ງການບັນລຸທັມຂອງພຣະສັມມາສັມພຸທທະເຈົ້າ
ໃນປິ ພ.ສ. 2449 ຊາຍຫນຸ່ມອາຍຸ 22 ປີ ຊື່ວ່າ ສົດ ມີແກ້ວນ້ອຍ ໄດ້ຕັດສິນໃຈອຸປະສົມບົດ ເປັນພຣະພິກຂຸໃນພຣະທະສາສະຫນາ ຢູວັດສອງພີ່ນ້ອງ ແຂວງສຸພັນບຸຣີ ປະເທດໄທ ມີຊື່ແລະສາຍາວ່າ ສົດ ຈັນທະສະໂຣ ຫລັງຈາກອຸປະສົມບົດແລ້ວ ຮຸ່ງແຈ້ງຂຶ້ນກໍ່ລົງມື ສຶກສາພຣະປຣິຍັດຕິທັມ ພ້ອມໆກັນກັບປະຕິບັດສະມາທິພາວະນາຕະຫລອດມາ ແລະດ້ວຍອັດທະຍາໄສມັກຄົ້ນຄວ້າສຶກສາ ຖ້າມີໂອກາດ ເພິ່ນຈະຫາເວລາໄປສຶກສາທັມທັງຄັນທະທຸລະ ແລະວິປັດສະນາທຸລະ ກັບພຣະອາຈານສຳນັກຕ່າງໆ ຢູ່ຕະຫລອດ ໂດຍມີຄວາມມຸ່ງຫວັງວ່າ ມື້ຫນຶ່ງຈະໄດ້ຮູ້ແຈ້ງໃນພຣະທັມຄຳສອນຂອງພຣະສັມມາສັມພຸທທະເຈົ້າຢ່າງແທ້ຈິງ ແຕ່ຈົນເວລາລ່ວງໄປຈົນ 11 ພັນສາເພິ່ນກໍ່ຍັງບໍ່ສົມຄວາມປາດຖະຫນາທີ່ຕັ້ງໃຈໄວ້
ຈົນອາຍຸໄດ້ 33 ປີຢູ່ວັດໂບດບົນ ບ້ານບາງຄູວຽງ ແຂວງນົນທະບຸຣີ ໃນມື້ຂຶ້ນ 15 ຄ່ຳ ເດືອນ 10 ປີ ພ.ສ.2460 ເພິ່ນຈຶ່ງຕັດສິນໃຈເອົາຊີວິດເປັນເດີມພັນພັນດ້ວຍການຕັ້ງສັດຕະຍາອະທິຖານວ່າ ຫາກເຮົາຍັງບໍ່ບັນລຸທັມທີ່ພຣະສັມມາສັມພຸທທະເຈົ້າໄດ້ຕັສສະຮູ້ຈະຍອມຕາຍບໍ່ຍອມລຸກໄປໄສ ຈາກນັ້ນຈຶ່ງໄດ້ຈະເລີນສະມາທິພາວະນາ ຈົນໃຈຸຢຸດນິ່ງສະຫນິດ ແລະເລີ້ມເຫັນດວງປະຖົມມະມັຄ ຫຼືດວງທັມ ທີ່ເຮັດໃຫ້ເປັນກາຍມະນຸດ ເມື່ອເພີ່ນເບິ່ງໄປເລື້ອຍໆ ກໍ່ເຫັນດວງໃຫມ່ຜຸດຊ້ອນຂຶ້ນມາ ແທນທີ່ດວງເກົ່າຢ່າງຕໍ່ເນື່ອງ ແຕ່ມີຄວາມໃສສະຫວ່າງຍິ່ງຂຶ້ນ ຈົນໃນທີ່ສຸດກໍ່ເຫັນກາຍຕ່າງໆ ຕາມລຳດັບຈົນວ່າໄດ້ເຂົ້າເຖິງທັມມະກາຍ ໃນຄ່ຳຄືນນັ້ນເອງ
