ຫຼວງພໍ່ທັຕຕະຊີໂວ

ຜູ້ເປັນຄູບາອາຈານຂອງພວກເຮົາທັງຫຼາຍ

“ຜະເດັດ…ຂໍໃຫ້ໝັ່ນຮັກສາເນື້ອຮັກສາຕົວໃຫ້ດີ ຕໍ່ໄປຂ້າງໜ້າ ຊື່ຂອງເຈົ້າໄປຮອດໃສ ພຣະພຸທທະສາສະໜາຈະໄປຮອດຫັ້ນ”

ບໍ່ຮູ້ວ່າຈະເປັນດ້ວຍມີຍານຫຍັງຮູ້ ຫຼື ເພາະເບິ່ງຈາກໜ່ວຍກ້ານ ຂອງເດັກໜຸ່ມທີ່ທຸ່ມເທເອົາຈິງເອົາຈັງກັບການເຝິກສະມາທິ ສໍ່ແວວວ່າຈະເອົາດີທາງນີ້ໄດ້ ຈຶ່ງເຮັດໃຫ້ພຣະວິປັສສະນາຈານຊື່ດັງ ຫຼວງພໍ່ບຸນທັມ ວັດເຂົາແຫຼມ ແຂວງການຈະນະບູລີ ໄດ້ກ່າວຄຳທຳນາຍນີ້ໄວ້ກ່ອນທີ່ທ່ານຈະມໍລະນະພາບ ພຽງບໍ່ເທົ່າໃດປີ.

ວັນເວລາຜ່ານພົ້ນໄປກວ່າ 50 ປີ ບວກກັບບຸນບາຮມີທີ່ສັ່ງສົມທັບທະວີຫຼາຍຂຶ້ນເປັນລຳດັບ ຈາກເດັກໜ້ອຍໄວ 17 ປີໃນມື້ນັ້ນ ຈົນຮອດມາເປັນພຣະມະຫາເຖຣະໄວ 72 ປີ ໃນມື້ນີ້ ກຽດຕິຄຸນຂອງທ່ານ ພຣະເດດພຣະຄຸນພຣະພາວະນາວິຣິຍະຄຸນ (ຜະເດັດ ທັຕຕະຊີໂວ) ແຫ່ງວັດພຣະທັມມະກາຍ ກໍ່ເລື່ອງລືໄປທົ່ວທັງແຜ່ນດິນ ສົມດັ່ງຄຳທຳນາຍດັ່ງກ່າວ

ເທິງເສັ້ນທາງກວ່າຂ້ອນໂລກທີ່ທ່ານໄດ້ຈາລິກຜ່ານໄປ ເຮັດໃຫ້ມະຫາຊົນຫຼວງຫຼາຍໄດ້ດື່ມສັມພັດກັບຄວາມສະຫວ່າງສະໄຫວ ແລະ ສັນຕິສຸກທີ່ທ່ານນຳໄປມອບໃຫ້

ຕະຫຼອດໄລຍະເວລາອັນຍາວນານທີ່ຜ່ານມາ ບໍ່ວ່າທ່ານຈະຕ້ອງຕາກຕຳເຮັດໜ້າທີ່ ຫຼື ມີອຸປະສັກນ້ອຍຫຼາຍພຽງໃດ ກໍ່ຍັງບໍ່ເຄີຍມີໃຜໄດ້ຍິນວ່າ “ບໍ່ໄຫວ” ຫຼຸດອອກມາຈາກປາກເພີ່ນພຽງເທື່ອດຽວ

ທ່ານຖືຄະຕິວ່າ ນັກສ້າງບາຣມີຕ້ອງບໍ່ມີຂໍ້ແມ້ເງື້ອນໄຂ ບໍ່ຫວັ່ນໄຫວຫຍໍ້ທໍ້ຕໍ່ອຸປະສັກໃດໆ ທັງນັ້ນ ສະນັ້ນ ທ່ານຈຶ່ງໄດ້ທຸ່ມເທເຮັດວຽກສ້າງບາຣມີຢ່າງສຸດຊີວິດ ທັງການເຝິກຝົນອົບຮົມຕົນໃຫ້ງົດງາມຕາມພຣະທັມມະວິໄນ ແລະ ການສັ່ງສອນຜູ້ອື່ນໃຫ້ຮູ້ຕາມຕະຫຼອດຈົນການສ້າງວັດ ສ້າງພຣະ ສ້າງຄົນ ແລະ ສ້າງສັນຕິສຸກແກ່ຊາວໂລກ

“ທັຕຕະຊີໂວ ແປວ່າ ຜູ້ຖວາຍຊີວິດແລ້ວແດ່ພຣະສາສະໜາ”

ນັ້ນຄືມະໂນປະນິທານອັນແນ່ວແນ່ຂອງຫຼວງພໍ່ ຫຼື ຄຸນຄູໄມ່ເລັກ ຜູ້ເປັນຕົ້ນບຸນຕົ້ນແບບຂອງນັກສ້າງບາຣມີທ່ານນີ້

ຫຼວງພໍ່ທັມມະໄຊໂຍ ໄດ້ກ່າວເຖິງຫຼວງພໍ່ທັດຕະຊີໂວ
ບົດບາດຂອງຫຼວງພໍ່ທັດຕະຊີໂວ ໃນການສ້າງວັດພຣະທັມມະກາຍ
ຄຳສອນຂອງຫຼວງພໍ່ທັດຕະຊີໂວ

 ເສັ້ນທາງໃນການສ້າງບາຣມີ 

ຫຼວງພໍ່ທັຕຕະຊີໂວ ມີຊື່ເດີມວ່າ ຜະເດັດ ຜ່ອງສະຫວັດ ທ່ານເກີດໃນຄອບຄົວຊ່າວໄຮ່ໃນແຂວງການຈະນະບູລີ ເມື່ອວັນເສົາ ທີ 21 ທັນວາ ພ.ສ 2483 ໂຍມພໍ່ຊື່ ທ້າວ ສຸນ ຜ່ອງສະຫວັດ ໂຍມແມ່ຊື ນາງ ຮວຍ ຜ່ອງສະຫວັດ

ອາໄສທີ່ໂຍມພໍ່ຂອງທ່ານເປັນຄົນຂະຫຍັນຂັນແຂງ ແລະ ມີວິໄສທັດກວ້າງໄກກວ່າຊາວໄຮ່ທຳມະດາທົ່ວໄປ ຈຶ່ງໄດ້ພະຍາຍາມຂ້ຽວເຂັນອົບຮົມລູກໆທຸກຄົນຈົນໄດ້ດີທັງດ້ານການສຶກສາ ແລະ ຄວາມປະພຶດ ອີກທັງອຸປະນິໄສຂອງພຣະເດດພຣະຄຸນຫຼວງພໍ່ເປັນຜູ້ໄຝ່ສຶກສາ ແລະ ໃສ່ໃຈໃນການເຝິກສະມາທິຕັ້ງແຕ່ໄວລຸ້ນ ໃນຊ່ວງທີ່ທ່ານຮຽນຢູ່ຊັ້ນມັດທະຍົມທີ່ໂຮງຮຽນວິສຸດທະລັງສີ ແຂວງການຈະນະບູລີ ຄວາມທີ່ທ່ານເປັນນັກອ່ານໜັງສືດ້ວຍຕົນເອງ ຮັກການອ່ານໜັງສືເປັນຊີວິດຈິດໃຈ ອ່ານຊະໄປໝົດທຸກປະເພດ ເວົ້າໄດ້ວ່າໜັງສືໃນຫ້ອງສະໝຸດປະຈຳແຂວງມີທໍ່ໃດກໍ່ລ້ວນຜ່ານຕາທ່ານມາແລ້ວທຸຫົວ

ໜັງສືທີ່ທ່ານສົນໃຈຫຼາຍເປັນພິເສດກໍ່ຄື ໜັງສືກ່ຽວກັບການເຝິກສະມາທິໂດຍສະເພາະວິທີການເຝິກສະມາທິໃນຄຳພີວິສຸດທິມັກ ຄຳພີບູຮານເຊິ່ງຂຽນໂດຍພຣະພຸທທະໂຄສາຈານ ຫຼັງຈາກອ່ານຄຳພີນີ້ແລ້ວເຮັດໃຫ້ທ່ານຢາກເຝິກສະມາທິເປັນແບບຫລວງຫລາຍ ແລະ ເມື່ອເຝິກດ້ວຍຕົນເອງບໍ່ໄດ້ຜົນ ຈຶ່ງຕ້ອງຮ້ອນຮົນສະແຫວງຫາອາຈານສອນສະມາທິ ແຕ່ເຈົ້າກຳຫາໄປຫາມາບັງເອີນໄປພໍ້ອາຈານເຝິກສະມາທິເພື່ອປະໂຫຍດທາງອິດທິລິດກ່ອນ ກໍ່ເລີຍເຮັດໃຫ້ທ່ານຫຼົງໄປໃນຊ່ວງໜຶ່ງ ໄປເຝິກວິຊາໜັງໜຽວ ຮູດໂສ້ ລຸຍໄຟ ສະເດາະໄລປະຕູ ສາລະພັດ ຕອນນັ້ນບໍ່ຮູ້ເລີຍວິຊາທີ່ຕົນເຝິກຢູ່ນັ້ນເປັນວິຊາມານ ຫຼົງຜິດຄິດວ່າເປັນວິຊາພຣະ

