ຫຼວງພໍ່ທັມມະໄຊໂຍ ໄດ້ກ່າວເຖິງຫຼວງພໍ່ທັດຕະຊີໂວ

 ພົບກັນມື້ລອຍກະທົງ 

ຫຼວງພໍ່: ມື້ລອຍກະທົງ ວັນປະຫວັດສາດລະຫວ່າງຫຼວງພໍ່ກັບຫຼວງພໍ່ທັດຕະເຊິ່ງພົບກັນເມື່ອປີ ພ.ສ. 2509 ຄາວດຽວກໍ່ 40 ກວ່າປີແລ້ວ ພົບກັນວັນເພັນຂຶ້ນ 15 ຄ່ຳ ເດືອນ 12 ມື້ລອຍກະທົງ

ຫຼວງພໍ່ທັຕຕະເຄີຍເລົ່າໃຫ້ຫຼວງພໍ່ຟັງຕັ້ງແຕ່ທ່ານຍັງເປັນຄະລຶຫັດວ່າອັດທະຍາໄສຂອງບໍ່ຊົ່ວຊາມ ທ່ານບໍ່ຮູ້ມັນເປັນແບບໃດ ພໍຮອດວັນເພັນຂຶ້ນ 15 ຄ່ຳ ໃນທຸກໆເດືອນ ໃຈທ່ານຄືກັບຫຼຸດອອກຈາກໂລກ ຄືກັບຢາກປີກວິເວກ ແລ້ວກໍຢາກປະຕິບັດທັມ ຫຼວງພໍ່ຈື່ໄດ້ ບໍ່ວ່າຈະຢູ່ໃນທີ່ຊຸມຊົນ ຫຼື ກຳລັງມ່ວນຢູ່ ຈັກແມ່ນຫຍັງທີ່ຢູ່ໃນໃຈຂອງທ່ານກໍ່ສະຫງົບຂຶ້ນມາເລີຍ ສະຫງົບຈາກທຸກສິ່ງເລີຍ ແລ້ວກໍລອຍບາບອະກຸສົນລະກັມອອກຈາກໃຈທ່ານຄືຢູ່ຄົນດຽວ ແລ້ວກໍເຮັດສະມາທິ ນີ້ເປັນອັດທະນາໄສຂອງທ່ານ

ຕອນທີ່ພໍ້ກັນໃນມື້ລອຍກະທົງ ເປັນຊ່ວງທີ່ຫຼວງພໍ່ກັບມາຈາກວັດປາກນ້ຳ ພາສີຈະເລີນ ຫຼັງຈາກປະຕິບັດທັມກັບຄຸນຍາຍອາຈານແລ້ວ 8 ໂມງແລງ ທ່ານກໍ່ໃຫ້ກັບ ກໍ່ຕ້ອງຂຶ້ນລົດກັບມາຄົນດຽວ ພໍມາຮອດໜ້າມະຫາໄລເປັນຊ່ວງທີ່ເຂົາຈັດງານກັນ

ຫຼວງພໍ່ກໍ່ຈະມີທາດຊະນິດໜຶ່ງໄປບ່ອນໃດຈະມີເດັກຢູ່ບ່ອນນັ້ນ ກໍ່ໄປຫຼິ້ນກັບເດັກນ້ອຍ ມ່ວນໆ ບໍ່ໄດ້ຄິດຫຍັງ ກໍ່ມີຕັ້ງແຕ່ເດັກຕົວນ້ອຍໆ ຈົນຮອດເດັກໃຫຍ່ໆ  ມາມຸງເບິ່ງ ຈົນວ່ານັກຮ້ອງວົງດົນຕີສຸນັນທະລາພອນ ທີ່ຢູ່ໃກ້ໆ ໝົດອາລົມຮ້ອງເພງ ແລ້ວກໍ່ພາກັນມາເບິ່ງໃຫຍ່ເລີຍ ມາເບິ່ງຫຼວງພໍ່ຫຼິ້ນກັບເດັກນ້ອຍ ແລ້ວໃນກຸ່ມທີ່ມາເບິ່ງນີ້ກໍ່ມີໜຸ່ມຮູບຫຼໍ່ຜູ້ໜຶ່ງ

ທ່ານເປັນໜຸ່ມນັກຮຽນນອກຈາກອອດສະເຕເລຍ ມາຢືນກອດເອີກ ໃສ່ເສື້ອລາຍ ແລ້ວກໍ່ໃສ່ໂສ້ງຢີນ ຊື່ວ່າຕຽວຫຸຍ ທ່ານມີຢູ່ 2 ໂຕ ໂຕໜຶ່ງຊື່ຕຽວຫຸຍ ໂຕໜຶ່ງຊື່ກວນອູ ມື້ນັ້ນໃສ່ຕຽວຫຸຍມາຢືນເບິ່ງ ຈົນເຊົາຫຼິ້ນມ່ວນກັບເດັກນ້ອຍ ທ່ານອາລົມດີ ໃຈດີ ກໍ່ຊວນຫຼວງພໍ່ບອກວ່າ ໄປ! ບັກນ້ອງແກ້ວ ຫຼວງພໍ່ຍັງຈື່ປະໂຫຍກນັ້ນໄດ້ ໄປ! ດຽວອ້າຍລ້ຽງ ຫຼວງພໍ່ກໍຄິດວ່າ ດີ ແຕ່ຍັງບໍ່ຮູ້ວ່າຈະລ້ຽງຫຍັງ ກໍ່ຍ່າງຂະບວນນຳກັນໄປ ມີພັກພວກໄປນຳ ນຶກວ່າຈະລ້ຽງຫຍັງທີ່ແທ້ລ້ຽງດ້ວຍແກ້ວ ໃນແກ້ວມີເຄື່ອງດື່ມມຶນເມົາ ບັກນ້ອງແກ້ວຕ້ອງດື່ມຈັກແກ້ວໜຶ່ງ

ຫຼວງພໍ່ມີບຸນຢູ່ຢ່າງໜຶ່ງຄືຈະມີໝູ່ທີ່ແສນດີ ແລະ ໜ້າຮັກຄອຍປົກປ້ອງໝູ່ໆ ກໍ່ຊ່ວຍກັນບອກວ່າຫຼວງພໍ່ເປັນໂລກກະເພາະແນ່ ເປັນນັ້ນນີ້ສາລະພັດ ແຕ່ຫຼວງພໍ່ຢືນຢັນບອກໄປວ່າ ບໍ່ ບໍ່ດື່ມ ເພາະຖືສີລ 5 ຄຸນຍາຍອາຈານ ທ່ານບອກໃຫ້ຖືສີລ ພໍຖືສີລແລ້ວ ຮູ້ສຶກສະບາຍໃຈ ກໍບອກວ່າບໍ່ດື່ມ ເພາະຖືສີລ 5 ເລີຍສະງັກ

ທ່ານກໍ່ມາເປີດເຜີຍທີຫຼັງ ເພາະປະໂຫຍກຖືສີລ 5 ນີ້ແທ້ໆ ເຮັດໃຫ້ທ່ານມານຳຫຼວງພໍ່ເຖິງຫໍພັກ ແລ້ວບອກວ່າ ໄປ ບັກນ້ອງ ໄປຢູ່ນຳກັນ