ເຫດການນີ້ຖືໄດ້ວ່າພຣະເດດພຣະຄຸນຫລວງປູ່ວັດປາກນ້ຳ ສົດ ຈັນທະສະໂຣ ເພິ່ນເປັນພຣະຍານຂອງການບັນລຸທັມຂອງພຣະສັມມາສັມພຸທທະເຈົ້າ ວ່າທຸກຄົນສາມາດປະຕິບັດສະມາທິ ເຂົ້າເຖິງທັມທີ່ເປັນອະກາລິໂກໄດ້ ກ່າວຄື ບໍ່ວ່າເວລາຈະຜ່ານໄປດົນປານໃດກໍ່ຕາມ ບໍ່ວ່າໃຜກໍ່ຕາມ ຂໍໃຫ້ປະຕິບັດດ້ວຍວິທີທີ່ຖືກຕ້ອງ ກໍ່ຈະພົບທາງສາຍກາງແລະເຂົ້າເຖິງທັມໄດ້ຄືກັນທຸກຄົນ
ມື້ບັນລຸທັມ
ໃນວັນຂຶ້ນ 15 ຄ່ຳເດືອນ 10 ປີ ພ.ສ.2460 ເມື່ອພຣະພິກຂຸສົດ ກັບຈາກບິນທະບາດແລ້ວ ເພິ່ນກໍ່ເຂົ້າໄປນັ່ງສະມາທິຈະເລີນພາວະນາໃນພຣະອຸໂບສົດ ໃນຂະນະນັ້ນເວລາປະມານ 8ໂມງກວ່າໆ ເພິ່ນກໍ່ເລີ້ມເຮັດຄວາມພຽນ ໂດຍຕັ້ງໃຈວ່າຫາກຍັງບໍ່ໄດ້ງິນສຽງກອງເພນ ກໍ່ຈະບໍ່ຍອມລຸກຈາກທີ່ ເມື່ອຕັ້ງໃຈແບບນັ້ນແລ້ວ ກໍ່ຫລັບຕາພາວະນາ “ສັມມາ ອະຣະຫັງ” ໄປເລື້ອຍໆ ຈົນວ່າຄວາມປວດເມື່ອຍ ແລະອາການຂາຊາ ຄ່ອຍໆເພີ່ມຂຶ້ນເທື່ອລ່ະຫນ້ອຍ ແລະຫລາຍຂຶ້ນຈົນມີຄວາມຮູ້ສຶກວ່າ ກະດູກທຸກອັນເກືອບຈະແຕກລະເບີດຫລຸດອອກມາເປັນສ່ຽງໆ ຈົນເກືອບຈະຫມົດຄວາມອົດທົນ ຄວາມກະວົນກະວາຍໃຈກໍ່ນຳມາ
“ເອີ …ແຕ່ກ່ອນເຮົາບໍ່ເຄີຍຮູ້ສຶກແບບນີ້ເລີຍ ພໍຕັ້ງສັດຈະລົງໄປວ່າ ຖ້າກອງເພນບໍ່ດັງຈະບໍ່ລຸກຈາກບ່ອນນັ່ງ ເພາະຫຍັງມັນຈຶ່ງເພີ່ມຄວາມກະວົນກະວາຍໃຈຫລວງຫລາຍແບບນີ້ ຜິດກັບຄັ້ງກ່ອນໆ ທີ່ນັ່ງພາວະນາ ຍາມໃດຫນໍກອງເພນຈະດັງຂຶ້ນ”
ຄິດໄປຈິດກໍ່ຍິ່ງແກ່ງໄກວຫລາຍຂຶ້ນ ຈົນເກືອບຈະເຊົານັ່ງຫລາຍຄັ້ງ ແຕ່ເມື່ອໄດ້ຕັ້ງສັດຈະໄປແລ້ວເພິ່ນກໍ່ອົດທົນນັ່ງຕໍ່ໄປ ໃນທີ່ສຸດໃຈກໍ່ຄ່ອຍໆ ສະຫງົບລົງເທື່ອລ່ະຫນ້ອຍໆ ແລ້ວລວມເປັນຈຸດດຽວກັນ ເຫັນເປັນດວງໃສບໍລິສຸດຂະຫນາດເທົ່າກັບໄຂ່ແດງຂອງໄຂ່ໄກ່ ໃນໃຈຊຸ່ມຊື່ນເບີກບານແບບບອກບໍ່ຖືກ ຄວາມປວດເມື່ອຍກໍ່ເຊົາ ໄປໄສບໍ່ຮູ້ ໃນເວລາດຽວກັນນັ້ນສຽງກອງເພນກໍ່ດັງຂຶ້ນ