ຈັ່ງໃດກໍ່ດີ ສິ່ງທີ່ຄ້າງຄາໃຈທ່ານຢູ່ຕະຫຼອດເວລາກໍ່ຄືຄວາມສົນໃຈທີ່ຈະຮູ້ເລື່ອງນະຣົກ-ສະຫວັນ ດັ່ງນັ້ນເຖິງຈະໄດ້ຮ່ຳຮຽນວິຊາທີ່ເຮັດໃຫ້ມີອິດທິລິດຫຼາຍພຽງໃດແຕ່ວິຊາເຫຼົ່ານີ້ກໍ່ບໍ່ສາມາດດັບກະຫາຍຄວາມຢາກຮູ້ເລື່ອງນະຣົກ-ສະຫວັນໄດ້ເລີຍ ທ່ານຈຶ່ງຍັງເສາະສະແຫວງຫາຜູ້ຮູ້ໃນເລື່ອງນີ້ເລື້ອຍມາ ບາງຄັ້ງເຖິງກັບດັ້ນດົ້ນໄປຕາມປ່າຕາມເຂົາໄປເຝິກສະມາທິກັບພຣະເກຈິອາຈານຕ່າງໆ ພໍມີໂອກາດກໍ່ມັກຈະຊັກໄຊ້ຖາມເລື່ອງນະຣົກ-ສະຫວັນເກືອບທຸກຄັ້ງທີ່ໄປ ແຕ່ກໍ່ຍັງບໍ່ເຄີຍໄດ້ຮັບຄຳຕອບທີ່ຊັດເຈນຖືກໃຈເລີຍຈັກເທືື່ອ ບາງທ່ານເຖິງຈະບອກວ່ານະຣົກ-ສະຫວັນມີແທ້ ເທວະດານາງຟ້າມີແທ້ ແຕ່ກໍ່ເປັນພຽງແຕ່ຄວາມເຊື່ອຕາມທີ່ເຄີຍສຶກສາມາ ຍັງບໍ່ກ້າຢືນຢັນວ່າເຄີຍເຫັນເຄີຍໄປມາແລ້ວຈັກຄົນ

ເມື່ອເສັ້ນທາງບຸນຍັງບໍ່ເປີດ ທ່ານກໍ່ເລີຍໝົກໝຸ້ນຄຶກຄະນອງຢູ່ກັບເລື່ອງໜັງໜຽວ ຮູດໂສ້ ລຸຍໄຟ ໄປອີກໄລຍະໜຶ່ງຕາມປະສາໄວລຸ້ນ ຈົນຮຽນຈົບຈາກໂຮງຮຽນກຽມອຸດົມສຶກສາແລ້ວໄປຮຽນຕໍ່ທີ່ຄະນະ ກະເສດ ມະຫາວິທະຍາໄລກະເສດສາດ ເມື່ອປີ ພ.ສ 2503

 ພົບຍອດກັນລະຍານະມິດ 

ຈັ່ງໃດກໍດີ ເມື່ອບຸນເກົ່າຂອງທ່ານມາຮອດ ຈຶ່ງມີອັນເຮັດໃຫ້ມາພົບກັບຍອດກັນລະຍານະມິດກ່ອນທີ່ຈະຫຼົງເລີຍເຖີດໄປໄກຈົນເອົາບໍ່ກັບ ນັບຄື ຫຼັງຈາກທີ່ທ່ານກັບມາຈາກປະເທດອອດສະເຕເລຍເພື່ອມາຮຽນເກັບວິຊາ ລະດັບປະລິນຍາຕີ ສາຂາສັດຕະວະບານ ທີ່ມະຫາວິທະຍາໄລກະເສດສາດ ກໍ່ໄດ້ໂອກາດພົບກັບພະເດດພຣະຄຸນຫຼວງພໍ່ທັມມະໄຊໂຍ ເຊິ່ງຕອນນັ້ນຍັງເປັນນິສິດລຸ້ນນ້ອງປີ 4 ເປັນເຫດການທີ່ທ່ານຍັງຈື່ໄດ້ຕິດໃຈບໍ່ມີວັນລືມ

ມື້ນັ້ນເປັນວັນອາທິດ ທີ 27 ພະຈິກ ພ.ສ 2509 ເຊິ່ງເປັນມື້ລອຍກະທົງ ຄືນນັ້ນທ່ານຫິ້ວແກ້ວເຫຼົ້າໄປເຫຍັ້ນແຈກລຸ້ນນ້ອງກຸ່ມໜຶ່ງເຊິ່ງປາກົດວ່າບັນດານ້ອງໆ ຕ່າງກໍ່ຮັບໄປດື່ມໂດຍດີ ແຕ່ມີຢູ່ຄົນດຽວທີ່ປະຕິເສດ ແຖມຍັງເປັນການປະຕິເສດດ້ວຍເຫດຜົນທີ່ກະທັບໃຈທ່ານຢ່າງຫຼາຍ ຖືສິລ ເພາະທ່ານເອງກໍ່ເຄີຍຖືສິລ 5 ມາກ່ອນ ຕອນເຝິກສະມາທິເພືື່ອຮຽນວິຊາຢູ່ຍົງຄົງກະພັນ ເຮັດໃຫ້ນຶກສະກິດໃຈຢູ່ເລິກໆວ່ານ້ອງຄົນນີ້ບໍ່ທຳມະດາ ແຕ່ເສຍທ່າທີ່ຄືນນັ້ນເມົາໜັກຈຶ່ງຈື່ໜ້າບໍ່ໄດ້ ແລະ ກໍ່ບໍ່ໄດ້ຖາມຊື່ເອົາໄວ້ອີກ

