ວັນສະມາທິໂລກ

 ຄວາມເປັນມາ “ວັນສະມາທິໂລກ” 

ເຊິ່ງເປັນສິ່ງທີ່ມະນຸດເປັນຜູ້ກໍ່ຂຶ້ນມາເອງ ຕະຫຼອດປະຫວັດສາດອັນຍາວນານຂອງໂລກນີ້ກໍ່ຍັງບໍ່ເຄີຍມີຍຸກໃດວ້າງເວັ້ນຈາກສົງຄາມຢ່າງເດັດຂາດໄດ້ເລີຍ ຄຳວ່າ”ສັນຕິພາບ”ຈຶ່ງເປັນສິ່ງທີ່ຊາວໂລກພາກັນສະແຫວງຫາມາໂດຍຕະຫຼອດ

ວັນທີ 6 ສິງຫາ ພ.ສ. 2488 ໄດ້ມີການນຳອົາລະເບີດປໍລະມະນູທີ່ມີອານຸພາບຮ້າຍແຮງທີ່ສຸດໃນປະຫວັດສາດຂອງມະນຸດຊາດໄປຖິ້ມໃສ່ເມືອງຮິໂຣຊິມາ ປະເທດຍີ່ປຸ່ນ ສົ່ງຜົນໃຫ້ມີຄົນເສີຍຊີວິດໃນຄາວດຽວກັນຫຼາຍແສນຄົນ ເຫດການທີ່ເຈັບປວດຈາກສົງຄາມຄັ້ງທີ່ 2 ນີ້ເຮັດໃຫ້ຊາວໂລກນຶກເຖິງໄພອັນໃຫຍ່ຫຼວງຂອງສົງຄາມ ຈຶ່ງໄດ້ພະຍາຍາມຮ່ວມມືກັນຈັດຕັ້ງອົງກອນກາງຂຶ້ນມາ ເພື່ອຮັກສາສັນຕິພາບໃຫ້ແກ່ປະຊາຄົມໂລກນັ້ນຄື ອົງການສະຫະປະຊາຊາດ

ໃນການປະຊຸມຂອງອົງການຍຸວະພຸດສາດສະນິກສຳພັນແຫ່ງໂລກ

ຍ ພ ສ ລ ປີ ພ.ສ. 2531 ໄດ້ເຫັນຄວາມສຳຄັນຂອງການທຳສະມາທິ ແລະການທຳສະມາທິເປັນຂອງສາກົນ ທີ່ຊາວໂລກທຸກຄົນສາມາດປະຕິບັດໄດ້ດັ່ງນັ້ນ ຍ ພ ສ ລ. ຈຶ່ງກຳນົດເອົາວັນທີ່ 6 ສິງຫາ ເປັນວັນສະມາທິໂລກເພື່ອກະຕຸ້ນເຕືອນໃຫ້ຊາວໂລກຫັນມາສ້າງສັນຕິພາບດ້ວຍວິຖີທາງສະຫງົບ ປາສະຈາກຄວາມຮຸນແຮງແລະໃຫ້ຊາວໂລກຫັນມາໃຫ້ຄວາມສຳຄັນ ກັບການນັ່ງສະມາທິເພື່ອສ້າງສັນຕິສຸກໃຫ້ເກີດຂຶ້ນໃນຈິດໃຈ ຂອງມວນມະນຸດຊາດ ອັນຈະເປັນທັງການຢູ່ຮ່ວມກັນໃນໂລກໃບນີ້ໄດ້ຢ່າງຜາສຸກສືບໄປ

ມາຮ່ວມກັນເປັນສ່ວນໜຶ່ງໃນປະຫວັດສາດຄວາມດີຄັ້ງຍິ່ງໃຫຍ່ໄປນຳກັນ ທີ່ຈະສ້າງສັນຕິສຸກພາຍໃນໃຫ້ເກີດເປັນສັນຕິພາບຂອງໂລກທີ່ແທ້ຈິງ