ໃນມື້ນັ້ນເພິ່ນມີຄວາມສຸກຕະຫລອດເຫມີດມື້ ດວງທັມຂັ້ນຕົ້ນທີ່ເປັນດວງໃສກໍ່ຍັງເຫັນຕິດຢູ່ທີ່ສູນກາງກາຍຕະຫລອດເວລາ ໃນຍາມແລງ ຫລັງຈາກໄດ້ລົງຟັງທັມປະຕິໂມກກັບຫມູ່ພິກຂຸ ເພິ່ນໄດ້ເຂົ້າໄປໃນພຣະອຸໂບສົດ
“ເຖິງແມ່ນວ່າເລືອດເນື້ອຈະແຫ້ງເຫືອດຫາຍໄປເຫລືອແຕ່ຫນັງ ເອັນ ກະດູກ ກໍ່ຕາມ ຖ້ານັ່ງລົງໄປແລ້ວບໍ່ບັນລຸທັມທີ່ພຣະສັມມາສັມພຸທທະເຈົ້າຊົງເຫັນຈະບໍ່ຍອມລຸກຂຶ້ນຈາກບ່ອນນັ່ງຕະຫລອດຊີວິດ”
ເມື່ອຕັ້ງຈິດອະທິຖານແລ້ວຈຶ່ງເລີ້ມນັ່ງແລະຕັ້ງຈິດຂໍວອນແດ່ພຣະພຸທທະເຈົ້າ
“ຂໍພຣະອົງໄດ້ຊົງກາລຸນາໂຜດຂ້າພຣະພຸທທະເຈົ້າ ຊົງປະທານທັມທີ່ພຣະອົງໄດ້ຕັສສະຮູ້ຢ່າງຫນ້ອຍທີ່ສຸດແລະງ່າຍທີ່ສຸດ ທີ່ພຣະອົງໄດ້ຊົງຮູ້ແລ້ວແກ່ພຣະພຸທທະເຈົ້າ ຖ້າຂ້າພຣະພຸທທະເຈົ້າຮູ້ທັມຂອງພຣະອົງແລ້ວເປັນໂທດແກ່ສາສະຫນາຂອງພຣະອົງແລ້ວ ຂໍພຣະອົງຢ່າໄດ້ພຣະລາດຊະທານເລີຍ ຖ້າເປັນຄຸນແກ່ສາສະຫນາແລ້ວ ຂໍພຣະອົງໄດ້ຊົງພຣະກາລຸນາໂຜດພຣະລາດຊະທານແກ່ຂ້າພຣະອົງ ຂ້າພຣະອົງຮັບເປັນທະນາຍສາສະຫນາໃນສາສະຫນາຂອງພຣະອົງໄປຈົນຕະຫລອດຊີວິດ”
ຄົ້ນພົບວິຊາທັມມະກາຍ
ເມື່ອເພີ່ນຕັ້ງຄວາມປາດຖະຫນາແລ້ວ ກໍ່ເລີ້ມນັ່ງຂັດສະມາທິເຂົ້າທີ່ພາວະນາ ພໍດີນຶກເຖິງມົດຂີ້ທີ່ຢູ່ໃນລະຫວ່າງຮ່ອງແຜ່ນຫີນເຊິ່ງກຳລັງໄຕ່ໄປມາ ຈຶ່ງໄດ້ຈັບເອົາແກ້ວນ້ຳມັນ ເອົານິ້ວມືຈຸ່ມ ເພື່ອຈະຂີດເປັນວົງຮອບຕົວ ກັນມົດມາລົບກວນ ແຕ່ພໍເອົານິ້ວລົງຫີນຍັງບໍ່ທັນຮອບຕົວ ກໍ່ເກີດຄວາມຄິດຂຶ້ນມາວ່າ ຊີວິດສະຫລະໄດ້ ແຕ່ເປັນຫຍັງຍັງຢ້ານມົດມັນຂຶ້ນມາ ນຶກອາຍຕົນເອງ ຈຶ່ງວາງແກ້ວນ້ຳມັນລົງ ແລ້ວນັ່ງເຂົ້າທີ່ໄດ້ປະມານເຄິ່ງຄືນ ເມື່ອໃຈຢຸດເປັນຈຸດດຽວກັນ ກໍ່ເຫັນດວງໃສບໍລິສຸດ ຂະຫນາດສ່ຳໄຂ່ແດງຂອງໄຂ່ໄກ່ ເຊິ່ງຍັງຢູ່ທີ່ສູນກາງກາຍຈາກຊ່ວງເພນ ຍິ່ງເບິ່ງຍິ່ງໃສສະຫວ່າງຂຶ້ນ ແລະຂະຫຍາຍໃຫຍ່ເທົ່າດວງອາທິດ ດວງໃສຍັງຄົງສະຫວ່າງຢູ່ແບບນັ້ນ ໂດຍທີ່ເພິ່ນກໍ່ບໍ່ຮູ້ວ່າຈະເຮັດແນວໃດຕໍ່ໄປ ເພາະທຸກສຳນັກທີ່ເພິ່ນໄດ້ສຶກສາຕໍ່ໄປ ເພາະທຸກສຳນັກທີ່ເພິ່ນໄດ້ສຶກສາມາບໍ່ເຄີຍມີປະສົບການແບບນີ້ມາກ່ອນ
ໃນຂະນະທີ່ໃຈຢຸດນິ່ງຢູ່ນັ້ນ ກໍ່ມີສຽງຫນຶ່ງດັງຂຶ້ນມາຈາກຈຸດກາງດວງນັ້ນວ່າ “ມັດຊິມາປະຕິປະທາ” ແຕ່ຂະນະທີ່ສຽງນັ້ນດັງຂຶ້ນມາຈາກກາງດວງນັ້ນ ຄືດດັ່ງໃນຈຸດສູນກາງຂອງວົງມົນ ຄວາມສະຫວ່າງຂອງຈຸດນັ້ນ ສະຫວ່າງກວ່າດວງມົນຮອບໆ ເພີ່ນໄດ້ແນວເບິ່ງໄປເລື້ອຍໆ ແລະກໍ່ຄິດໃນໃຈວ່າ ຄືສິແມ່ນອັນນີ້ແລ້ວທາງສາຍກາງ ຈຸດນ້ອຍໆ ທີ່ເຮົາເຫັນຕອນນີ້ຢູ່ເຄິ່ງກາງພໍດີ ລອງເບີ່ງໄປກ່ອນວ່າຈະເກີດຫຍັງຂຶ້ນ
ຫລັງຈາກນັ້ນກໍ່ຄ່ອຍໆ ຂະຫຍາຍຂຶ້ນແລະໃຫຍ່ເທົ່າກັບດວງເກົ່າ ດວງເກົ່າເຫມີດໄປ ເພີ່ນກໍ່ແນມໄປເລື່ອຍໆ ກໍ່ເຫັນດວງໃຫມ່ກໍ່ຜຸດຂຶ້ນມາແທນທີ່ ຄືນ້ຳພຸທີ່ພຸ່ງຂຶ້ນມາແທນທີ່ກັນນັ່ນລ່ະ ຕ່າງແຕ່ວ່າໃສຂຶ້ນກວ່າດວງເກົ່າ ໃນທີ່ສຸດກໍ່ເຫັນກາຍຕ່າງໆ ຜຸດຊ້ອນກັນຂຶ້ນມາຈົນຮອດທັມມະກາຍ ເປັນພຣະປະຕິມາກອນ ເກດດອກບົວຕູມ ໃສບໍລິສຸດຍິ່ງກວ່າ ພຣະພຸທທະຮູບບູຊາອົງໃດ ສຽງພຣະທັມມະກາຍກັງວານຂຶ້ນມາໃນຄວາມຮູ້ສຶກວ່າ “ຖືກຕ້ອງແລ້ວ”ເທົ່ານັ້ນແຫລະ ຄວາມປິຕິສຸກກໍ່ເກີດຂຶ້ນແບບບໍ່ເຄີຍເປັນມາກ່ອນ ເພີ່ນກໍ່ລຳພຶງອອກມາຄ່ອຍໆ ວ່າ
“ເອີ…ມັນຍາກແບບນີ້ເອງ ເຖິງວ່າບໍ່ມີໃຜບັນລຸ ຄວາມເຫັນ ຄວາມຈຳ ຄວາມຄິດ ຄວາມຮູ້ ຕ້ອງລວມເປັນຈຸດດຽວກັນ ເມື່ອຢຸດແລ້ວຈຶ່ງດັບ ເມື່ອດັບແລ້ວຈຶ່ງເກີດ ຖ້າບໍ່ດັບກໍ່ບໍ່ເກີດ ນີ້ແມ່ນຂອງຈິງ ຂອງຈິງຕ້ອງຢູ່ບ່ອນນີ້ ຖ້າບໍ່ຖືກສ່ວນນີ້ ແມ່ນບໍ່ເຫັນເດັດຂາດ”