ຮຸ່ງຂຶ້ນພໍຊ່ວງເມົາ ຈື່ງທ່ຽວຊອກຫາຕົວນ້ອງທີ່ບອກວ່າຖືສິລຄົນນັ້ນຈົນພໍ້ ມາຮູ້ທີ່ຫຼັງວ່າຊື່ໄຊຍະບູນ ສຸດທິຜົນ ຕອນທີ່ໄດ້ພົບໜ້າ ໄດ້ເວົ້າລົມກັນໂດຍບໍ່ມີລິດສຸລາມາບົດບັງ ຈຶ່ງນຶກມັກ ຮູ້ສຶກຖືກອັດທະຍາໄສ ຢາກຮັບໄວ້ເປັນສິດຄູ່ໃຈ ຫວັງຈະຖ່າຍທອດວິຊາຢູ່ຍົງຄົງກະພັນໃຫ້ ແຕ່ກ່ອນທີ່ຈະຖ່າຍທອດວິຊາໃຫ້ຕ້ອງຂໍສອບພູມທັມກັນກ່ອນ ຕໍ່ມາຈຶ່ງມີການຊັກໄຊ້ສອບພູມທັມກັນ ເລີ່ມຈາກຄຳພື້ນໆໄປກ່ອນ ໜັກເຂົ້າກໍ່ເອົາເຖິງຂັ້ນເປີດພຣະໄຕປີດົກຖາມກັນເລີຍ ຄວາມທີ່ທ່ານເອງອ່ານຕຳລາມາຫຼາຍ ຄຳຖາມກໍ່ເລີຍຫຼາຍເປັນທຳມະດາ ການສອບພູມເຮັດກັນຢູ່ຫຼາຍມື້ຈົນໄຂ້ຂຶ້ນນຳກັນທັງຄູ່ ຖາມຂໍ້ໃດກໍຕອບໄດ້ທຸກຂໍ້ ຕ້ອນບໍ່ຈົບຈັກເທື່ອຈາກທີ່ເຄຍຕັ້ງໃຈຈະຮັບໄວ້ເປັນສິດກໍ່ລັງເລໃຈ ເພາະເບິ່ງແລ້ວພູມທັມຂອງຝ່າຍຜູ້ນ້ອງ ສູງກວ່າເພິ່ນຫຼາຍ

ເຫຼືອຄຳຖາມສຳຄັນຂັ້ນຕັດສິນເລື່ອງສຸດທ້າຍຄືເລື່ອງນະຣົກ-ສະຫວັນ ພໍຖາມເລື່ອງນີ້ໄປແລ້ວກໍ່ນຶກໃນໃຈວ່າ ຖ້າຕອບແບບແບ່ງຮັບແບ່ງສູ້ຢ່າງທີ່ຄົນອື່ນຕອບກໍ່ຄົງຍົກຍ່ອງໄດ້ພຽງເປັນພຣະໄຕປີດົກເຄື່ອນທີ່ ແຕ່ວ່າຄຳຕອບທີ່ໄດ້ຮັບກັບເປັນຄຳຕອບທີ່ຊັດຖ້ອຍຊັດຄຳ ຢືນຍັນຂັນແຂງດ້ວຍຄວາມໝັ້ນໃຈຢ່າງເຕັມທີ່ວ່າ ນະຣົກມີຈິງ ສະຫວັນມີຈິງ ຜູ້ທີ່ສາມາດໄປເບີ່ງນະຣົກໄດ້ຍັງມີຊີວິດມີຕົວຕົນຢູ່ ຄືຄຸນຍາຍອາຈານຈັນ ຂົນນົກຍູງ ເປັນແມ່ຊີຢູ່ວັດປາກນ້ຳພາສີຈະເລີນ

ເຊື່ອເຖາະອ້າຍເດັດ ຈິງລ້ານເປີເຊັນເລີຍ ແລ້ວຖ້າອ້າຍເດັດຢາກເຫັນ ນະຣົກ-ສະຫວັນດ້ວຍຕົນເອງ ທ່ານຈະສອນໃຫ້

ເມື່ອໄດ້ປະຈັກແລະຍອມຮັບໃນພູມຮູ້ພູມທັມຂອງລຸ້ນນ້ອງຜູ້ນີ້ແລ້ວນັບຕັ້ງແຕ່ມື້ນັ້ນເປັນຕົ້ນມາ ທ່ານຈຶ່ງໄດ້ຍົກພຣະເດດພຣະຄຸນຫຼວງພໍ່ທັມມະໄຊໂຍຂຶ້ນໄວ້ໃນຖານະຄູອາຈານ ເຖິງຈະເປັນລຸ້ນນ້ອງກໍ່ຕາມ ແຕ່ທ່ານກໍ່ລະທິດຖິຍອມຕົວເປັນສິດດ້ວຍຄວາມເຕັມໃຈ ຖືເປັນການກ້າວຂ້າມຄວາມຍຶດໝັ້ນໃນລະບົບອາວຸໂສທີ່ຂ້ອນຂ້າງເຂັ້ມຂຸ້ນໃນຮົ້ວມະຫາວິທະຍາໄລກະເສດສາດຕະຫຼອດມາ ເວລາຢູ່ນຳກັນກໍ່ໃຫ້ນັ່ງໃຫ້ນອນສູງກວ່າ ເພື່ອເປັນການໃຫ້ກຽດໃຫ້ຄວາມເຄົາລົບເກງໃຈ