ໄປຢູ່ໃສລະອ້າຍ !   ໄປຢູ່ຄອກງົວນຳກັນ

 ທ່ານເຄົາລົບໃນທັມ 

ຫຼວງພໍ່: ຕອນທີ່ຍັງເປັນນັກສຶກສາຢູ່ ຫຼງຈາກງານລອຍກະທົງໄດ້ພົບກັນເວົ້າຸຖືກຄໍພ້ອມກັບໄປຕອບບັນຫາຖືກໃຈທ່ານ ເພາະທ່ານບໍ່ເຄີຍຄິດເລີຍວ່າຈະມີເດັກໜຸ່ມຖືສີລ 5 ເພາະທ່ານກໍ່ເຄີຍຖືສີລ 5 ມາກ່ອນ ທ່ານກໍ່ເລີຍຊວນໄປຢູ່ນຳ ເຮົາກຳລັງຢູ່ສຸກສະບາຍ ກໍ່ຍັງສົງໄສຕົວເອງວ່າເປັນຫຍັງໄປໃຈອ່ອນກັບທ່ານກໍ່ບໍ່ຮູ້

ທ່ານເອົາລົດຈັກມາຮັບໄປເລີຍ ທ່ານເປັນສາລະຖີ ນັ່ງໄປເລື່ອຍໆ ໄປຮອດເພິ່ນໃຫ້ນອນຕຽງເພິ່ນ ກໍ່ໜ້າແປກ ເປັນຫຍັງໃຫ້ລຸ້ນນ້ອງນອນເທິງຕຽງ ແຕ່ລຸ້ນອ້າຍກັບນອນພື້ນ ທັງໆທີ່ທ່ານເປັນລຸ້ນອ້າຍຫຼວງພໍ່ 4 ປີ ແລ້ວລະບົບອາວຸໂສໃນກະເສດສາດແຮງຫຼາຍ ລຸ້ນນ້ອງຕ້ອງເຄົົາລົບລຸ້ນອ້າຍ ແຕ່ທີ່ເປັນແບບນີ້ ເພາະທ່ານເຄົາລົບໃນທັມ ຈະຟັງທັມຕາມປະສາສະບັນດິດ ຕ້ອງຍົກຍ້ອງຜູ້ສະແດງທັມ ເຊິ່ງຫຼວງພໍ່ກໍ່ບໍ່ໄດ້ຄິດວ່າເປັນການສະແດງທັມ ຄິດວ່າເປັນລຸ້ນອ້າຍຖາມກໍ່ຕອບ ເວົ້າໆກັນມ່ວນ ແຕ່ກໍ່ແປກໃຈເປັນຫຍັງໃຫ້ນອນຢູ່ທາງເທິງ

ແຕ່ກີ້ຢູ່ກັບໝູ່ມະນຸດ ຕອນນີ້ມາຢູ່ໃນຄອກງົວ ແຕ່ທາງຄອກງົວມີສິ່ງພິເສດ ຄືມີໂຮງນົມ ເຮົາກໍ່ຜູກມິດກັບຍາມ ຄືຍາມເຂົາບໍ່ເຄີຍໄດ້ຮັບຄຳແນະນຳກ່ຽວກັບເລື່ອງການສ້າງບາຣມີ ເຫັນແລ້ວກໍ່ສົງສານເຂົາ ຈະເປັນຍາມທຸກຊາດຫຼືຈັ່ງໃດ ກໍ່ເລີຍຊວນເຂົານັ່ງສະມາທິ ແລ້ວກໍ່ລົມກັນຢ່າງຖືກຄໍ ຜົນທີ່ໄດ້ຄືເຂົາເອົານົມມາໃຫ້ມື້ລະລັງ ກັບຈາກໄປຫາຄຸນຍາຍອາຈານ ມາພໍ້ນົມຂວດເປັນລັງເລີຍ ກໍ່ແບ່ງກັນກັບຫຼວງພໍ່ທັຕຕະໃນຖານະກັນລະຍານະມິດກັນ

ແຕ່ກວ່າຈະໄດ້ນອນແຕ່ລະຄົນກໍ່ 1-2ໂມງເຊົ້າ ບໍ່ຮູ້ທ່ານສັນຫາຄຳຖາມຫຍັງມາກໍ່ບໍ່ຮູ້ຫຼວງຫຼາຍ ຖາມກັນຢູ່ແບບນ້ັນ ນອນລົມກັນໄປ ເບິ່ງຄືຟັງເພີ່ນໆ ແຕ່ວ່າແຕ່ລະຄຳຖາມນີ້ພ້ອມທີ່ຈະໄລ່ລົງຈາກຕຽງໄດ້ທຸກເວລາ ກໍ່ຍັງແປກໃຈວ່າ ຫຼວງພໍ່ກໍສາມາດຕອບຄຳຖາມທ່ານໄປໄດ້ແບບໃດກໍ່ບໍ່ຮູ້ຄືກັນ ຕອບຄຳຖາມທ່ານໄປເລື້ອຍໆ ຕັ້ງແຕ່ປະຕູມຸ້ງລວດຍັງຢູ່ດີ ຈົນຮອດ ຕອນຫຼັງມີວິທີເປີດມຸ້ງລວດແບບສະເພາະຕົວ ຄືທະລຸເຂົ້າໄປແລ້ວເອົາມືລ່ວງເຂົ້າໄປເປີດກ່ອນ

ທ່ານຢາກໄປຫາຄຸນຍາຍອາຈານ ຂອງເຮົາຫຼາຍ ກໍ່ຮຽກຮ້ອງຢູ່ເລື້ອຍໆວ່າ ມື້ໃດຫຼວງພໍ່ຈະພາທ່ານໄປພົບຄຸນຍາຍອາຈານຈັກເທື່ອ ຫຼວງພໍ່ໄດ້ຟັງຄຳຖາມຂອງທ່ານ ແລະ ກໍ່ເບິ່ງລັກສະນະທ່ານແລ້ວ ທ່ານຍັງມີທັງໂສ້ງຢີນກວນອູ ແລະ ຕຽວຫຸຍຢູ່ ຈະຕ້ອງປະຖົມນິເທດ ທຸຕິຍະ ຕະຕິຍະ ໃຫ້ມັນຄົບສະຫັດນິເທດ ຄືໃຫ້ຄົບຈັກພັນເທື່ອກ່ອນແລ້ວຈຶ່ງຈະພາໄປ ຖ້າພາໄປແບບນີ້ ດຽວກໍຖືກຄຸນຍາຍອາຈານໄລ່ອອກຈາກບ້ານແທ້

ຈາກນັ້ນທ່ານກໍ່ຖາມເລື່ອງທັມມະຕັ້ງແຕ່ຫົວຄ່ຳຈົນຮອດ 2-3 ໂມງເຊົ້າ ບໍ່ໜ້າເຊື່ອ ຢູ່ນຳກັນທີ່ຄອກງົວ ເວົ້າແຕ່ເລື່ອງທັມມະ ເວົ້າກັນຖາມເລື່ອງຕ່າງໆ ກັນເລື້ອຍໄປ ນຶກຍ້ອນຫຼັງເທື່ອໃດກໍ່ປຶ້ມໃຈໃນຫົນທາງແຫ່ງການສ້າງບາຣມີທີ່ພໍ່ກັນເລື້ອຍມາ ຈົນຮອດຕອນນີ້ຕ່າງຊວຍເຫຼືອເກື້ອກູນກັນ ສົ່ງເສີມກັນ ແລະ ກັນຕະຫຼອດເລີຍ