ການຄົ້ນພົບວິຊາທັມມະກາຍທີ່ເປັນຂອງຈິງຂອງແທ້ ເປັນທາງບັນລຸທັມທີ່ອົງສົມເດັດພຣະສັມມາສັມພຸທທະເຈົ້າໄດ້ບັນລຸແລ້ວ ເປັນສິ່ງທີ່ລະອຽດ ເລິກເຊິ່ງຫລາຍ ເພິ່ນຈຶ່ງມາຄຳນຶງວ່າ
“ຄັມພີໂຣຈາຍັງ ທັມເປັນຂອງເລິກເຊິ່ງຂະຫນາດນີ້ ໃຜຈະໄປຄິດຄາດຄະເນເອົາໄດ້ ພົ້ນສິໄສຂອງຄວາມຕຣຶກນຶກຄິດ ຖ້າຕຣຶກນຶກຄິດຢູ່ກໍ່ເຂົ້າບໍ່ເຖິງ ທີ່ຈະເຂົ້າເຖິງໄດ້ຕ້ອງ ເຮັດໃຫ້ ຮູ້ນຶກ ຮູ້ຄິດນັ້ນ ຢຸດເປັນຈຸດດຽວກັນ ແຕ່ພໍຢຸດກໍ່ດັບ ແຕ່ພໍດັບແລ້ວກໍ່ເກີດ ຖ້າບໍ່ດັບແລ້ວບໍ່ເກີດ ລອງເບິ່ງເຖີດທ່ານທັງຫລາຍ ນີ້ເປັນຂອງຈິງ ຫົວຕໍ່ມີເປັນຢູ່ນີ້ ຖ້າບໍ່ຖືກສ່ວນດັ່ງນີ້ ກໍ່ບໍ່ມີບໍ່ເປັນເດັດຂາດ”
ຜູ້ບັນລຸທັມນຳ
ເພິ່ນຍັງນັ່ງຈະເລີນພາວະນາທົບທວນແບບນີ້ຕໍ່ໄປອີກປະມານ 30 ນາທີ ກໍ່ເກີດພາບໃນສະມາທິ ເປັນພາບຂອງວັດບາງປາ ຈະຕ້ອງມີຜູ້ທີ່ບັນລຸທັມໄດ້ແນ່ນອນ ພາບຂອງວັດບາງປາຈຶ່ງປາກົດຂຶ້ນໃນສະມາທິ
ນັບແຕ່ນັ້ນເປັນຕົ້ນມາ ເພິ່ນໄດ້ທຸ່ມເທຊີວິດໃຫ້ກັບການປະຕິບັດທັມຈະເລີນສະມາທິພາວະນາຢ່າງເຕັມທີ່ ເພື່ອຄົ້ນຄວ້າຫາທີ່ສຸດແຫ່ງທັມ ຍິ່ງຄົ້ນຄວ້າກໍ່ຍິ່ງເລິກເຊິ່ງຂຶ້ນໄປທຸກເທື່ອ ເພິ່ນປະຕິບັດຢູ່ແບບນີ້ເດືອນກວ່າໆ ຈົນອອກພັນສາ ເມື່ອຮັບກະຖິນແລ້ວ ກໍ່ລາເຈົ້າອາວາດວັດບາງຄູວຽງໄປພັກຢູ່ທີ່ວັດບາງປາ ເພື່ອໄປສອນທັມທີ່ເພິ່ນໄດ້ຮູ້ໄດ້ເຫັນແລ້ວ ເພິ່ນສອນຢູ່ປະມານ 4 ເດືອນມີພຣະພິກຂຸທີ່ສາມາດປະຕິບັດທັມໄດ້ແບບເພິ່ນໄດ້ 3 ອົງ ຄື ພຣະພິກຂຸສັງວານ ພຣະພິກຂຸແບນ ແລະພຣະພິກຂຸອ່ວມ ອີກທັງຍັງມີຄະລຶຫັດອີກ 4 ຄົນ ລວມເປັນ 7ຄົນ
ເປັນເຈົ້າອາວາດວັດປາກນ້ຳ