 ພົບຄຸນຍາຍອາຈານ 

ຄຳບອກເລົ່າຂອງພຣະເດດພຣະຄຸນຫຼວງພໍ່ທັມມະໄຊໂຍ ວ່າຄຸນຍາຍອາຈານເປັນຜູ້ຮູ້ຈິງເຫັນຈິງເລື່ອງນະຣົກ-ສະຫວັນ ແລະ ທ່ານຍິນດີຈະສອນໃຫ້ ເຮັດໃຫ້ພຣະເດດພຣະຄຸນຫຼວງພໍ່ທັຕຕະຊີໂວ ດີໃຈຈົນສຸດປະມານ ແຕ່ການທີ່ຈະໄດ້ພົບຄຸນຍາຍອາຈານ ກໍ່ບໍ່ແມ່ນເລື່ອງງ່າຍຫຼາຍ ເພາະຄວາມທີ່ຄຸນຍາຍອາຈານ ທ່ານເປັນແມ່ຊີສູງອາຍຸ ຮັກຄວາມສະຫງົບຮຽບຮ້ອຍ ບໍ່ມັກຄົນວົນແຊວ ພຣະເດດພຣະຄຸນຫຼວງພໍ່ທັມມະໄຊໂຍ ຈຶ່ງລັ້ງຕົວທ່ານໄວ້ເພື່ອເປັນພື້ນຖານການເຮັດສະມາທິເບື້ອງຕົ້ນ ແລະ ປັບປຸງເລື່ອງກິລິຍາມາລະຍາດໃຫ້ພ້ອມກ່ອນ ເກືອບ 3 ເດືອນຈຶ່ງພາໄປພົບຄຸນຍາຍອາຈານ

        ພໍໄດ້ພົບຄຸນຍາຍອາຈານຄັ້ງທຳອິດກໍ່ເກີດຄວາມເຫຼື້ອມໃສສັທທາໃນຕົວທ່ານຂຶ້ນມາທັນທີເໝືອນກັບວ່າເຄີຍມີຄວາມຜູກພັນກັນມາກ່ອນ ອາລົມດີໃຈເຮັດໃຫ້ລືມຄຳໝັ້ນສັນຍາທີ່ໃຫ້ໄວ້ກັບຜູ້ອາສາພາມາເສຍສິ້ນ ຈຶ່ງໂພ່ງຖາມຂຶ້ນວ່າ

        “ຍາຍ ທ້າວໄຊຍະບູນເຂົາວ່າຍາຍພາໄປເບິ່ງນະຣົກ-ສະຫວັນໄດ້ແທ້ຫວາ”

        “ແທ້ ຍາຍເຄີຍໄປຊ່ວຍພໍ່ຂຶ້ນຈາກນະຣົກມາແລ້ວ”

ເມື່ອໄດ້ຄຳຕອບຕົງໆບໍ່ອຳ້ອື້ງແບບນີ້ ທ່ານກໍ່ບອກກັບຕົວເອງທັນທີວ່າ ຕອນນີ້ໄດ້ພົບຄົນຈິງທີ່ນຳຫາມາດົນແສນດົນແລ້ວ ຄວາມສັທທາຍິ່ງທັບທະວີຂຶ້ນມາຢ່າງຖ້ວມທົ້ນ ແຕ່ຍັງບໍ່ວາຍຖາມຕໍ່

        “ແລ້ວແບບຂ້ອຍນີ້ ໄປເບິ່ງໄດ້ບໍ່”

        “ໄດ້ ເຈົ້ານະມີບຸນຫຼາຍຢູ່ແລ້ວ ຈຶ່ງໄດ້ມາຮອດບ່ອນນີ້ຈັ່ງໃດລະ ແບບນີ້ ເຝິກບໍ່ດົນດອກ”

ນັບແຕ່ມື້ນັ້ນເປັນຕົ້ນມາ ຈິດໃຈຂອງພຣະເດດພຣະຄຸນຫຼວງພໍ່ ຜູກພັນຢູ່ກັບຄຸນຍາຍອາຈານ ຍອມມອບກາຍຖວາຍຊີວິດໃຫ້ທ່ານອົບຮົມບົ່ມນິໄສໂດຍບໍ່ມີເງື່ອນໄຂໃດໆທັງນັນ ຄືເປັນສິດຢູ່ໃນຄວາມປົກຄອງຂອງທ່ານມາແລ້ວຫຼາຍຊາດຫຼາຍພົບ

ສຳລັບການເຝິກສະມາທິກັບຄຸນຍາຍອາຈານໃນຊ່ວງທຳອິດນັ້ນ ທ່ານຕ້ອງສູ້ທົນຝ່າຟັນກັບອຸປະສັກບໍ່ໜ້ອຍ ນັ້ນຄືພໍນັ່ງສະມາທິໄປແປັບໜຶ່ງກໍ່ມັກຈະເກີດອາການອຶດອັດຫາຍໃຈບໍ່ອອກ ກະອັກກະອວນສຸດທໍລະມານຈົນເກືອບຈະບໍ່ໄຫວ ກໍ່ໄດ້ອາໄສຄຸນຍາຍອາຈານ ຊ່ວຍຄຸມຊ່ວຍແກ້ໄຂໃຫ້ຈົນກະທັ້ງອາການດັ່ງກ່າວທຸເລົາເບົາບາງຫາຍໄປ ໂດຍທ່ານບອກເຖິງສາເຫດເລື່ອງນີ້ວ່າ