ນີ້ຄືຄຸນນະທັມຂອງທ່ານທີ່ເຄົາລົບທັມ ເຖິງຫຼວງພໍ່ຈະເປັນລຸ້ນນ້ອງທ່ານ 4 ປີກໍ່ຕາມ ກໍ່ເປັນແບບຢ່າງທີ່ໜ້າສຶກສາສຳຫຼັບຜູ້ທີ່ຈະສ້າງບາຣມີຕາມຫຼັງກັນມາ…

 

 ທ່ານອຶ້ງສິ່ງທີ່ຂວາງທາງໄປນິບພານ 

ຫຼວງພໍ່: ຫຼັງຈາກທີ່ຖາມເລື່ອງທັມມະ ແລະ ລົມກັນເຖິງເລື່ອງລາວຄວາມຮູ້ຂອງວິທະຍາທອນເລື້ອຍໄປຈົນເຖິງຄວາມຮູ້ຂອງພຣະສັມມາສັມພຸທທະເຈົ້າແລ້ວ ໃນທີ່ສຸດຫຼວງພໍ່ກໍ່ພາທ່ານໄປພົບກັບຄຸນຍາຍອາຈານ ຫຼັງຈາກທີ່ທ່ານພາຫຼວງພໍ່ໄປພົບຄຸນຍາຍອາຈານຂອງທ່ານກ່ອນຄື ທ່ານຢາກໃຫ້ຮູ້ຈັກກັນດ້ວຍຄວາມຮັກທ່ານຈຶ່ງພາໄປພົບອາຈານຂອງທ່ານ ຫຼວງພໍ່ກໍ່ໄປພົບອາຈານຂອງທ່ານບໍ່ແມ່ນພຣະອາຈານ ແຕ່ເປັນຄາລະວາດ ພໍຕາມໃຈທ່ານແລ້ວ ທ່ານກໍ່ຕາມໃຈເຮົາ ຫຼົງຈາກນັ້ນຈຶ່ງໄດ້ພາມາພົບຄຸນຍາຍອາຈານ

ແຕ່ຫຼັງຈາກທີ່ທ່ານຖາມນັ້ນຖາມນີ້ຖາມຫຍັງສາລະພັດ ຫຼວງພໍ່ຕອບຄຳຖາມໄປກໍ່ຄ່ອຍໆ ເຮັດຄວາມເຂົ້າໃຈກັນ ທີ່ຈິງທ່ານກໍ່ຮູ້ເລື່ອງຂອງທ່ານຢູ່ແລ້ວ ເພາະທ່ານເປັນນັກອ່ານ ບໍ່ໄດ້ເປັນແຄ່ໜອນໜັງສື ແຕ່ທ່ານເປັນປະເພດຊຸບເປີ້ໜອນເລີຍ ໜັງສືທຸກເຫຼັມໃນຫ້ອງສະໝຸດທຸກເຫຼັ້ມທຸກເລື່ອງ ເປັນພະຫູສູດຕັ້ງແຕ່ນ້ອຍໆ ເປັນຜູ້ມັກຕໍ່ການສຶກສາ ຈົນຮອດຕອນທີ່ໄດ້ພາທ່ານມາພົບກັບຄຸນຍາຍອາຈານ ກໍ່ສຶກສາຄົ້ນຄວ້າທັມມະກັນເລື້ອຍໄປ ແລ້ວເມື່ອທ່ານຮູ້ວ່າແມ່ນຫຍັງເປັນວິຊາທີ່ປະເສີດທີ່ສຸດທີ່ຈະເຮັດໃຫ້ພົ້ນທຸກໄດ້ ທ່ານກໍ່ມຸ່ງສຶກສາວິຊານັ້ນ ສ່ວນວິຊາຫຍັງທີ່ເຮັດໃຫ້ຍັງຂວາງຕໍ່ຫົນທາງພຣະນິບພານ ທ່ານກໍ່ວາງເລີຍ ບໍ່ແມ່ນວາງຢ່າງດຽວ ທ່ານຖິ້ມເລີຍຖິ້ມວິຊາທີ່ມັນຂວາງກັ້ນຕໍ່ຫົນທາງພຣະນິບພານ ຖິ້ມລົງໄປໃນສະທີ່ຢູ່ດ້ານໜ້າບ່ອນພັກ

ແຕ່ກ່ອນທີ່ຈະຖິ້ມໜັງສືຕຳລາຫຍັງຂອງທ່ານ ກໍ່ມີເລື່ອງແປກຄືເຫັນທ່ານນັ່ງສະມາທິ ກໍ່ເຫັນທ່ານຢູ່ຂອງທ່ານຄົນດຽວ ທີ່ໆທ່ານນັ່ງເປັນຊັ້ນດຽວຍົກພື້ນສູງແຕ່ມີສອງຫ້ອງ ແຕ່ມື້ນັ້ນແປກຫຼາຍເປັນຫຍັງສຽງເຄາະທີ່ຊ່ອງລົມ ຄືຊ່ອງລົມສູງຍົກພື້ນສູງປະມານ 3 ແມັດປາຍເກືອບ 4ແມັດ ກໍສູງພໍສົມຄວນ ແຕ່ເປັນຫຍັງບໍ່ມີສຽງຄົນເຄາະບ່ອນຊ່ອງລົມອ້ອມອາຄານເລີຍ ສະແດງວ່າຄົນທີ່ຈະເຄາະແບບນີ້ໄດ້ຕ້ອງສູງຢ່າງນ້ອຍປະມານ 4 ແມັດ ຫຼື 3 ແມັດເຄິ່ງ ແລ້ວຈະຕ້ອງແລ່ນໄວ ເຄາະໆ ແລ້ວຍັງຕ້ອງຍ່າງເທິງນ້ຳໄດ້ອີກດ້ວຍ ເພາະດ້ານໜ້າຕິດນ້ຳ ພໍສົງໄສກໍ່ເລີຍຖາມທ່ານ ທ່ານບອກວ່າໄດ້ຍິນແບບນີ້ເປັນປົກກະຕິ

ພໍທ່ານຖິ້ມໜັງສືຕຳລາຂອງອາຈານວິທະຍາທອນຖິ້ມໄປ ຮອດກາງຄືນເຈົ້າຂອງວິຊາມາເລີຍ ເພາະອາຈານເຈົ້າຂອງຕຳລາເຂົາຄືຕອນນັ້ນຍັງບໍ່ຮູ້ຫຼັກວິຊາໃນການຄືນວິຊາ ພໍທ່ານບໍ່ອາໄລອາວອນແລ້ວກໍຖິ້ມລົງໄປ ເຈົ້າຂອງວິຊາກໍມາເພາະບໍ່ຖືກຫຼັກວິຊາ

ທ່ານເລົ່າໃຫ້ຟັງວ່າ ທ່ານເຫັນແຕ່ສົ້ນ ແຕ່ບໍ່ເຫັນຫົວ ພໍມາກໍຄ່ອຍໆ ຈະບັນຈົງໃຫ້ສົ້ນມາເຄິ່ງໜ້າເອິກ ທ່ານບອກວ່າ ຖ້າເປັນຄົນອື່ນຖືກຄຶງແບບນີ້ ຕ້ອງກະອັກອອກມາເປັນເລືອດ ແຕ່ທ່ານມີບຸນເກົ່າຫຼໍ່ລ້ຽງຮັກສາ ທ່ານເປັນໝັດເປັນມວຍນຳ ເພາະທ່ານເປັນແຊ້ມດາບ 5 ມະຫາວິທະຍາໄລ ທ່ານບໍ່ທຳມະດາເດີ້ ທ່ານກໍ່ຄ່ອຍໆບັນຈົງງໍຕີນແລ້ວກໍຢັນ