ຫລວງປູ່ວັດປາກນ້ຳພາສີຈະເລີນຫລືທີ່ບາງຄົນເອີ້ນວ່າຫລວງພໍ່ວັດປາກນ້ຳ ເປັນພຣະພິກຂຸທີ່ມະຫາຊົນເລື້ອມໃສເປັນຢ່າງສູງຄົນຮູ້ຈັກເພິ່ນໃນຊື່ນີ້ເພາະເມື່ອປີ 2459 ຫລວງພໍ່ສົດໄດ້ຮັບມອບຫມາຍໃຫ້ໄປຮັກສາການເຈົ້າອາວາດວັດປາກນ້ຳ ແລະໄດ້ຮັບແຕ່ງຕັ້ງເປັນເຈົ້າອາວາດ ຕັ້ງແຕ່ປີ ພ.ສ.2463-2502
ຊ່ວງທຳອິດທີ່ເພິ່ນມາປົກຄອງວັດປາກນ້ຳ ວັດມີສະພາບຮ້າງ ເພິ່ນໄດ້ເລີເມສ້າງຄວາມຈະເລີນໃຫ້ວັດ ໂດຍເພິ່ນເລີ້ມຈາກເຝິກຄົນ ເພິ່ນກວດຂັນພຣະພິກຂຸສາມະເນນໃຫ້ປະຕິບັດທັມວິໄນແບບເຄັ່ງຄັດ ສອນສະມາຖະວິປັດສະນາກັມມະຖານ ໂດຍໃຊ້ຫລັກພຸທທານຸສະຕິ ຄືໃຫ້ລະນຶກເຖິງຄຸນຂອງພຣະພຸທທະເຈົ້າເປັນເນືອງໆ
ໃນການສອນສະມາທິ ເພິ່ນສອນບໍລິກັມພາວະນາວ່າ “ສັມມາ ອະຣະຫັງ” ປະກອບການນ້ອມນຳໃຈໄວ້ທີ່ສູນກາງກາຍຖານທີ 7 ຄຳວ່າ “ສັມມາອະຣະຫັງ” ແປວ່າ ພຣະພຸທທະອົງເປັນພຣະອະຣະຫັນໂດຍຊອບ ເຊິ່ງການລະນຶກເຖິງພຣະສັມມາສັມພຸທທະເຈົ້າ ເປັນພຸທທານຸສະຕິ ມີປະໂຫຍດໃນການຈະເລີນພາວະນາກັມມະຖານຫລາຍ ດັ່ງທີ່ເພິ່ນໄດ້ອະທິບາຍວ່າ ພຸທທານຸສະຕິນັ້ນ ເປັນທັມໃຫ້ຈິດຕື່ນ ໃຫ້ຈິດສະຫວ່າງ ໃຫ້ຈິດມີກຳລັງ ໃຫ້ຈິດມີຄວາມກ້າທີ່ຈະປະຕິບັດທັມສືບຕໍ່ໄປ ເປັນວິໄສທີ່ດີຂອງພຸທທະສາສະນິກກະຊົນທົ່ວໄປ
ຄວາມສຳຄັນຂອງຫລວງປູ່ຕໍ່ພຣະພຸທທະສາສະຫນາ
ຄຳວ່າ”ທັມມະກາຍ” ເປັນຄຳທີ່ສຳຄັນແລະມີປາກົດຢູ່ຢ່າງຫລາຍຫລວງໃນພຣະໄຕຣປິດົກ ແລະຄັມພີທາງພຸທທະສາສະຫນາທັງຝ່າຍເຖລະວາດແລະມະຫາຍານ
ເຊັ່ນ ໃນພຣະສຸດຕັນຕະປິດົກ ທີຄະນິກາຍ ປະຕິວັກ ກ່າວວ່າ ຕະຖາຄົດຕັດສະ ເຫຕັງວາເສດຖາ ອະທິວະຈະນັງ ທັມມະກາໂຍ ອິຕິປິ “ເບິ່ງກ່ອນວາເສຖະ ອັນຄຳວ່າ “ທັມມະກາຍ”ກໍ່ດີ…ນີ້ແລ້ວເປັນຊື່ຂອງເຮົາຕະຖາຄົດ”