        “ເຈົ້າເຝິກໄສຍະສາດມາຫຼາຍ ອາຈານເກົ່າໆ ເຂົາບໍ່ຍອມໃຫ້ເຈົ້າປ່ຽນທາງເຂົາມາຂວາງໄວ້”

ຄວາມທີ່ທ່ານເປັນຄົນມີຈິດໃຈເດັດດ່ຽວໝັ້ນຄົງ ມີນ້ຳໃຈ ເຮັດຫຍັງເຮັດຈິງ ທຸ່ມເທທັງຊີວິດ ໃນບໍ່ຊ້າທັມມະຂອງທ່ານກໍ່ກ້າວໜ້າເປັນລຳດັບ ຈົນໄດ້ຂະຫຍັບຖານະຂຶ້ນມາເປັນຜູ້ຊ່ວຍສອນສະມາທິແກ່ຜູ້ມາປະຕິບັດທັມທີ່ບ້ານປະສິດໃນວັດປາກນ້ຳ ພາສີຈະເລີນ ສຳລັບເຫດຜົນທີ່ວ່າເປັນຫຍັງຄຸນຍາຍອາຈານຈຶ່ງມອບໝາຍໃຫ້ທ່ານເປັນຜູ້ຊ່ວຍສອນສະມາທິນັ້ນ ມາໄດ້ຄຳຕອບພາຍຫຼັງຈາກພຣະເດດພຣະຄຸນຫຼວງພໍ່ທັມມະໄຊໂຍວ່າ

        “ຄຸນຍາຍຍ້ອງວ່າອ້າຍເດັດເປັນຄົນບໍ່ມີມານະຖືຕົວ ຮູ້ຈັກສ້າງງານແລ້ວ ຍັງເປັນຄົນກະຕັນຍູ ຍາຍວ່າຫຍັງບໍ່ເຄີຍຄຽດ ທ່ານວ່າອ້າຍເດັດບໍ່ມີນິໄສຄົດໃຈງໍຂໍ້ໃນກະດູກ ເປັນຄູຄົນໄດ້”

ຫຼັງຈາກທີ່ພຣະເດດພຣະຄຸນຫຼວງພໍ່ທັມມະໄຊໂຍໄດ້ສະລະເພດຄາລະວາດສູ່ເພດບັນພຣະຊິດອຸທິດຊີວິດເປັນພຸທທະບູຊາເມື່ອປີ ພ.ສ 2512 ແລ້ວ ຄຸນຍາຍອາຈານຈຶ່ງມີດຳລິຈະສ້າງວັດເພື່ອປັນສູນກາງການເຜີຍແຜ່ພຣະສາສະໜາໃຫ້ກວ້າຂວາງຍິ່ງຂຶ້ນຕາມໜ້າທີ່ທີ່ພຣະເດດພຣະຄຸນຫຼວງປູ່ວັດປາກນ້ຳທ່ານມອບໝາຍໄວ້ກ່ອນທີ່ຈະມໍລະນະພາບ ຄຸນຍາຍອາຈານໄດ້ນຳໝູ່ຄະນະທີ່ບ້ານປະສິດອະທິຖານຈິດຂໍໃຫ້ໄດ້ທີ່ດິນສຳລັບສ້າງວັດຢູ່ໄລຍະໜຶ່ງ ຈາກນັນບໍ່ດົນ ພໍປາຍປີ ພ.ສ 2512 ກໍໄດ້ທີ່ດິນສ້າງວັດສົມຄວາມຕັ້ງໃຈ ໂດຍການບໍລິຈາກຂອງຄຸນຫຍິງປະຢັດ ແພດພົງສາວິສຸດທາທິບໍດີ ຈຳນວນ 196 ໄລ່ ທີ່ແຂວງປະທຸມທານີ ເມື່ອໄດ້ມາແລ້ວກໍ່ເລີ່ມລົງມືສ້າງວັດກັນທັນທີ່ຕັ້ງແຕ່ຕົ້ນປີ ພ.ສ 2513

ຕອນນັ້ນ ເຖິງວ່າພຣະເດດພຣະຄຸນຫຼວງພໍ່ທັຕຕະຊີໂວກຳລັງມີໜ້າທີ່ການງານກ້າວໜ້າໃນຕຳແໜ່ງກຳມະການຜູ້ຈັດການຝ່າຍຂາຍຂອງບໍລິສັດເອກກະຊົນແຫ່ງໜຶ່ງແລ້ວກໍ່ຕາມ ເມື່ອລົງມືສ້າງວັດ ທ່ານກໍ່ຕັດສິນໃຈລາອອກຈາກງານຖິ້ມລາຍໄດ້ ຖິ້ມຕຳແໜ່ງໜ້າທີ່ດີໆ ທີ່ຊາວໂລກປາຖະໜາ ເພື່ອມາຮັກສາແຜ່ນດິນ ແລະ ຄວບຄຸມການກໍ່ສ້າງວັດຢ່າງເຕັມເວລາ ເອີ້ນໄດ້ວ່າຍອມທຸບໝໍ້ເຂົ້າ ເອົາຊີວິດເປັນເດີມພັນກັນເລີຍທີດຽວ