ຕອນນັ້ນຄືບໍ່ໄດ້ຝັນ ຄືແບບນີ້ ທ່ານບອກມັນເຫັນຢ່າງຊັດເຈນ ພໍງໍຕີນແລ້ວຢັນ ຮ່າງນັ້ນກໍປິວໄປໃນອາກາດຕັ້ງແຕ່ມື້ນັ້ນ ທ່ານກໍ່ບໍ່ຫັນຫຼັງກັບໄປສົນໃຈອີກເລີຍ

ອັດທະຍາໄສຂອງທ່ານ ພໍຮູ້ວ່າແມ່ນຫຍັງມີປະໂຫຍດກໍເລືອກສິ່ງນັ້ນ ແມ່ນຫຍັງບໍ່ມີປະໂຫຍດກໍແກ່ງຖິ້ມ ແລ້ວບໍ່ຫັນກັບໄປອີກເລີຍ ຖ້າຕັ້ງໃຈເຮັດຫຍັງແລ້ວທ່ານເອົາຈິງເອົາຈັງເລີຍທີດຽວ ແລ້ວຈາກນັ້ນກໍສຶກສາທັມມະກັນເລື້ອຍມາ

 

 ອັດທະຍາໄສແທ້ໆຂອງຄຸນຫຼວງພໍ່ທັຕຕະ 

ຫຼວງພໍ່: ຫຼວງພໍ່ກໍ່ມີອັດທະຍາໄສເຊັ່ນດຽວກັບຄຸນຍາຍອາຈານຄືມັກເຂົ້າໄປສູ່ພາຍໃນ ໃນເສັ້ນທາງສາຍກາງພາຍໃນໄປເລື້ອຍໆ ຄຸນຍາຍທ່ານໃຫ້ນັ່ງຢູ່ກັບທ່ານໃຫ້ເວົ້າໜ້ອຍໆ ບໍ່ໃຫ້ເວົ້າຫຼາຍມາ 30 ກວ່າປີ ກໍ່ເລີຍຈະຖະຫນັດນັ່ງສະມາທິ

ແຕ່ອົງທີ່ຂະຫຍາຍຄວາມເກັ່ງຄືຫຼວງພໍ່ທັຕຕະອັດທະຍາໄສທ່ານຈະຄ້າຍໆກັບຄຸນຍາຍທອງສຸກ ສຳແດງປັ້ນ ທີ່ມັກເຜີຍແຜ່ຂະຫຍາຍຄວາມແຕ່ໂດຍພື້ນຖານໃຈຈິງ ຫຼວງພໍ່ທັຕຕະຫຼືຫຼວງພໍ່ທັຕຕະຊີໂວ ທ່ານມັກສະຫງົບປີກວິເວກຕັ້ງແຕ່ທ່ານຍັງໄວລຸ້ນ ປົກກະຕິໄວລຸ້ນບໍ່ເປັນແບບທ່ານດອກ ເຖິງວ່າຈະມ່ວນເຮຮາຫຍັງ ພໍເຖິງເວລາປັ໋ບທ່ານຈະໄປຕາມລຳພັງໄປສະແຫວງຫາພຣະຜູ້ຊົງຄຸນນະທັມ ຄຸນວິເສດ ຕາມຖ້ຳ ຕາມພູຕາມປ່າ ຢູ່ແຂວງການຈະນະບຸລີ

ແລ້ວທ່ານກໍ່ໄປພົບຢູ່ອົງໜຶ່ງ ອົງນັ້ນທ່ານກໍ່ບອກວ່າ “ຜະເດັດ” ຄືຊື່ ຕອນເປັນຄະລືຫັດຂອງທ່ານ “ໃນທ້ອງເຮົາມີພຣະເດີ້” ຫຼວງພໍ່ຫຼວງພໍ່ທັຕຕະທ່ານກໍ່ນຶກຄ້ານໃນໃຈ ແຕ່ເພາະທ່ານເປັນຄົນມີຄວາມເຄົາລົບຄູບາອາຈານບໍ່ວ່າທາງໂລກ ທາງທັມ ທ່ານກໍ່ນຶກໃນໃຈບໍ່ເຫັນນຳວ່າ ໃນທ້ອງເຮົາຈະມີພຣະໄດ້ແບບໃດ

ຈາກນັ້ນທ່ານກໍ່ສະແຫວງຫາຄູບາອາຈານໄປເລື້ອຍໆ ພົບວິຊາພິເສດ ແມ່ນຫຍັງຕ່າງໆ ທ່ານກໍ່ຈະເປັນຄົນເລົ່າໃຫ້ຫຼວງພໍ່ຟັງວ່າທ່ານພົບແມ່ນຫຍັງຕໍ່ແມ່ນຫຍັງ ຄ້າຍຄືກັບຄຸນຍາຍທອງສຸກ

ທ່ານມາກະຈ່າງແຈ້ງຕອນທີ່ພົບຫຼວງພໍ່ແລ້ວພາມາພົບຄຸນຍາຍອາຈານນັ້ນແລະວ່າ ໃນທ້ອງເຮົາມີພຣະແທ້ໆ

 

 ທ່ານບຸກເບີກສ້າງວັດ 

ຫຼວງພໍ່: ຕອນທີ່ຫຼວງພໍ່ບວຊ ກໍ່ບວຊອົງທຳອິດອົງດຽວ ຜູ້ທີ່ຈະຫາເງິນສ້າງວັດ ກໍ່ມີຢູ່ບໍ່ຈັກອົງ ໃນຍຸກນັ້ັນກໍ່ມີຫຼວງພໍ່ທັຕຕະທ່ານເປັນຜູ້ນຳ ທ່ານຂາຍຂອງເປັນເຊວແມນ ຍ່າງຕະຫຼາດທົ່ວປະເທດ ຕອນນັ້ນຈະມີກະປ໋ອງພາສສະຕິກຝາກໄວ້ທີ່ຄຸນຍາຍອາຈານ ແລ້ວພໍຮອດເວລາຫນຶ່ງເດືອນ ທ່ານກໍ່ນຳປັດໄຈໄປຝາກໃຫ້ຄຸນຍາຍອາຈານ ເກັບເພື່ອກຽມສ້າງວັດ ເຊິ່ງຕອນນັ້ນເຮົາຍັງບໍ່ມີທີ່ດິນ

ພໍຫຼວງພໍ່ບວຊມື້ຮຸ່ງຂຶ້ນກໍ່ຄິດສ້າງວັດ ແລ້ວກໍ່ຄິດຈະມີພຣະຢູ່ພຽງ 21 ອົງເທົ່ານັ້ນ ເພາະສະນັ້ນກຸດຕິໃນວັດເຮົາຈະເຫັນວ່າຕັ້ງຫ່າງໆກັນເພາະຄິດວ່າມີພຽງ 21 ອົງກໍພໍແລ້ວ ບໍ່ເອົາຫຼາຍ ຄິດວ່າມາບວຊແລ້ວກໍ່ມານັ່ງຫຼັບຕາເທົ່ານັ້ນ ໃຜມານັ່ງທັມມະ ຄົນໜຶ່ງກໍ່ສອນ ສອງຄົນກໍ່ສອນ ກໍ່ຄິດຢູ່ເທົ່ານັ້ນ ກໍບໍ່ໄດ້ຄິດການເຮັດວຽກແມ່ນຫຍັງຂະໜາດນີ້