ເພາະສັນຕິພາບພາຍນອກຈະເກີດຂຶ້ນໄດ້ນັ້ນຕ້ອງເລີ້ມຕົ້ນຈາກສັນຕິສຸກພາຍໃນ ທີ່ທຸກຄົນສາມາດເຮັດໄດ້ງ່າຍໆໂດຍການນັ່ງສະມາທິ ແລະຖ້າເກີດຂຶ້ນພ້ອມກັນຫຼາຍໆກໍ່ຈະເປັນພະລັງອັນຍິ່ງໃຫຍ່ທີ່ປຸກກະແສຄວາມດີໄປໄດ້ທົ່ວທັງໂລກ

ຂໍເຊີນຊວນທຸກທ່ານມາຮ່ວມກັນສ້າງສັນຕິສຸກພາຍໃນເພື່່ອໃຫ້ເກີດສຽງສັນຕິພາບພາຍໃນ ດ້ວຍການຖ່າຍຮູບນັ່ງສະມາທິແລະ  ລວມເປັນສະຖິຕິ Guiness World Record ຮູບພາບຄົນນັ່ງສະມາທິຫຼາຍທີ່ສຸດໃນໂລກ 1 ລ້ານຮູບ ເຊິ່ງເປັນການສະແດງເຖີງພະລັງປະຫວັດສາດ ທີ່ຈະສ້າງສັນໂລກ ໃຫ້ໄດ້ພົບກັບຄວາມສຸກທີ່ແທ້ຈິງ

ໂດຍມີຫຼັກເກນດັ່ງນີ້

1.ພາບທີ່ອັພໂຫລດຕ້ອງເປັນຮູບນັ່ງສະມາທິເຕັມໂຕ ເຄື່ອງນຸ່ງສຸພາບ

2.ພາບຕ້ອງມີຄວາມຄົມຊັດ ບໍ່ໃສ່ຊື່ແລະນາມສະກຸນ

3.ບໍ່ສົ່ງຮູບຊ້ຳກັນ ຫຼືຮູບທີ່ບໍ່ມີລິຂະສິດຂອງຕົນເອງ

ສາມາດສົ່ງຮູບໄດ້ ຕັ້ງແຕ່ວັນນີ້ ຈົນເຖິງ ວັນສະມາທິໂລກ ຄື 6 ສິງຫາ ນີ້

ໂດຍສົ່ງມາທີ່  www.meditationphoto.com

 ກິດຈະກຳຂອງວັດພຣະທັມມະກາຍ 

ວັດທັມມະກາຍໄດ້ຈັດກິດຈະກຳເນື່ອງໃນວັນສະມາທີໂລກຢ່າງຕໍ່ເນື່ອງເປັນປະຈຳທຸກປີເປັນປະຈຳທຸກປີ ສຳຫຼັບໃນປີນີ້ ຈະຈັດກິດຈະກຳໃນວັນອາທິດຄົ້ນເດືອນ ທີ 7 ສິງຫາ  ພ.ສ. 2565 ເພື່ອເປັນວັນລວມໃຈຊາວໂລກທັງຫຼາຍ ຈຶ່ງສະໜັບສະໜູນ ໃຫ້ທຸກທ່ານບໍ່ວ່າຈະຢູ່ແຫ່ງຫົນຕຳບົນໃດ ໄດ້ທຳສະມາທິໃນວັນນີ້ ຫຼືອາດກ່າວໄດ້ວ່າວັນນີ້ເປັນວັນສັນຕິພາບຂອງໂລກ ເຊິ່ງເມື່ອໃຈຢຸດນິ່ງຕັ້ງຫມັ້ນເປັນສະມາທິ ຢຸດນິ່ງສະໜິດຢູ່ທີ່ສູນກາງກາຍຖານທີ 7 ແລ້ວ ຈະເປັນສັນຕິສຸກພາຍໃນ ເມື່ອມະນຸດທຸກຄົນໃນໂລກໄດ້້ຂົ້າເຖີງສັນຕິສຸກພາຍໃນ ດັ່ງນັ້ນ ການຈະເລີນສະມາທິພາວະນາ ຈຶ່ງເປັນຈຸດເຊື່ອມໂຍງທີ່ຈະເຮັດໃຫ້ເກີດສັນຕິພາບຂອງໂລກຢ່າງແທ້ຈິງ