ນອກຈາກທັມມະປະຕິບັດເພິ່ນຍັງສົ່ງເສີມການສຶກສາພຣະປະຣິຍັດຕິທັມ ຕັ້ງສຳນັກຮຽນທັງນັກທັມ ແລະບາລີ ສ້າງໂຮງຮຽນປະຣິຍັດຕິທັມທີ່ທັນສະໄຫມ ທີ່ສຸດໃນສະໄຫມນັ້ນ ຈົນວັດປາກນ້ຳມີຄວາມຈະເລີນຂຶ້ນມາໂດຍລຳດັບ ດ້ວຍເຫດນີ້ຈຶ່ງມີສາທຸຊົນມາຮຽນສະມາທິແລະອອກບວດທີ່ວັດປາກນ້ຳເປັນຈຳນວນຫລວງຫລາຍ
ຄວາມຫມາຍຂອງ ທັມມະກາຍ ຖືກຕີຄວາມກັນອອກໄປຢ່າງຫລວງຫລາຍ ຕາມຄວາມເຂົ້າໃຈຂອງບຸກຄົນ ແລະຍຸກສະໄຫມ ແຕ່ກໍ່ຍັງບໍ່ມີຜູ້ໃດເຂົ້າໃຈເຖິງຄວາມຫມາຍທີ່ແທ້ຈິງຂອງຄຳນີ້
ຈົນວ່າເມື່ອ ວັນຂຶ້ນ 15 ຄ່ຳ ເດືອນ 10 ປີ ພ.ສ. 2460 ຄວາມຫມາຍຂອງ “ທັມມະກາຍ” ທີ່ປາກົດໃນພຣະໄຕຣປິດົກແລະຄຳພີພຸທທະບູຮານ ຕ່າງກໍ່ໄດ້ເຮັດໃຫ້ຈະແຈ້ງຂຶ້ນ ເມື່ອຫລວງປູ່ສົດໄດ້ເຂົ້າເຖິງ “ທັມມະກາຍ” ເຊິ່ງເປັນກາຍແຫ່ງການຕັສສະຮູ້ທັມ ຈຶ່ງນັບເປັນຈຸດເລີ້ມຕົ້ນທີ່ວິຊາທັມມະກາຍ ໄດ້ຟື້ນກັບຄືນມາໃຫ້ອານຸຊົນລຸ່ນຫລັງໄດ້ຮູ້ຈັກອີກຄັ້ງຫນຶ່ງ
ຫລວງປູ່ສົດສອນທັມມະປະຕິບັດຢ່າງລ່ະອຽດເປັນຂັ້ນເປັນຕອນ ມີແບບແຜນທີ່ຊັດເຈນ ເຂົ້າເຖິງໄດ້ງ່າຍ ຕັ້ງແຕ່ຂັ້ນພື້ນຖານ ຈົນເຖິງຂັ້ນສູງ ຈົນມີຜູ້ປະຕິບັດຕາມຈົນເຫັນຜົນ
ກິດຕິສັບໃນດ້ານການສອນພາວະນາຂອງເພິ່ນ ໂດ່ງດັ່ງຂ້າມທະວີບໄປຫລາຍໆ ປະເທດໃນທະວີບຢຸໂຣບ ເປັນເຫດໃຫ້ພຣະພຸທທະສາສະຫນາ ຂະຈອນຂະຈາຍກວ້າງໄກ ອອກໄປແບບບໍ່ເຄີຍປາກົດມາກ່ອນໃນປະຫວັດສາດຂອງວົງການຄະນະສົງໄທ ຈົນວ່າມີຊາວຕ່າງຊາດເດີນທາງມາບວດກັບເພິ່ນຮອດວັດປາກນ້ຳ ພາສີຈະເລີນ
ຫລັງຈາກທີ່ເພິ່ນໄດ້ເຂົ້າເຖິງທັມມະກາຍ ເພິ່ນໄດ້ສອນປະຕິບັດທັມຢ່າງຈິງຈັງ ອີກທັງຍັງມອບຫມາຍຫນ້າສຳຄັນໃຫ້ແກ່ສິດເອກຜູ້ມີຜົນການປະຕິບັດທັມທີ່ດີຍິ່ງຂຶ້ນເພື່ອເຮັດຫນ້າທີ່ສືບທອດວິຊາທັມມະກາຍ ແລະເຜີຍແຜ່ວິຊານີ້ໃຫ້ແກ່ຊາວໂລກຕໍ່ໄປໃນພາຍພາກຫນ້າ