ພໍຄິດຈະສ້າງວັດ ຄຸນຍາຍອາຈານກໍ່ເປັນຫຼັກເປັນປະທານທີ່ມະຫັດສະຈັນຄືຄຸນຍາຍອາຈານຖາມສັ້ນໆ ງ່າຍໆ ວ່າທ່ານຕ້ອງການແບບໃດ ບອກຕ້ອງການຈັກ 200 ໄລ່ ຕິດນ້ຳ ໄປມາສະດວກ ແລະ ຟຣີເພາະບໍ່ມີເງິນຊື້ ແລ້ວຕໍ່ມາທຸກຢ່າງເປັນຈິງຢ່າງທີ່ຕ້ອງການ

ຫຼັງຈາກນັ້ນມາກໍ່ໄດ້ປ້າຖະວິນ ແລ້ວກໍ່ຫຼວງພໍ່ທັຕຕະພ້ອມທີມງານອີກຄົນສອງຄົນໄປຫາຄຸນຫຍິງປະຢັດ ແພດພົງສາວິສຸດທາທິບໍດີ ເຊິ່ງເປັນເຈົ້າຂອງທີ່ ເຊິ່ງເຮົາບໍ່ຮູ້ວ່າວັນທີ່ໄປເປັນວັນຄ້າຍວັນເກີດຂອງທ່ານ ກໍ່ເຂົ້າໄປເວົ້າຈົນໄດ້ເວົ້າເຖິງ ເລື່ອງທີ່ຈະຂໍຊື້ທີ່ດິນຂອງທ່ານ ຕອນນັ້ນຕັ້ງໃຈວ່າຈະຊື້ແບບຜ່ອນສົ່ງສະເພາະເຮົາບໍ່ມີເງິນ

ພໍບອກວ່າຈະໄປຂໍຊື້ ທ່ານບອກວ່າທ່ານມີທີ່ ແຕ່ທ່ານບໍ່ເຄີຍມາເບິ່ງທີ່ເລີຍ ນາຍກອງນາເປັນຄົນເກັບເງິິນໄປໃຫ້ທ່ານ ທ່ານຖາມ ເອົາໄປເຮັດຫຍັງ ບອກວ່າຈະໄປສ້າງວັດ ທ່ານບອກວ່າບໍ່ຂາຍ ແລ້ວທ່ານກໍ່ນິ້ງແປັບໜຶ້່ງ ທ່ານບອກຈະຖວາຍ ຈະຖວາຍທີ່ທັງໝົດ 200 ໄລ່ ໃຫ້ສ້າງວັດ ແລ້ວນາຍກອງນາກໍພາມາເບິ່ງທີ່ດິນຕອນນີ້ ແລ້ວຊີ້ໄປທີ່ກາງຄອງສາມ ເຊິ່ງຖືກຕັດເຮັດຊົນລະປະທານແຄມຄອງ 4 ໄລ່ ກໍເຫຼືອ 196 ໄລ່

ພໍໄດ້ທີ່ດິນແລ້ວ ຕໍ່ມາກໍໃຫ້ຫຼວງພໍ່ທັຕຕະທ່ານລາອອກຈາກງານ ທ່ານກໍ່ລາອອກຈາກງານ ເພາະຄຸນຍາຍອາຈານ ບອກວ່າ ດຽວຍາຍຈະຫາເງິນສ້າງວັດເອງ ແລ້ວຫຼວງພໍ່ທັຕຕະທ່ານກໍ່ມາຄຸມການຂຸດດິນສ້າງວັດ ຂຸດຕັ້ງແຕ່ກ້ອນທຳອິດເລື້ອຍມາຈົນຂຸດຄູຄອງຫຍັງຕ່າງໆ ຈົນສ້າງກັນແລ້ວຮຽບຮ້ອຍ

ຫຼວງພໍ່ທັຕຕະຂອງເຮົາທ່ານເມື່ອຍຫຼາຍ ສ້າງບາຣມີມາດ້ວຍຄວາມລຳບາກມາຕະຫຼອດເລີຍ…

 

 ວ່າແບບໃດ ທ່ານກໍ່ວ່າຕາມ 

ຫຼວງພໍ່: ຕອນທີ່ທ່ານມາຄຸມການຂຸດດິນສ້າງວັດ ທ່ານກໍ່ປຸກເຮືອນຫຼັງນ້ອຍໆ ກ້ອງລ່າງເຮືອນສູງໄວ້ຫຼັງໜຶ່ງ ເອົາໄວ້ໜ້າວັດ ເວລານອນທ່ານກໍ່ເອົາເຈ້ຍແຂງໆວາງຊ້ອນກັນສອງຊັ້ນຮອງເທິງພື້ນແລ້ວເຖິງຈະນອນ ເພື່ອທີ່ທ່ານຈະໄດ້ຮູ້ຕົວກ່ອນ ທ່ານບອກວ່າເພື່ອມີໃຜຂີ້ເລ່ນ ເອົາມີດສຽບເຂົ້າໄປຕາມພື້ນຊອງເຈ້ຍກໍ່ຈະພໍ້ເຈ້ຍແຂງໆ ກ່ອນທີ່ຈະເຖິງຕົວທ່ານ ແລະ ບ້ານທີ່ປຸກກໍ່ຈະປຸກເຮືອນຫ່າງກອງເຟືອງ ທ່ານບອກເພື່ອໄວ້ກ່ອນ ທ່ານຮອບຄອບຫຼາຍ

ພໍທ່ານຄຸມຄົນຂຸດດິນ ທ່ານກໍ່ຈະໄປເບີກເງິນກັບຄຸນຍາຍອາຈານ ຍາຍ ມື້ອື່ນຈະຕ້ອງມາເບີກເງິນໄປໃຫ້ເຂົາແລ້ວ ຄຸນຍາຍທ່ານກໍ່ຮັບຮູ້ສັ້ນໆວ່າ ໂດຍ ແລ້ວບໍ່ເຫັນຄຸນຍາຍ ທ່ານເວົ້າຫຍັງ ຄຸນຍາຍ ມື້ອື່ນຈະມາເບີກເງິນ ທ່ານກໍ່ ໂດຍ ກໍ່ບໍ່ເຫັນວ່າຫຍັງ ຄຸນຍາຍ ມື້ອື່ນຈະມາເບີກເງິນ ບອກຄຸນຍາຍອາຈານແບບນີ້ ຈົນຄົບ ຕະຕິຍະ 3 ເທື່ອ ທ່ານກໍ່ຕອບລຽບໆ ໂດຍ ກໍ່ໜ້າແປກໃຈ ຖົງເຈ້ຍສີນ້ຳຕານທີ່ແປໆ ພໍເວລາຈະເບີກເງິນເທື່ອໃດກໍ່ມີຄົນເອົາປັດໄຈມາເຮັດບຸນເປັນແບບນີ້ຕະຫຼອດ ມື້ຕໍ່ມື້ໄປເລື້ອຍໆ ຈົນຮອດສ້າງແລ້ວລຽບລ້ອຍ

ພໍເຖິງເວລາບວຊ ທ່ານມີບຸນຫຼາຍ ຕອນຫຼວງພໍ່ບວຊມີຜູ້ມາຮ່ວມງານປະມານ 20 ກວ່າຄົນ ກໍ່ບຸນໃຜບຸນມັນ ແຕ່ຂອງຫຼວງພໍ່ທັຕຕະມາເປັນພັນເລີຍ ຫຼາຍຈົນເກືອບຈະບໍ່ມີບ່ອນນັ່ງເລີຍ