 ເພດບັນພຣະຊິດ 

ເຖິງວ່າພຣະເດດພຣະຄຸນຫຼວງພໍ່ທັຕຕະຊີໂວ ໄດ້ຕັ້ງສັດຈະວ່າຈະປະພຶດພົມມະຈັນຕະຫຼອດຊີວິດມາຕັ້ງແຕ່ຕົ້ນປີ ພ.ສ 2513 ແລ້ວກໍ່ຕາມ ແຕ່ໃນຊ່ວງທຳອິດນັ້ນທ່ານກໍ່ຍັງຫມົກຫມຸ້ນຢູ່ກັບການສ້າງວັດບໍ່ຄິດເຖິງເລື່ອງບວຊເລີຍ ຄຸນຍາຍອາຈານເກງວ່າຈະພາດພັ້ງເສຍສັດຈະ ມື້ໜຶ່ງຈຶ່ງກ່າວເຕືອນສະຕິທ່ານຂຶ້ນວ່າ

        “ຄຸນສະເດັດ ເຈົ້າຢູ່ທາງໂລກບໍ່ໄດ້ດອກເດີ້ ເພາະເຈົ້າເປັນຄົນໃຈກວ້າງມີສົມບັດຫຍັງເຈົ້າກໍ່ຈະໃຫ້ເຂົາໝົດ ຖ້າມີຄອບຄົວກໍ່ຈະລຳບາກຄືກັບພຣະເວດສັນດອນ” ຈາກນັ້ນຄຸນຍາຍ ຈຶ່ງບອກຕໍ່ວ່າ

        “ເຈົ້າເກີດມາເພື່ອສ້າງບາຣມີເທົ່ານັ້ນ ບວຊເລີຍ ແລ້ວຈະປະສົບຄວາມສຳເລັດທຸກສິ່ງຢ່າງທີ່ຕ້ອງການ ເຈົ້າເປັນຄົນມີຄວາມພຽນ ເຈົ້າມີສິດທີ່ຈະຮູ້ເຫັນທັມໄດ້ ເພາະສະນັ້ນບວຊເຖາະ ຍາຍຈະກຳນົດມື້ໃຫ້”

ດັ່ງນັ້ນ ພຣະເດດພຣະຄຸນຫຼວງພໍ່ທັຕຕະຊີໂວ ຈຶ່ງໄດ້ບັນພຣະຊາອຸປະສົມບົດ ທີ່ພັດທະສີມາວັດປາກນ້ຳ ພາສີຈະເລີນ ເມື່ອວັນທີ 19 ທັນວາ ພ.ສ 2514 ໂດຍມີເຈົ້າປະຄຸນສົມເດັດພຣະມະຫາລັດຊະມັງຄະລາຈານ ຕອນນັ້ນດຳລົງຕຳແໜ່ງສະມະນະສັກທີ່ພຣະເທບວໍລະເວທີເປັນພຣະອຸປັດຊາ

 ແບບຢ່າງຂອງຄູບາອາຈານອັນປະເສີດ 

ຊີວິດໃນເພດບັນພຣະຊິດຂອງພຣະເດດພຣະຄຸນຫຼວງພໍ່ທັຕຕະຊີໂວ ເປັນຊີວິດທີ່ໄດ້ທຸ່ມເທອຸທິດຊີວິດເພື່ອງານຂອງພຣະພຸທທະສາສະໜາມາໂດຍຕະຫຼອດ ນັບຕັ້ງແຕ່ພັນສາທຳອິດຈົນມາຮອດ 40 ພັນສາ ນອກຈາກການເຝິກຝົນຕົນເອງໃຫ້ງົດງາມຕາມພຣະທັມມະວິໄນແລ້ວ ທ່ານຍັງໄດ້ທຸ່ມເທເຮັດວຽກຕາມມະໂນປະນິທານທີ່ມີມາແຕ່ເດີມຂອງໝູ່ຄະນະຜູ້ບຸກເບີກສ້າງວັດຄື ສ້າງວັດໃຫ້ເປັນວັດ ສ້າງພຣະໃຫ້ເປັນພຣະ ແລະ ສ້າງຄົນໃຫ້ເປັນຄົນດີມີສິລລະທັມ ພາລະກິດຫຼັກຂອງທ່ານທີ່ໄດ້ຮັບມອບໝາຍຈາກພຣະເດດພຣະຄຸນຫຼວງພໍ່ທັມມະໄຊໂຍກໍ່ຄື ໃຫ້ເປັນຜູ້ຮັບຜິດຊອບເບິ່ງແຍງການສຶກສາອົບຮົມຂອງພຣະພິກຂຸ ສາມະເນນ ອຸບາສົກ ອຸບາສິກາ ແລະ ຍາດໂຍມສາທຸຊົນທັງຫຼາຍ