ສືບສາາວິຊາທັມມະກາຍ
ພາຍຫລັງຈາກພຣະເດດພຣະຄຸນຫລວງປູ່ໄດ້ມໍລະນະພາບໄປແລ້ວ ສິດເອກຂອງເພິ່ນຄື ຄຸນຍາຍອາຈານຈັນຂົນນົກຍູງ ກໍ່ໄດ້ເປີດສອນສະມາທິ ໃຫ້ແກ່ບຸຄຄົນທົ່ວໄປທີ່ສົນໃຈ ຫນຶ່ງໃນລູກສິດທີ່ມານັ່ງສະມາທິນຳກໍ່ຄື ຫລວງພໍ່ທັມມະໄຊໂຍ ເຊິ່ງຂະນະນັ້ນຍັງເປັນນັກຮຽນມັດທະຍົມຄົນຫນຶ່ງທີ່ສົນໃຈການເຝິກສະມາທິ ເພິ່ນໄດ້ຮັບການເຝິກສະມາທິຈາກຄຸນຍາຍ ຈົນສາມາດເຂົ້າເຖິງທັມມະກາຍ ເຊັ່ນດຽວກັບເພິ່ນ
ນ້ອມລະນຶກເຖິງຄູຜູ້ຄົ້ນພົບວິຊາທັມມະກາຍ
ນັບແຕ່ນັ້ນເປັນຕົ້ນມາ ວັນຂຶ້ນ 15 ຄ່ຳເດືອນ 10 ຂອງທຸກປີ ຈຶ່ງຖືເປັນ”ວັນຄູຜູ້ຄົ້ນພົບວິຊາທັມມະກາຍ” ທີ່ເຫລົ່າສິດຍານຸສິດ ທຸກຄົນທົ່ວໂລກໄດ້ຮ່ວມກັນຈັດງານບຸນຕ່າງໆ ເພື່ອນ້ອມບູຊາທັມແດ່ພຣະເດດພຣະຄຸນຫລວງປູ່ ໃນຖານະທີ່ເພິ່ນມີຄຸນູປະການຕໍ່ພຣະພຸທທະສາສະຫນາທີ່ສາມາດນຳ “ວິຊາທັມມະກາຍ”ຂອງພຣະບໍຣົມມະສາດສະດາ ໃຫ້ຫວນຄືນມາໃຫ້ຊົນລຸ່ນຫລັງໄດ້ປະຕິບັດຕາມອີກຄັ້ງ
ສຳຫລັບໃນປີນີ້ ວັນຄູຜູ້ຄົ້ນພົບວິຊາທັມມະກາຍ ກົງກັບວັນທີ 10 ກັນຍາ ພ.ສ.2565 ທາງວັດພຣະທັມມະກາຍຈຶ່ງຂໍເຊີນຊວນລູກຫລານຫລວງປູ່ແລະພຸທທະສາສະນິກກະຊົນທົ່ວໂລກມາຮ່ວມສະແດງຄວາມກະຕັນຍູດ້ວຍການສູດມົນ ຈະເລີນສະມາທິ ແລະແຜ່ເມດຕາ ພ້ອມຄະນະສົງທັງໃນແລະຕ່າງປະເທດ ນັບຫມື່ນອົງພ້ອມກັນທົ່ວໂລກ ຜ່ານແອ໊ບພິເຄຊັ່ນ ຊູມ ເພື່ອນ້ອມບູຊາທັມແດ່ພຣະເດດພຣະຄະນຫລວງປູ່ວັດປາກນ້ຳ ສົດ ຈັນທະສະໂຣ ແລະສະສົມບຸນກຸສົນໃຫ້ແກ່ຕົນເອງ ພ້ອມອະທິຖານຈິດຂໍໃຫ້ໂລກພົ້ນຈາກໄພຕ່າງໆ ກັບຄືນສູ່ຄວາມສະຫງົບສຸກຢ່າງໄວວາ