ເຕັມແໜ້ນໄປໝົດ

ພໍບວຊແລ້ວທ່ານກໍ່ເລີ່ມອົບຮົມທັມມະທາຍາດ ທ່ານກໍ່ເປັນພຣະອາຈານສອນເລື້ອຍມາ ລຳບາກເລື້ອຍມາ ແລ້ວພໍເຖິງເວລາທີ່ເຂົາຕັ້ງຕຳແໜ່ງເຈົ້າອາວາດ ຫຼວງພໍ່ໃນຖານະບວຊກ່ອນກໍ່ໄດ້ເປັນເຈົ້າອາວາດ ແຕ່ຜູ້ປະຕິບັດໜ້າທີ່ຈຶ່ງຄືທ່ານ ຄືຫຼວງພໍ່ທັຕຕະຫຼືວ່າຫຼວງພໍ່ທັຕຕະຊີໂວ ພາລະທຸກຢ່າງທ່ານແບກຮັບໝົດເລີຍ

ຫຼວງພໍ່ບໍ່ເຄີຍໄດ້ຍິນຄຳວ່າ ບໍ່ໄຫວ ບໍ່ໄດ້ ບໍ່ມີ ບໍ່ອີ່ຫຍັງຕ່າງໆ ຈາກທ່ານເລີຍ ໄດ້ຍິນແຕ່ຄຳວ່າ ໂດຍໆ ມາຕະຫຼອດ ບໍ່ເຄີຍປະຕິເສດເລີຍ ວ່າແບບໃດກໍ່ຕາມກັນມາຕະຫຼອດ ສ້າງບາຣີຮ່ວມກັນ ໃຫ້ເຮັດແບບໃດກໍ່ເອົາ ບໍ່ເຄີຍຂັດໃຈກັນເລີຍ…

 

 ທ່ານບໍ່ເຄີຍຈົ່ມ ບໍ່ເຄີຍຜິດຖຽງກັນ 

ຫຼວງພໍ່: ນຶກຍ້ອນກັບຫຼັງໄປເກືອບ 50 ປີແລ້ວ ກໍ່ຊື່ນໃຈວ່າ ວັນເວລາທີ່ຢູ່ກັບທ່ານສ້າງບຸນສ້າງບາຣມີນຳກັນເລື້ອຍມາຈົນຮອດຕອນນີ້ບໍ່ເຄີຍຜິດຖຽງກັນເລີຍ ເລົ່າໃຫ້ໃຜຟັງກໍ່ບໍ່ໜ້າເຊື່ອ ບໍ່ເຄີຍຜິດຖຽງກັນຂັດແຍ່ງກັນບໍ່ເຄີຍ ທັງໆທີ່ປົກກະຕິໃນການເຮັດວຽກງານຮ່ວມກັນບໍ່ວ່າວຽກບ່ອນໃດ

ຕ້ອງມີການຂັດແຍ່ງກັນແນ່ເປັນເລື່ອງປົກກະຕິ

ແຕ່ລະຫວ່າງຫຼວງພໍ່ກັບຫຼວງພໍ່ທັຕຕະຕັ້ງແຕ່ສ້າງບາຣມີຮ່ວມກັນມາ ບໍ່ມີການຂັດແຍ່ງເລີຍ ຖ້າບໍ່ນຶກກໍ່ບໍ່ແປກ ພໍນຶກແລ້ວມັນກໍ່ແປກທັງທີ່ຫຼວງພໍ່ເອງເປັນຝ່າຍຊວນທ່ານຜິດຖຽງ ແຕ່ບໍ່ເຄີຍສຳເລັດເລີຍ ເພາະທ່ານນິ້ງ ຖ້າບໍ່ນິ້ງທ່ານກໍ່ຍ່າງໜີ ແລ້ວເຮົາຢູ່ກັນ 2 ຄົນ ຈະໃຫ້ຫຼວງພໍ່ເວົ້າຄົນດຽວໄດ້ແບບໃດ ກໍ່ຕ້ອງເວົ້າທ່ານ ແຕ່ພໍທ່ານຍ່າງໜີ ກໍ່ບໍ່ຮູ້ຈະໄປເວົ້າກັບໃຜ

ທ່ານບໍ່ຜິດຖຽງກໍ່ບໍ່ຜິດຖຽງ ເລື່ອງທີ່ຈະເປັນປະເດັນຂັດແຍ່ງກໍ່ບໍ່ແມ່ນເລື່ອງຫຍັງ ລ້ວນແຕ່ເປັນເລື່ອງກ່ຽວກັບການສ້າງວັດເທົ່ານັ້ນ

ຕົວຢ່າງຕອນຂຸດແລ້ວ ຫຼວງພໍ່ກໍ່ພາທ່ານ ແລະ ໝູ່ຄະນະມາຢືນຢູ່ທາງໜ້າຄັນຄູທ້າຍວັດ ຕອນນັ້ນຍັງບໍ່ມີກຳແພງ ແຖວນັ້ນຍັງເປັນທົ່ງນາຢູ່ ສະໄໝນັ້ນພຽງສ້າງ 196 ໄລ່ ກໍ່ຫືດຂຶ້ນຄໍ ເພາະທ່ານເມື່ອຍຫຼາຍ ຫຼວງພໍ່ທັຕຕະທ່ານເມື່ອຍຫຼາຍ ແຕ່ບໍ່ເຄີຍໄດ້ຍິນທ່ານຈົ່ມເລີຍ ອັນນີ້ກໍ່ເປັນຄຸນນະທັມຂອງທ່ານ ເມື່ອຍແຕ່ບໍ່ເຄີຍຈົ່ມ

ມື້ນັ້ນກໍຢືນຮຽງກັນເປັນແຖວເລີຍ ຍັງໜຸ່ມໆທັງນັ້ນ ຫຼວງພໍ່ກໍບອກວ່າຮອດ 196 ໄລ່ ເຮົາກໍ່ແລ້ວ ຕໍ່ໄປບ່ອນນີ້ເຮົາຈະເອົາ 2000 ໄລ່ ຕັ້ງແຕ່ໜ້າເມືອງໄປຮອດເສັ້ນບ່ອນພຸ້ນ ທ່ານຍ່າງລົງຈາກຄັນຄູໄປເລີຍ ພໍຫຼວງພໍ່ຫັນມາຫາຍກັນໄປໝົດ ເຫຼືອເຮົາຢູ່ຜູ້ດຽວ ຄ້າຍໆທ່ານຍ່າງໄປລຳພຶງໄປແຕ່ມັກຈະບໍ່ໃຫ້ຫຼວງພໍ່ໄດ້ຍິນ ລຳພຶງປະມານວ່າ 196 ໄລ່ ຫືດຄົງຈະຂຶ້ນຈອມກະມ່ອມເລີຍເທື່ອນີ້

ບໍ່ເຄີຍຜິດຖຽງກັນເລີຍກໍ່ເປັນເລື່ອງທີ່ນັກສ້າງບາຣມີທັງຫຼາຍຄວນຈະຍຶດເປັນແບບແຜນ ເພາະເຮັດໃຫ້ວຽກງານຈະເລີນກ້າວໜ້າມາຈົນຮອດເຖິງປັດຈຸບັນ ເຖິງຈະມີເສີກເໜືອເສືອໃຕ້ເຂົ້າມາແບບໃດກໍ່ແລ້ວແຕ່ ແຕ່ວຽກງານຂອງເຮົາກໍ່ຍັງດຳເນີນກັນໄປເລື້ອຍໆ