ຄວາມທີ່ພຣະເດດພຣະຄຸນຫຼວງພໍ່ທັຕຕະຊີໂວ ທ່ານເປັນຄົນໄຝ່ຮູ້ໄຝ່ສຶກສາ ຊ່າງສັງເກດ ຊ່າງວິເຄາະຫາເຫດຜົນ ຈຶ່ງເຮັດໃຫ້ທ່ານເປັນຜູ້ຮອບຮູ້ເປັນຜູ້ຊ່ຽວຊານໃນສາດຕ່າງໆ ຫຼວງຫຼາຍຂະແໜງ ບໍ່ວ່າຈະເປັນໃນເລື່ອງພຣະທັມມະວິໄນ ປະຫວັດສາດ ພູມີສາດ ການບໍລິຫານອົງກອນ ການກໍ່ສ້າງ ການດູແລຮັກສາສຸຂະພາບເປັນຕົ້ນ ດ້ວຍເຫດນີ້ຈຶ່ງມີຄຳກ່າວຍ້ອງຍໍເທີດທູນທ່ານໃນໝູ່ລູກສິດລູກຫາທັງຝ່າຍພຣະພິກຂຸສາມະເນນ ແລະ ຍາດໂຍມອຸບາສິກາທົ່ວໂລກວ່າ

        “ພຣະເດດພຣະຄຸນຫຼວງພໍ່ທັຕຕະຊີໂວຜູ້ເປັນຄູບາອາຈານຂອງພວກເຮົາທັງຫຼາຍ”

        ນີ້ຖືວ່າເປັນຄຳກ່າວທີ່ກົງກັນກັບຄວາມເປັນຕົວຕົນຂອງທ່ານຫຼາຍທີ່ສຸດ

ເພາະວຽກທີ່ທ່ານຮັກທີ່ສຸດ ທຸຸ່ມເທທີ່ສຸດ ແລະ ເຮັດດີໄດ້ທີ່ສຸດກໍ່ຄືວຽກ “ຄູ ດ້ວຍເປັນທີ່ກ່າວຂານກັນວ່າາຄຳສອນຂອງທ່ານນັ້ນເລິກເຊິ່ງ ຊັດເຈນ ໜ້າຮັບຟັງ ທັງສິລາຈາລະວັດຍຂອງທ່ານງົດງາມ ສົມກັບຜູ້ເປັນຄູບາອາຈານໂດຍແທ້ ຄືເປັນທັງຜູ້ “ແນະ” ແລະ “ນຳ” ໃຫ້ແກ່ສິດທັງຫຼາຍໄດ້ເປັນຢ່າງດີ

ນອກຈາກທ່ານຈະເປັນຜູ້ທີ່ຮັກທັມມະເປັນຊີວິດຈິດໃຈ ແລະ ເປັນຜູ້ເລີດດ້ວຍພົມວິຫານທັມແລ້ວ ທ່ານຍັງເປັນຜູ້ທີ່ມີຄວາມເຄົາລົບຮັກ ແລະ ກະຕັນຍູຕໍ່ຄູບາອາຈານເປັນຍ່າງຍິ່ງ ແມ່ນຫຍັງທີ່ເຫັນວ່າເປັນຄຳສັ່ງ ຫຼື ຄວາມຕ້ອງການຂອງຄູບາອາຈານແລ້ວ ທ່ານເປັນຕ້ອງຮັບອາສາເຮັດສິ່ງນັ້ນແບບຖວາຍຫົວທຸກຄັ້ງໄປ ປະກອບກັບອຸປະນິໄສໃນການມີຄວາມຮັບຜິດຊອບຕໍ່ສ່ວນລວມຂອງທ່ານ ບໍ່ວ່າຈະເປັນວຽກນ້ອຍ ວຽກໃຫຍ່ ຫຼືວຽກຫຍັງທີ່ເປັນຂອງໝູ່ຄະນະ ທ່ານບໍ່ເຄີຍເມີນເສີຍ ເປັນຕ້ອງເຂົ້າມາມີສ່ວນຮັບຜິດຊອບນຳທຸກຄັ້ງ ຖືເປັນກຳລັງສຳຄັນໃນການສ້າງວັດ ແລະ ການເຜິຍແຜ່ພຣະສາສະໜາຕະຫຼອດມາ

ຈຶ່ງກ່າວໄດ້ວ່າ ນອກຈາກຄຸນຍາຍອາຈານມະຫາລັດຕະນະອຸບາສິກາຈັນ ຂົນນົກຍູງ ແລະ ຫຼວງພໍ່ ທັມມະໄຊໂຍແລ້ວ ຖ້າບໍ່ມີຫຼວງພໍ່ທັຕຕະຊີໂວ ອີກອົງໜຶ່ງ ວັດພຣະທັມມະກາຍກໍ່ຄົງຍາກຈະກ້າວມາໄດ້ເຖິງມື້ນີ້

 ພຣະຜະເດັດ ທັດຕະຊີໂວ 

ປັດຈຸບັນດຳລົງຕຳແໜ່ງ

ຮອງເຈົ້າອາວາດວັດພຣະທັມມະກາຍ

President of Dhammakaya International Society of North America and Europe

ເກີດເມື່ອວັນທີ 21 ທັນວາ ພ.ສ 2483

ສຳເລັດການສຶກສາ

ດ້ານກະສິກຳ ແລະ ສັດຕະວະບານບັນດິດ

ຈາກມະຫາວິທະຍາໄລກະເສດສາດ ບາງເຂນ ແລະ Diploma of Dairy Technology จาก Hawkesbury College, Australia

ອຸປະສົມບົດ : ເມື່ອວັນທີ 19 ທັນວາ ພ.ສ 2514  ທີ່ ພັດທະສີມາ ວັດປາກນ້ຳ ເຂດພາສີຈະເລີນ ກຸງເທບມະຫານະຄອນ