ຄຸນນະທັມຂອງຫຼວງພໍ່ທັຕຕະທ່ານຍັງມີອີກຫຼາຍ

 

 ທ່ານບໍ່ເຄີຍວ່າງເວັ້ນຈາກການເປັນຜູ້ໃຫ້ແສງສະຫວ່າງ 

ຫຼວງພໍ່: ຕອນທີ່ເລີ່ມສ້າງວັດ ຄຸນຍາຍອາຈານ ທ່ານຍອມເສຍສະຫຼະຖິ້ມສະຖານທີ່ທີ່ທ່ານຮັກຫຼາຍທີ່ສຸດເລີຍ ເພາະວ່າເປັນທີ່ທີ່ໄດ້ຢູ່ທຳວິຊາກັບພຣະເດດພຣະຄຸນຫຼວງປູ່ທີ່ວັດປາກນ້ຳ ພາສີຈະເລີນ ເມື່ອພຣະເດດພຣະຄຸນຫຼວງປູ່ບໍ່ຢູ່ແລ້ວ ແລ້ວກໍ່ມີຄົນເຮັດວິຊາໄດ້ຕັ້ງຫຼວງຫຼາຍແບບນັ້ນ ທ່ານກໍ່ມາເປັນຫຼັກເປັນປະທານໃນການສ້າງວັດໃຫ້ມາແຕ່ຕົວກັບໃຈ ມີແຜ່ນດິນຢູ່ຜືນໜຶ່ງ ເປັນທົ່ງນາທີ່ເຮັດນາບໍ່ໄດ້ ແລ້ວທ່ານກໍ່ຫອບລູກຫຼານຂອງທ່ານ ໜຸ່ມໆທັງນັ້ນເອົາມາຢູ່ສ້າງວັດກັນ

ການສ້າງວັດຕອນຕົ້ນກໍ່ໄດ້ຫຼວງພໍ່ທັຕຕະຊີໂວ ຫຼື ຫຼວງພໍ່ທັຕຕະຂອງເຮົາ ຕອນນັ້ນທ່ານຍັງບໍ່ໄດ້ບວຊກໍ່ເລີ່ມລົງມືສ້າງກັນ ສະໄໝນັ້ນລຳບາກຫຼາຍຈາກບາງຂັນກວ່າຈະມາເຖິງວັດກໍ່ໃຊ້ເວລາເທົ່າໆກັບປັດຈຸບັນນີ້ ແຕ່ຕອນນັ້ນບໍ່ມີລົດຕິດ ແຕ່ຫົນທາງຮົກເປັນຂຸມເປັນບໍ່ ກວ່າຈະມາເຖິງວັດກໍ່ເຄິ່ງຊົ່ວໂມງ ດຽວນີ້ກໍ່ເຄິ່ງຊົ່ວໂມງຄືກັນ ເພາະລົດມັນຕິດ ມັນຈະເລີນ ນຶກບໍ່ເຖິງເລີຍເມື່ອ 30 ກວ່າປີທີ່ແລ້ວ ສະຖານທີ່ບອນນີ້ບໍ່ມີໃຜສົນໃຈເລຍ ທີ່ດິນໄລ່ລະ 3000 ບາດ ໜ້າວັດກໍ່ເປັນດິນ  ໜຽວ ລົດແລ່ນເທື່ອກໍພ້ອມສະເໝີທີ່ຈະລົງຮ່ອງ ລຳບາກຈັ່ງໃດກໍລຸ່ຍສ້າງກັນເລື້ອຍມາ

ຫຼັງຈາກທີ່ທ່ານບວຊແລ້ວ ທ່ານກໍ່ເລີ່ມອົົບຮົມທັມມະທາຍາດລຸ້ນ 1 ເລື້ອຍມາເລີຍ ອົບຮົມຢູ່ກາງແຈ້ງ ມີເຕັ້ນນ້ອຍໆ ກັ້ງຢູ່ອາຄານກໍ່ຍັງບໍ່ມີຈັກຫຼັງ ນັ່ງສະມາທິໃນເຕັ້ນ ເວລາເມື່ອຍກໍ່ຍ່າງເຮັດສະມາທິແກ້ເມື່ອຍທ່າມກາງແສງສະຫວ່າງຂອງດວງຕາເວັນ ຕ້ອງເອົາຜ້າຈຸບນ້ຳມາປົກຫົວຍ່າງກັນ

ຄຸນຫຼວງພໍ່ທັຕຕະ ຫຼື ພຣະເດດພຣະຄຸນຫຼວງພໍ່ທັຕຕະຊີໂວທ່ານກໍ່ເປັນຜູ້ອົບບຮົມໃຫ້ພ້ອມທັງໃຫ້ຂຽນໜັງສືຕຳລາ ຂຽນໜັງສືທີ່ມີຊື່ວ່າ ກ່ອນໄປວັດ ຂຽນເພື່ອໃຫ້ທຸກຄົນໄດ້ຮູ້ວິທີໄປວັດໄດ້ຢ່າງຖືກຫຼັກວິຊາວ່າ ກ່ອນຈະໄປວັດທຸກໆ ວັດໃນໂລກ ຈະຕ້ອງສຶກສາຄວາມຮູ້ຈາກໜັງສືຫົວນີ້ກ່ອນ ເພື່ອຈະໄປວັດໄດ້ຖືກຫຼັກວິຊາ ນຳມາເຊິ່ງຄວາມເຫຼື້ອມໃສຂອງທຸກໆຄົນ

ເຖິງວ່າອາຍຸສັງຂານຈະຫຼາຍຂຶ້ນເລື້ອຍໆທ່ານກໍ່ພະຍາຍາມລວບລວມ ແລ້ວກໍ່ຮຽບຮຽງຄຳສອນຂອງພຣະສັມມາສັມພຸທທະເຈົ້າມາລວມກັບປະສົບການແລ້ວມາໃສ່ໃນໜັງສືຫຼາຍໆຫົວໃຫ້ເຮົາເອົາມາໃຊ້ເປັນບົດຮຽນກັນ ຈົນເຖິງໃຊ້ເສັງຕອບບັນຫາທັມມະທາງກ້າວໜ້າ ໃຊ້ສອບ world pec ໃຊ້ສອບອັນໃດອີກຫຼວງຫຼາຍ

ເຖິງວ່າຈະມີອາຍຸໄວ 70 ກວ່າປີແລ້ວ ທ່ານກໍ່ຍັງຂຶ້ນເທດສະໜາສອນ ທ່ານບໍ່ເຄີຍວ່າງເວັ້ນຈາກການເປັນຜູ້ໃຫ້ແສງສະຫວ່າງເລີຍ

 

 ທ່ານເປັນຕົ້ນບຸນຕົ້ນແບບທີ່ດີຂອງໂລກ 

ຫຼວງພໍ່: ເຜີແປັບດຽວຫຼວງພໍ່ທັຕຕະກໍ່ 70 ກວ່າປີແລ້ວ ຢູ່ນຳກັນມາຕັ້ງແຕ່ໜ້າຂາວຜົມດຳ ຈົນເຖິງຕອນນີ້ໜ້າດຳຜົມຂາວ 40 ກວ່າປີແລ້ວທີ່ຢູ່ນຳກັນ ຍາວນານກວ່າຢູ່ກັບຍາດ ເພາະຢູ່ທີ່ບ້ານຍັງຄົງບໍ່ຈັກປີ ຕັ້ງແຕ່ຄົບຫາກັບຫຼວງພໍ່ນີ້ທ່ານເມື່ອຍຫຼາຍເລີຍ ເມື່ອຍເລື້ອຍມາຈົນເຖິງປັດຈຸບັນນີ້

ຍ້ອນນຶກເຖິງມື້ທີ່ຕ້ອງໄປຂຶ້ນສານທ່ານນັ່ງທາງໜ້າ ຫຼວງພໍ່ນັ່ງທາງຫຼັງ ກໍ່ລຳພຶງກັບທ່ານວ່າ ວັນຄ້າຍວັນເກີດຂອງພຣະເດດພຣະຄຸນຫຼວງພໍ່ທັຕຕະຕອນນັ້ນທ່ານຈະຄົບ 65 ປີ ແຕ່ເຮົາຈະຕ້ອງມານັ້ງຟັງອັນໃດແບບນີ້ກໍ່ບໍ່ຮູ້ ຫຼວງພໍ່ກໍ່ຊາບຊຶ້ງໃນທ່ານ ຖ້າທ່ານບໍ່ຄາຫຍັງ ທ່ານກໍ່ຈະເດີນທາງມາເປັນຫມູ່ດ້ວຍແບບນີ້ ຄືທ່ານຈະເປັນທັງຄູ່ຊີວິດ ຄູ່ປຶກສາ ເປັນທຸກສິ່ງທຸກຢ່າງໃຫ້ຕະຫຼອດເວລາເລີຍ

ຊີວິດຂອງຫຼວງພໍ່ທັຕຕະທ່ານຖືວ່າເປັນຊີວິດທີ່ງົດງາມໃນເພດສະມະນະກັບງົດງາມໃນຊີວິດຂອງນັກສ້າງບາຣມີ ສິ່ງບໍ່ດີທ່ານພະຍາຍາມເອົາອອກໄປເລື້ອຍໆ ເມື່ອຮູ້ວ່າແມ່ນຫຍັງທີ່ເປັນຂໍ້ບົກພ່ອງໃນຕົວທ່ານ ຈະທາງກາຍ ທາງວາຈາ ທາງໃຈ ທ່ານຈະບໍ່ສັ່ງສົມສິ່ງບໍ່ດີ ທ່ານຈະເອົາອອກເລື້ອຍໆ ເພາະວ່າຫຼວງພໍ່ເຫັນການປ່ຽນແປງຂອງທ່ານຕະຫຼອດເວລາ ມັນໃສຂຶ້ນເລື້ອຍໆ ທັງກາຍ ທັງວາຈາ ທັງໃຈຕະຫຼອດ

ທ່ານເປັນຕົ້ນບຸນຕົ້ນແບບທີ່ດີຂອງໂລກໄດ້ເລີຍ

ເມື່ອເຖິງວັນຄ້າຍວັນເກີດຂອງຫຼວງພໍ່ທັຕຕະຫຼວງພໍ່ກໍມີບົດແນ່ ມີກອນແນ່ ຕາມສະຕາຍຂອງຫຼວງພໍ່ທີ່ບໍ່ຄ່ອຍຮູ້ເລື່ອງຫຼັກວິຊາໃນການແຕ່ງບົດກອນ ແຕ່ກໍ່ມີຕົວຢ່າງ ເຊັ່ນ 21 ທັນວາ ປີ ພ.ສ. 2540 ຕອນນັ້ນກຳລັງເຝິກຫັດແຕ່ງ ແຕ່ງກັບເດັກນ້ອຍ ເດັກເຂົາແນະນຳໃຫ້ວ່າ ຕ້ອງແຕ່ງແບບນີ້ ກໍເຝິກກັບເຂົາໄປເລື້ອຍໆ ມ່ວນໆ ແລ້ວມາຮອດ 21 ທັນວາ ກໍ່ແຕ່ງໃຫ້ຫຼວງພໍ່ທັຕຕະເລີຍ

ໃຫ້ຫຼວງພໍ່ແກ່ຄ້າຍ       ທັມມະກາຍ

ຍິ່ງແກ່ຍິ່ງສຸກໃສ         ຍິ່ງແກ້ວ

ຄວາມຫ່ຽວຍົ້ນມະລາຍ  ໝົດສິ້ນໄປເສຍ

ເທດສ່ຳມ່ວນແພວພາວ ເລີດລ້ຳກວ່າໃຜ

 ຫຼວງພໍ່ທັຕຕະຂອງພວກເຮົາ 

ຫຼວງພໍ່: ເມື່ອມານຶກກໍ່ຍິ່ງປຶ້ມໃຈວ່າທ່ານໃຊ້ທຸກອະນຸວິນາທີຕັ້ງແຕ່ກ່ອນບວຊ ຈົນຮອດບວຊ ທ່ານບໍ່ເຄີຍຂາດການສ້າງບາຣມີເລີຍ ດຽວນີ້ບໍ່ແມ່ນສະເພາະໃນເມືອງໄທ ເດີນສາຍໄປຕ່າງປະເທດທົ່ວໂລກນຳ ທ່ານໄປທຸກຫົນທຸກແຫ່ງ ທ່ານເມື່ອຍຫຼາຍແຕ່ທ່ານກໍ່ອົດທົນໃນການສ້າງບາຣມີ

ຫຼວງພໍ່ວ່ານັບເປັນບຸນຂອງພວກເຮົາແທ້ໆ ທີ່ໄດ້ມີໂອກາດຟັງທັມຈາກຫຼວງພໍ່ທັດຕະເຊິ່ງເປັນຊ່ວງທີ່ຄວາມຮູ້ກັບປະສົບການຂອງທ່ານຕົກຜະນຶກໃນໄວຂອງທ່ານຂະໜາດນີ້ ແຕ່ກໍຍັງບໍ່ຮູ້ວ່າທ່ານຈະມີເຫື່ອແຮງ ມີສຽງມາສະແດງທັມໃຫ້ກັບພວກເຮົາອີກໜ້ອຍຫຼາຍຊໍ່າໃດ

ເພາະສະນັ້ນຟ້າວຊ່ວງຊີງໃ້ດີກ່ອນທີ່ຈະຖືກຊ່ວງຊີງເຮັດໃຫ້ພວກເຮົາພາດໂອກາດໃນການຟັງທັມຈາກທ່ານກັນ ແລະ ຄວນຫາໂອກາດທີ່ຈະໄດ້ບູຊາທັມທ່ານເພື່ອເຮົາຈະໄດ້ມີສ່ວນແຫ່ງບຸນກັບທ່ານ ໄດ້ອຸທິດຊີວິດມາສ້າງບາຣມີເຮັດວຽກພຣະພຸດທະສາສະໜາຕັ້ງແຕ່ຍັງເປັນນັກສຶກສາເລື້ອຍມາ ຈົນຮອດຕອນນີ້ ເປັນພຣະເຖຣະ ອາຍຸພັນສາກໍຫຼາຍ ເປັນພຣະລາຊາຄະນະ ເປັນຫຼວງພໍ່ທັດຕະຊີໂວ ແລະ ເປັນຄຸນຫຼວງພໍ່ທັດຕະຂອງພວກເຮົາ